ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-02-19 12:19:03    
ປະເທດດຽວສອງລະບອບ

cri

"ປະເທດດຽວສອງລະບອບ",ພວກຂ້າພະເຈົ້າໄດ້ເວົ້າມາຕັ້ງຫຼາຍເທື່ອແລ້ວ,ກອງ
ປະຊຸມສະພາຜູ້ແທນປະຊາຊົນແຫ່ງຊາດຈີນໄດ້ຜ່ານຮັບຮອງນະໂຍບາຍດັ່ງກ່າວນີ້
ແລ້ວ. ມີຄົນເປັນຫ່ວງວ່ານະໂຍບາຍນີ້ຈະປ່ຽນແປງບໍ່,ຂ້າພະເຈົ້າເວົ້າວ່າບໍ່ຫ່ອນຈະ
ປ່ຽນແປງ. ບັນຫາແກນກາງແລະປັດໄຈຊີ້ຂາດນັ້ນແມ່ນນະໂຍບາຍນີ້ຖືກຕ້ອງບໍ່. ຖ້າ
ບໍ່ຖືກຕ້ອງ, ກໍອາດຈະປ່ຽນແປງ. ຖ້າຖືກຕ້ອງ,ກໍບໍ່ປ່ຽນແປງ. ເວົ້າຕື່ມອີກວ່າ,ນະໂຍ
ບາຍໄຂປະຕູສູ່ພາຍນອກ,ພັດທະນາເສດຖະກິດຢູ່ພາຍໃນທີ່ຈີນປະຕິບັດໃນປັດຈຸບັນ
ນີ້,ມີໃຜປ່ຽນແປງໄດ້? ຖ້າປ່ຽນແປງແລ້ວ,ຊີວິດການເປັນຢູ່ຂອງປະຊາຊົນຈີນ 80%
ກໍຈະຫຼຸດລົງ, ພວກເຮົາກໍຈະເສຍໃຈຄົນ. ເສັ້ນທາງທີ່ພວກເຮົາເດີນນັ້ນຖືກຕ້ອງ,ປະ
ຊາຊົນເຫັນດີ,ກໍບໍ່ຫ່ອນຈະປ່ຽນແປງ.

ນະໂຍບາຍຂອງພວກເຮົາທີ່ມີຕໍ່ຮົງກົງຈະບໍ່ປ່ຽນແປງຢ່າງຍາວນານນັ້ນບໍ່ຫ່ອນຈະກະ
ທົບກະເທືອນເຖິງສັງຄົມນິຍົມຂອງແຜ່ນດິນໃຫຍ່. ອັດຕະພາບຂອງຈີນຕ້ອງແມ່ນສັງ
ຄົມນິຍົມ,ແຕ່ອະນຸຍາດໃຫ້ບາງເຂດພາຍໃນປະເທດປະຕິບັລະບອບທຶນນິຍົມ,ຕົວຢ່າງ
ຄືຮົງກົງ,ໄຕ້ຫວັນ. ແຜ່ນດິນໃຫຍ່ໄຂປະຕູຂອງຕົວເມືອງຈຳນວນໜຶ່ງ,ອະນຸຍາດໃຫ້
ທຶນຕ່າງປະເທດຈຳນວນໜຶ່ງເຂົ້າມາ,ນີ້ເປັນການຕາບຈູນເສດຖະກິດສັງຄົມນິຍົມ,ມີ
ຜົນດີຕໍ່ການພັດທະນາກຳລັງການຜະລິດຂອງສັງຄົມສັງຄົມນິຍົມ. ຕົວຢ່າງຄືທຶນຕ່າງ
ປະເທດໄປຊຽງໄຮ້,ແນ່ນອນແລ້ວວ່າບໍ່ແມ່ນທົ່ວຊຽງໄຮ້ລ້ວນແຕ່ປະຕິບັດລະບອບທຶນ
ນິຍົມ. ນະຄອນເສີນເຈີ້ນກໍບໍ່ແມ່ນ,ຍັງຄົງແມ່ນປະຕິບັດລະບອບສັງຄົມນິຍົມ. ອັດຕະ
ພາບຂອງຈີນແມ່ນສັງຄົມນິຍົມ.

