ສະພາຄວາມໝັ້ນຄົງຮັບຮອງເອົາມະຕິທີ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີໃນໄລຍະບຸນຖືສິນອົດ

2024-03-26 14:42:44 cri


   ວັນທີ 25 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຮັບຮອງເອົາມະຕິທີ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີໃນໄລຍະບຸນຖືສິນອົດ ເພື່ອບັນລຸການຢຸດຍິງເປັນເວລາຍາວນານແລະແບບຍືນຍົງ.

   ນີ້ແມ່ນເທື່ອທຳອິດທີ່ສະພາຄວາມໝັ້ນຄົງໄດ້ຮັບຮອງເອົາມະຕິທີ່ຮຽກຮ້ອງໃຫ້ ຢຸດຍິງຢູ່ເຂດກາຊາໃນທັນທີ  ຫຼັງຈາກເກີດການປະທະກັນລະຫວ່າງປາແລັດສະຕີນກັບອິດສະຣາແອນຮອບໃໝ່ໃນວັນທີ 7 ຕຸລາປີ 2023 ເປັນຕົ້ນມາ. ສະມາຊິກສະພາຄວາມໝັ້ນຄົງ 14 ປະເທດ ເຊິ່ງລວມທັງຈີນ ໄດ້ປ່ອນບັດເຫັນດີຕໍ່ຮ່າງມະຕິສະບັບນີ້ໃນມື້ດຽວກັນ, ແຕ່ອາເມຣິກາງົດອອກສຽງ.

   ຫຼັງຈາກສະພາຄວາມໝັ້ນຄົງລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບບັນຫາຢຸດຍິງຢູ່ເຂດກາຊາແລ້ວ, ຫ້ອງການນາຍົກລັດຖະມົນຕີອິດສະຣາແອນອອກຖະແຫຼງການທີ່ຕິຕຽນອາເມຣິກາທີ່ບໍ່ໄດ້ປ່ອນບັດຄັດຄ້ານໃນການລົງຄະແນນສຽງຂອງສະພາຄວາມໝັ້ນຄົງໃນມື້ດຽວກັນ.