ການລົງທຶນໂດຍກົງຂອງຈີນຢູ່ອາຟຣິກາໃນປີ 2023 ໄດ້ຮັກສາທ່ວງທ່າຂະຫຍາຍຕົວ

2024-04-12 15:39:31 cri


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຄ້າຈີນເມື່ອວັນທີ 11 ເມສານີ້, ທ່ານເຫີຢ້າຕຸ່ງ ໂຄສົກກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ, ປີ 2023 ຜ່ານມາ, ການລົງທຶນໂດຍກົງຂອງຈີນຢູ່ອາຟຣິກາໄດ້ຮັກສາທ່ວງທ່າຂະຫຍາຍຕົວ.

ທ່ານເຫີຢ້າຕຸ່ງ ກ່າວວ່າ: ໃນຫຼາຍປີຜ່ານມາ, ການລົງທຶນ ແລະ ການຮ່ວມມືຂອງຈີນຕໍ່ອາຟຣິກາໄດ້ພັດທະນາໄປຢ່າງໝັ້ນທ່ຽງ ແລະ ປອດໃສ, ການລົງທຶນໂດຍກົງຂອງຈີນຕໍ່ຂະແໜງ ອຸດສາຫະກຳການຜະລິດຂອງອາຟຣິກາດ້ຮັກສາມີມູນຄ່າຫຼາຍກວ່າ 400 ລ້ານໂດລາຕໍ່ປີ, ການຮ່ວມມືດ້ານການກໍ່ສ້າງພື້ນຖານໂຄງລ່າງໄດ້ຮັກສາມູນຄ່າຫຼາຍກວ່າ 37 ຕື້ໂດລາຕໍ່ປີ, ເຊິ່ງໄດ້ຊ່ວຍຊຸກຍູ້ຂະບວນການຫັນເປັນອຸດສາຫະກຳ ແລະ ເສດຖະກິດຫັນເປັນຫຼາຍຮູບການຂອງອາຟຣິກາ.

ປີ 2023 ຜ່ານມາ, ການລົງທຶນໂດຍກົງຂອງຈີນຢູ່ອາຟຣິກາໄດ້ຮັກສາທ່ວງທ່າຂະຫຍາຍຕົວ, ໂຄງການລົງທຶນກວມເອົາຫຼາຍຂົງເຂດເຊັ່ນ: ວັດສະດູກໍ່ສ້າງ, ລົດ, ເຄື່ອງໄຊ້ໄຟຟ້າໃນເຮືອນ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ຂົງເຂດອື່ນໆ.