ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-02-19 12:19:03    
ປະເທດດຽວສອງລະບອບ

cri
ເດືອນມິຖຸນາປີ 1984,ໃນເວລາທ່ານເຕີ້ງສຽວພິງ ນາຍຊ່າງໃຫຍ່ຜູ້ອອກແບບການ
ປະຕິຮູບຂອງຈີນແຍກອອກພົບປະຄະນະຢ້ຽມຢາມປັກກ່ິງຂອງວົງການອຸດສາຫະກຳ
ການຄ້າຂອງຮົງກົງແລະຜູ້ຊົງຄຸນວຸດທິຂອງຮົງກົງນັ້ນ,ໄດ້ກ່າວຄຳປາໄສອັນສຳຄັນທີ່
ພາດຫົວເລື່ອງວ່າ:ປະເທດດຽວ ສອງລະບອບ,ເຊິ່ງໄດ້ເກີດມີຜົນສະທ້ອນອັນເລິກເຊິ່ງ
ຍາວໄກ,ຈົນມາຮອດປັດຈຸບັນຍັງມີຄວາມໝາຍສຳຄັນທ່ີສຸດຕໍ່ຈີນ. ຄຳປາໄສທັງໝົດ
ມີດັ່ງຕໍ່ໄປນີ້:

ຫຼັກໝັ້ນ,ທິດທາງແລະນະໂຍບາຍທີ່ລັດຖະບານຈີນໃຊ້ເພ່ືອແກ້ໄຂບັນຫາຮົງກົງນັ້ນ
ແມ່ນໝັ້ນໜຽວບໍ່ປ່ຽນແປງ. ພວກຂ້າພະເຈົ້າເຄີຍເວົ້າຕັ້ງຫຼາຍເທື່ອແລ້ວວ່າ,ພາຍຫຼັງ
ລັດຖະບານຈີນຟື້ນຟູໃຊ້ອຳນາດອະທິປະໄຕເໜືອຮົງກົງໃນປີ 1997 ແລ້ວ,ລະບອບ
ສັງຄົມແລະເສດຖະກິດທີ່ຮົງກົງປະຕິບັດໃນປັດຈຸບັນນີ້ຈະບໍ່ປ່ຽນແປງ,ກົດໝາຍບໍ່ປ່ຽນ
ແປງໂດຍພື້ນຖານ,ແບບວິທີດຳລົງຊີວິດບໍ່ປ່ຽນແປງ,ຖານະຂອງຮົງກົງທີ່ເປັນທ່າກ່ຳ
ປັ່ນເສລີແລະສູນການຄ້າການທະນາຄານສາກົນນັ້ນກໍ່ບໍ່ປ່ຽນແປງ,ຮົງກົງສາມາດສືບ
ຕໍ່ຮັກສາແລະຂະຫຍາຍການພົວພັນເສດຖະກິດກັບປະເທດແລະເຂດແຄວ້ນອື່ນໆ.
ພວກຂ້າພະເຈົ້າຍັງເຄີຍເວົ້າຕັ້ງຫຼາຍເທ່ືອວ່າ,ນອກຈາກແຕ່ງທະຫານໄປແລ້ວ,ປັກກິ່ງ
ຈະບໍ່ແຕ່ງພະນັກງານໄປອົງການປົກຄອງເຂດພິເສດຮົງກົງ,ນີ້ກໍແມ່ນບໍ່ຫ່ອນຈະປ່ຽນ
ແປງ. ພວກເຮົາແຕ່ງກອງທະຫານໄປນັ້ນແມ່ນເພື່ອປົກປັກຮັກສາຄວາມປອດໄພຂອງ
ຊາດ,ຫາກບໍ່ແມ່ນໄປແຊກແຊງວຽກງານພາຍໃນຂອງຮົງກົງ. ນະໂຍບາຍຂອງພວກ
ເຮົາທີ່ມີຕໍ່ຮົງກົງ 50 ປີບໍ່ປ່ຽນແປງ,ພວກຂ້າພະເຈົ້າເວົ້າຄວາມນີ້ແມ່ນເວົ້າແທ້ເຮັດແທ້.

ນະໂຍບາຍຂອງພວກເຮົາແມ່ນປະຕິບັດ"ປະເທດດຽວ,ສອງລະບອບ",ເວົ້າລະອຽດ
ກໍຄື,ຢູ່ພາຍໃນສາທາລະນະລັດປະຊາຊົນຈີນ,ຢູ່ແຜ່ນດິນໃຫຍ່ທີ່ມີປະຊາກອນ 1 ຕື້ຄົນ
ປະຕິບັດລະບອບສັງຄົມນິຍົມ,ຢູ່ຮົງກົງແລະໄຕ້ຫວັນປະຕິບັດລະບອບທຶນນິຍົມ. ໃນ
ຫຼາຍປີມານີ້,ຈີນພວມແກ້ຄວາມຜິດພາດອຽງຊ້າຍໂດຍຕະຫຼອດ,ຍຶດໝັ້ນຖືຄວາມຈິງ
ເປັນເດີນພັນ,ສະແຫວງຫາສັດຈະຈາກຄວາມເປັນຈິງ,ມາວາງນະໂຍບາຍຂອງວຽກ
ງານດ້ານຕ່າງໆ. ເມື່ອຜ່ານເວລາມາ 5 ປີເຄິ່ງແລ້ວ,ປັດຈຸບັນ,ໄດ້ເຫັນຜົນແລ້ວ. ກໍ
ແມ່ນໃຕ້ສະພາບການດັ່ງກ່າວ,ພວກຂ້າພະເຈົ້າຈຶ່ງສະເໜີອອກມາວ່າໃຊ້ວິທີ"ປະ
ເທດດຽວສອງລະບອບ"ມາແກ້ໄຂບັນຫາຮົງກົງແລະໄຕ້ຫວັນ.

1  2  3