ແຊກບີຈັດກິດຈະກຳລະນຶກເຖິງເຫດການກຸ່ມນາໂຕຖິ້ມລະເບີດໃສ່ສະຫະພັນຢູໂກສະລາວີຄົບຮອບ 25 ປີ

2024-03-25 16:31:00 cri


    ວັນທີ 24 ມີນານີ້, ເນື່ອງໃນໂອກາດເຫດການກຸ່ມນາໂຕຖິ້ມລະເບີດໃສ່ສະຫະພັນຢູໂກສະລາວີຄົບຮອບ 25 ປີ, ປະເທດແຊກບີໄດ້ຈັດກິດຈະກຳລະນຶກເຫດການດັ່ງກ່າວຢູ່ສະໜາມຫຼວງໃຈກາງຂອງນະຄອນໂປຣກຸບເຈ ເຊິ່ງເປັນຕົວເມືອງພາກໃຕ້ຂອງແຊກບີ.

    ໃນວັນທີ 24 ມີນາ 1999, ກຸ່ມນາໂຕທີ່ມີອາເມຣິການເປັນປະເທດນຳໜ້າບໍ່ໄດ້ລາຍງານຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ໄດ້ຖິ້ມລູກລະເບີດໃສ່ສະຫະພັນຢູໂກສະລາວີ ເຊິ່ງເຮັດໃຫ້ປະຊາຊົນທີ່ບໍ່ມີໂທດຫຍັງເສຍຊີວິດເຖິງ 2000 ກວ່າຄົນ ແລະ 6000 ກວ່າຄົນບາດເຈັບ.