ອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຈີນ​ໄດ້​ມ້າງ​ຄະ​ດີ​​ກ່ຽວ​ກັບນັກ​ສືບ​ຟີ​ລິບ​ປິນ

10:20:51 2025-04-03

      ຫວ່າງ​ມໍ່ໆ​ມາ​ນີ້, ອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຈີນ​ໄດ້​ມ້າງ​ຄະ​ດີ​ກ່ຽວ​ກັບ​ນັກ​ສືບ​ຟີ​ລິບ​ປິນ​ລາຍ​ໜຶ່ງ ແລະ​ໄດ້​ຈັບ​ຕົວ​ຜູ້​ສັນ​ຊາດ​ຟີ​ລິບ​ປິນ 3 ຄົນ​ທີ່​​ຖືກ​ສົງ​ໄສໄດ້ດຳ​ເນີ​ນ​ການ​ເຄື່ອນ​ໄຫວ​ສື​ບ​​ລັບ​ຢູ່​ຈີນ​ຕາມ​ກົດ​ໝາຍ.

     ທ້າວ ​ເດ​ວິດ ເຊີ​ວາ​ເນ​ສ໌ ຜູ້​ສັນ​ຊາດ​ຟີ​ລິບ​ປິນ​ຢູ່​ຈີນ​ໄດ້​ໄປ​ເຄື່ອນ​ໄຫວ​ຢູ່​ອ້ອມ​ແອ້ມ​ໂຄງ​ລ່າງ​ການ​ທະ​ຫານ​ຂອງ​ຈີນ​ເປັນ​ຫຼາຍ​ເທື່ອ,ກະ​ທຳ​​ແຕ່​ເລື່ອງ​ທີ່ໜ້າ​ສົງ​ໄສ. ອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ຕັ້ງ​ການ​ສືບ​ສວນ-ສອບ​ສວນ​ຢ່າງວ່ອງ​ໄວ,ເລີຍ​ໄດ້​ຄົ້ນ​ພົບ​ວ່າ: ​ທ້າວ ເດ​ວິດ ເຊີ​ວາ​ເນ​ສ໌ ແມ່ນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສືບ​ລັບ​ຢູ່​ຈີນພາຍ​ໃຕ້​ການ​ບັນ​ຊາ​ໄລ​ຍະ​ໄກ​ທາງ​ອອນ​ລາຍ​ຈາກ​ຫົວ​ໜ້າ​ຂັ້ນ​ເທິງ​ຂອ​ງ​ຟີ​ລິບ​ປິນ​ທີ່​ມີ​ຊື່​ວ່າ “ເຮີ​​ເຣຣາ”. ຜ່ານ​ການ​ສືບ​ສວນ​ແລະ​ສອບ​ສວນ​ຕື່ມ​ອີກ​ແລ້ວ​ສັງ​ເກດ​ເຫັນ​ວ່າ: “ເຮີ​​ເຣຣາ” ໄດ້​ບັນ​ຊາ​ຜູ້​ສັນ​ຊາດ​ຟີ​ລິບ​ປິນ​ຢູ່​ຈີນ​ອີກ​ສອງ​ຄົນ​ຄື: ທ້າວ​ ​ແອວ​ເບີດ ເອັນ​ເດັນ​ເຊຍ ແລະ ນາງ​ ນາ​ທາ​ລີ ປ​ຣີ​ຈາ​ໂດ ເກັບ​ກຳ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ຂ້ອງ​ກັບ​ຈີນທີ່​ອ່ອນ​ໄຫວ. ຜ່ານ​ການ​ສືບ​ສວນ-ສອບ​ສວນ​ຢ່າງ​ລະ​ອຽດ​​ແລະ​ຫຼັງໄດ້​ຮັບ​ຂໍ້​ມູນ​ຫຼັກ​ຖານ​ອ້າງ​ອີງ​ແລ້ວ, ອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຈີນ​ໄດ້​ຈັບ​ຕົວ​ຜູ້​ຖືກ​ສົງ​ໄສ​ເປັນ​ນັກ​ສືບ 3 ຄົນ​ດັ່ງ​ກ່າວ​ຕາມ​ກົດ​ໝາຍ.ປັດ​ຈຸ​ບັນ,ຄະ​ດີ​ດັ່ງ​ກ່າວ​ຍັງ​ພວມ​ຢູ່​ໃນ​ການ​ສືບ​ສວນ-ສອບ​ສວນ​ຕື່ມ​ອີກ​ຢູ່.