ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-11 19:59:31    
ຄູຫາມໍ້ກ່າວຕຸ່ນຮວງຂອງຈີນ(ສຽງ)

cri

                   

ຄູຫາມໍ້ກ່າວຕັ້ງຢູ່ບ່ອນໄກຈາກເມືອງຕຸ່ນຮວງແຂວງກັ່ນຊູ້ຂອງຈີນໄປທາງທິດຕາເວັນ
ອອກສຽງໃຕ້25ກິໂລແມັດ,ແມ່ນຄັງສາງປະເສີດແຫ່ງສິລະປະວັດທະນະທຳຈີນ.ມັນ
ແບ່ງເປັນສອງພາກ,ພາກສ່ວນໜ່ຶງແມ່ນຄູຫາຮັກສາຄຳພີປີດົກ,ອີກພາກສ່ວນໜຶ່ງແມ່ນ
ຮູບແຕ້ມຝາຜະໜັງ.

             (ພາບຂອງຄູຫາມໍ້ກ່າວຕຸ່ນຮວງ)

ຄູຫາມໍ້ກ່າວຊາວຈີນເອີ້ນກັນວ່າຄູຫາພະພຸດທະຮູບພັນອົງ,ສ້າງຕັ້ງຂຶ້ນເມື່ອປີ366,ດຽວ
ນີ້ມີຄູຫາ492ແຫ່ງຍັງຮັກສາຮູບແຕ້ມຝາຜະໜັງແລະຮູບປັ້ນສີຂອງຫຼາຍລາດຊະວົງໄວ້
ຢູ່,ມີຮູບແຕ້ມຝາຜະໜັງທີ່ຍາວ4ໝື່ນ5ພັນກວ່າຕາລາງແມັດ,ມີຮູບປັ້ນສີ241ອົງ,ມີສິ່ງ
ກໍ່ສ້າງທີ່ເຮັດດ້ວຍໄມ້ຂອງລາດຊະວົງຖາງແລະຊົ້ງ5ແຫ່ງ,ແມ່ນຄັງສາງປະເສີດແຫ່ງສິ
ລິປະຄູຫາທີ່ມີຂະໜາດໃຫຍ່ກວ່າໝູ່ແລະມີເນື້ອໃນອຸດົມສົມບູນກວ່າໝູ່ຂອງຈີນທີ່ຍັງ
ຮັກສາໄວ້ໃນປະຈຸບັນ.

                     (ຮູບປັ້ນສີ)

ຄູຫາມໍ້ກ່າວແບ່ງເປັນ5ຊັ້ນ,ແຕ່ທິດເໜືອຮອດທິດໃຕ້ຍາວ1600ກວ່າແມັດ,ແມ່ນສິ່ງກໍ່
ສ້າງສິລະປະສັງລວມທີ່ມີທັງສິ່ງກໍ່ສ້າງຮູບແຕ້ມແລະຮູບປັ້ນ.ຄູຫາທີ່ໃຫຍ່ກວ່າໝູ່ສູງ40
ແມັດ,ກວ້າງ30ແມັດ,ຄູຫາທີ່ນ້ອຍກວ່າໝູ່ພຽງແຕ່ສູງ0,3ແມັດ.ຮູບປັ້ນທີ່ໃຫຍ່ກວ່າໝູ່
ສູງ33ແມັດ,ຮູບປັ້ນທີ່ນ້ອຍກວ່າໝູ່ສູງພຽງແຕ່10ຊັງຕີແມັດທໍ່ນັ້ນ.


1  2  3