ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-02-19 12:19:03    
ປະເທດດຽວສອງລະບອບ

cri

ຕ້ອງເຊື່ອວ່າ,ຄົນຈີນຢູ່ຮົງກົງສາມາດຄຸ້ມຄອງຮົງກົງໃຫ້ດີ,ບໍ່ເຊື່ອວ່າຄົນຈີນມີຄວາມ
ສາມາດຄຸ້ມຄອງຮົງກົງໃຫ້ດີ,ນີ້ແມ່ນແນວຄວາມຄິດທີ່ຕົກທອດມາແຕ່ລັດທິລ່າເມືອງ
ຂຶ້ນແບບເກົ່າ.ໃນເວລາໜຶ່ງສັດຕະວັດກວ່າແຕ່ສົງຄາມຢາຝິ່ນມານີ້,

ຄົນຕ່າງປະເທດດູຖືກຄົນຈີນ,ຢຽດຫຍາມຄົນຈີນ.ພາຍຫລັງສະຖາປະນາສາທາລະນະ
ລັດປະຊາຊົນຈີນແລ້ວ,ຈິ່ງໄດ້ປ່ຽນແປງຮູບໂສມຂອງຈີນ.ຮູບໂສມຂອງຈີນໃນຊູ່ມີ້ນີ້ບໍ່
ແມ່ນລັດຖະບານລາຊະວົງຊິງຕອນປາຍບໍ່ແມ່ນຂຸນເສິກເປ່ີຍຢາງແລະກໍ່ບໍ່ແມ່ນພໍ່ກັບ
ລູກຕະກຸນຈຽງເປັນຜູ້ສ້າງຂຶ້ນ.ຫາກແມ່ນສາທາລະນະລັດປະຊາຊົນຈີນໄດ້ປ່ຽນແປງ
ຮູບໂສມຂອງຈີນ.ຂໍແຕ່ແມ່ນລູກຫລານຊາວຈີນ,ບໍ່ວ່ານຸ່ງເຄື່ອງແບບໃດ,ບໍ່ວ່າຖືຫລັກ
ໝັ້ນຫຍັງ,ຢ່າງໜ້ອຍລ້ວນແຕ່ມີຄວາມພາກພຸມໃຈຕໍ່ປະຊາຊາດຈີນ.ຄົນຮົງກົງກໍ່ແມ່ນ
ມີຄວາມພາກພຸມໃຈຕໍ່ປະຊາຊາດແນວນີ້ຄຶກັນ.ຄົນຮົງກົງແມ່ນສາມາດຄຸ້ມຄອງຮົງກົງ
ໃຫ້ດີ,ຕ້ອງມີຄວາມໝັ້ນໃຈຕົນເອງແນວນີ້.ຄວາມສີວິໄລຂອງຮົງກົງໃນເມື່ອກ່ອນ,ຕົ້ນ
ຕໍແມ່ນຄົນຮົງກົງທີ່ຖືຄົນຈີນເປັນອັດຕະພາບນັ້ນເປັນຜູ້ສ້າງຂຶ້ນ.ພູມປັນຍາຂອງຄົນຈີນ
ບໍ່ດ້ອຍກວ່າຄົນຕ່າງປະເທດ,ຄົນຈີນບໍ່

ແມ່ນຄົນອ່ອນຄວາມສາມາດ,ຢ່າຖືຕະຫລອດວ່າ,ມີແຕ່ຄົນຕ່າງປະເທດຈິ່ງເຮັດໄດ້ດີ.
ຕ້ອງເຊື່ອວ່າຄົນຈີນພວກເຮົາເອງກໍ່ເຮັດໄດ້ດີຄືກັນ.ອັນທີ່ວ່າຄົນຮົງກົງບໍ່ມີຄວາມໝັ້ນ
ໃຈ,ນີ້ບໍ່ແມ່ນຄວາມເຫັນອັນແທ້ຈິງຂອງຂອງຄົນຮົງກົງ.ປະຈຸບັນເນື້ອໃນການເຈລະ
ຈາລະຫວ່າງຈີນກັບອັງກິດຍັງບໍ່ທັນໄດ້ປະກາດເທື່ອ,ຄົນຮົງກົງຫລາຍໆຄົນບໍ່ເຂົ້າໃຈ
ນະໂຍບາຍຂອງລັດຖະບານກາງ,ຕາບໃດຫາກພວກເຂົາເຈົ້າເຂົ້າໃຈຢ່າງແທ້ຈິງແລ້ວ,
ກໍ່ຈະມີຄວາມໝັ້ນໃຈຢ່າງສົມບູນ.ນະໂຍບາຍທີ່ພວກເຮົາໃຊ້ໃນການແກ້ໄຂບັນຫາຮົງ
ກົງແມ່ນນາຍົກລັດຖະມົນຕີປະກາດໃນບົດລາຍງານວຽກງານລັດຖະບານໃນກອງປະ
ຊຸມຄັ້ງທີ່ສອງຂອງສະພາປະຊາຊົນສະໄໝທີ່ 6,ແມ່ນໄດ້ຮັບຜ່ານໃນກອງປະຊຸມ,
ແມ່ນເລື່ອງທີ່ເຄັ່ງຂືມທີ່ສຸດ.ຖ້າວ່າດຽວນີ້ຍັງມີຄົນເວົ້າເຖິງເລື່ອງຄວາມໝັ້ນໃຈ,ບໍ່ມີ
ຄວາມໝັ້ນໃຈຕໍ່ສາທາລະນະລັດປະຊາຊົນຈີນແລະລັດຖະບານຈີນ,ເມື່ອເປັນແນວນີ້,
ເລື່ອງອື່ນໆກໍ່ບໍ່ຕ້ອງເວົ້າເຖິງແລ້ວ.ຂ້າພະເຈົ້າເຊື່ອວ່າ ຄົນຮົງກົງສາມາດຄຸ້ມຄອງຮົງ
ກົງໃຫ້ດີ,ຈະໃຫ້ຄົນຕ່າງປະເທດປົກຄອງຕໍ່ໄປອີກບໍ່ໄດ້,ຖ້າບໍ່ດັ່ງນັ້ນ ຄົນຮົງກົງກໍ່ບໍ່
ຍອມຢ່າງເດັດຂາດ.

