ບົດທີ 1 ທັກທາຍ​ສະບາຍດີ

 ຄຳ​ເຫັນ
 

ທ່ານ​ອາດ​ຈະ​ໄດ້ສັງ​ເກດ​ແລ້ວ​ວ່າ, ​ບາງ​ຄົນ​ໃນ​ເວລາ ທັກ​ທາຍ​ສະບາຍດີ​ມັກ​ເວົ້າວ່າ 您好. 您好 ກັບ 你好 ຕ່າງ​ກັນ​ຢູ່​ບ່ອນ​ວ່າ: 你好 ມັກ​ໃຊ້​ມາ​ທັກ​ທາຍຜູ້​ທີ່ອາຍຸ​ຊ່ຳ ກັນ​ແລະມີ​ຖານະ​ສັງຄົມ​​ເທົ່າ​ທຽມກັນ. ຖ້າ​ທ່ານ​​ທັກ​ທາຍ​ສະ ບາຍດີ​ກັບ​ຜູ້​ອາວຸ​ໂສ ຜູ້​ອາຍຸ​ແກ່​ກວ່າ ຫຼື​ແຂກ​ຜູ້ມີ​ກຽດ ກໍ່​ຄວນ​ເວົ້າວ່າ 您好. ທີ່​ຈິງ​ແລ້ວ, 您 ​ແມ່ນ​ຄຳ​ສະ​ແດງ​ຄວາມເຄົາລົບ​ຂອງ 你, ຖ້າ​ເວົ້າ 您好, ​ຟັງ​ແລ້ວ​ຮູ້ສຶກ​ເປັນ​ທາງ​ການ​ຫຼາຍກວ່າ, ​ແລະ​ສະ​ແດງ​​ຄວາມ​ເຄົາລົບ​ຕໍ່​ຜູ້​ອື່ນ.