ໂຄງຄວາມຄຶດ"ປະເທດດຽວສອງລະບອບ"ແມ່ນພວກເຮົາສະເໜີອອກມາໂດຍ
ອີງຕາມສະພາບຂອງປະເທດຈີນເອງ,ດຽວນີ້ໄດ້ກາຍເປັນບັນຫາທີ່ທາງສາກົນເອົາໃຈ
ໃສ່ແລ້ວ. ຈີນມີບັນຫາຮົງກົງ,ບັນຫາໄຕ້ຫວັນ,ທາງອອກໃນການແກ້ໄຂບັນຫານີ້ຢູ່ໃສ?
ແມ່ນສັງຄົມນິຍົມກືນເອົາໄຕ້ຫວັນ,ຫຼືແມ່ນລັດທິໄຕລາດທີ່ໄຕ້ຫວັນເປີດປ່າວນັ້ນກືນ
ເອົາແຜ່ນດິນໃຫຍ່? ໃຜຈະກືນເອົາໃຜບໍ່ໄດ້. ຖ້າແກ້ໄຂໂດຍສັນຕິບໍ່ໄດ້,ກໍມີແຕ່ໃຊ້ກຳ
ລັງອາວຸດມາແກ້ໄຂ,ນີ້ຈະບໍ່ມີຜົນດີຕໍ່ທຸກຝ່າຍທັງນັ້ນ. ການບັນລຸການໂຮມປະເທດເຂົ້າ
ເປັນເອກະພາບກັນນັ້ນແມ່ນຄວາມປາຖະໜາຂອງປະຊາຊາດ,ຖ້າໃຊ້ເວລາຮ້ອຍປີ
ໂຮມເຂົ້າເປັນເອກະພາບກັນບໍ່ໄດ້,ໃຊ້ເວລາໜຶ່ງພັນປີກໍຕ້ອງໂຮມເຂົ້າເປັນເອກະພາບ
ກັນ. ຈະແກ້ໄຂບັນຫານີ້ແນວໃດ? ຂ້າພະເຈົ້າເຫັນວ່າມີແຕ່ປະຕິບັດ"ປະເທດດຽວ
ສອງລະບອບ". ການວິວາດກັນຕ່າງໆໃນໂລກລ້ວນແຕ່ປະເຊີນບັນຫາທີ່ວ່າຈະແກ້
ໄຂດ້ວຍສັນຕິວິທີຫຼືວິທີນອກສັນຕິວິທີ. ໃນທີ່ສຸດກໍຕ້ອງຊອກຫາວິທີແກ້ໄຂໃຫ້ໄດ້,ບັນ
ຫາໃໝ່ກໍຕ້ອງແກ້ໄຂດ້ວຍວິທີໃໝ່. ບັນຫາຮົງກົງໄດ້ຮັບການແກ້ໄຂຢ່າງສຳເລັດຜົນ,
ແບບຢ່າງດັ່ງກ່າວນີ້ອາດຈະອຳນວຍວິທີທີ່ເປັນປະໂຫຍດບາງຢ່າງຕໍ່ການແກ້ໄຂຫຼາຍ
ບັນຫາໃນໂລກ. ເມື່ອສັງເກດເບິ່ງປະຫວັດສາດຂອງໂລກແລ້ວເຫັນວ່າ,ມີລັດຖະບານ
ໃດເຄີຍວາງນະໂຍບາຍທີ່ມີຫົວກ້າວໜ້າປານນີ້ຄືພວກເຮົາ? ເມ່ືອສັງເກດເບິ່ງປະຫວັດ
ສາດທຶນນິຍົມ,ສັງເກດເບິ່ງປະເທດຝ່າຍຕາເວັນຕົກແລ້ວເຫັນວ່າ,ມີປະເທດໃດເຄີຍ
ເຮັດແນວນີ້? ພວກເຮົາໃຊ້ວິທີ"ປະເທດດຽວສອງລະບອບ"ມາແກ້ໄຂບັນຫາຮົງກົງ
ບໍ່ແມ່ນອາລົມຮ້ອນໃນບາດດຽວ,ກໍບໍ່ແມ່ນຫຼິ້ນລູກໄມ້ລູກມື,ຫາກແມ່ນຖືຄວາມຈິງເປັນ
ເດີນພັນທັງນັ້ນ,ແມ່ນຄຳນຶງເຖິງປະຫວັດສາດແລະສະພາບຕົວຈິງຂອງຮົງກົງຢ່າງ
ເຕັມທີ່.

1  2  3