ຄົນຮົງກົງຄຸ້ມຄອງຮົງກົງມີເສັ້ນແບ່ງແລະມາດຖານອັນໜຶ່ງເຊິ່ງກໍ່ຄືຕ້ອງໃຫ້ຄົນຮົງກົງ
ທີ່ຖືຜູ້ຮັກຊາດເປັນອັດຕະພາບມາຄຸ້ມຄອງຮົງກົງ.ສະມາຊິກຕົ້ນຕໍຂອງອົງການປົກຄອງ
ເຂດພິເສດຮົງກົງໃນອະນາຄົດແມ່ນຜູ້ຮັກຊາດ,ແນ່ນອນແລ້ວກໍ່ຕ້ອງຮັບເອົາຄົນອື່ນ
ເຂົ້າມານຳອີກ,ຍັງສາມາດເຊີນຄົນຕ່າງປະເທດມາເປັນທ່ີປຶກສາ.ອີຫຍັງຈິ່ງເອີ້ນວ່າຜູ້
ຮັກຊາດ?ມາດຖານຂອງຜູ້ຮັກຊາດແມ່ນເຄົາລົບປະຊາຊາດຂອງຕົນ,ສະໜັບສະໜູນ
ປະເທດຊາດຟື້ນຟູໃຊ້ອຳນາດອະທິປະໄຕເໜືອຮົງກົງດ້ວຍຄວາມບໍລິສຸດໃຈ,ບໍ່ທຳ
ລາຍຄວາມສີວິໄລແລະສະຖຽນລະພາບຂອງຮົງກົງ.ທະແນມແຕ່ພຽບພ້ອມໄປດ້ວຍ
ເງື່ອນໄຂເຫົ່ຼານີ້,ບໍ່ວ່າພວກເຂົາເຈົ້າແມ່ນເຊື່ອຖືທຶນນະຍົມ,ຫລືແມ່ນເຊື່ອຖືລັດທິສັກດິ
ນາ,ຈົນກະທັ້ງເຊື່ອຖືລັດທິຂ້າທາດ,ລ້ວນແຕ່ແມ່ນຜູ້ຮັກຊາດທັງນັ້ນ.ພວກເຮົາບໍ່ຮຽກ
ຮ້ອງໃຫ້ພວກເຂົາເຈົ້າລ້ວນແຕ່ເຫັນດີນຳລະບອບສັງຄົມນິຍົມຂອງຈີນພຽງແຕ່ຮຽກ
ຮ້ອງໃຫ້ພວກເຂົາເຈົ້າຮັກປະເທດຊາດແລະຮັກຮົງກົງເທົ່ານັ້ນ.

ຮອດປີ 1997 ຍັງມີອີກ 13 ປີ,ແຕ່ນີ້ໄປຕ້ອງແກ້ໄຂບັນຫາໄລຍະຂ້າມຜ່ານໃຫ້ດີເທື່ອ
ລະກ້າວ.ໃນໄລຍະຂ້າມຜ່ານ,ໜຶ່ງແມ່ນຢ່າປະກົດມີການປັ່ນປ່ວນໃຫຍ່ແລະຄວາມ
ຫລົ້ມເຫລວໃຫຍ່,ຮັກສາຄວາມສີວິໄລແລະສະຖຽນລະພາບຂອງຮົງກົງ;ສອງແມ່ນ
ຕ້ອງສ້າງເງື່ອນໄຂ,ເຮັດໃຫ້ຄົນຮົງກົງສາມາດຮັບຄຸ້ມຄອງອົງການປົກຄອງຢ່າງສະ
ດວກ.ຜູ້ຊົງຄຸນວຸດທິວົງການຕ່າງໆຂອງຮົງກົງຕ້ອງທຳຄວາມພະຍາຍາມເພື່ອເລື່ອງນີ້.


1  2  3