ຄູຫາເລກທີ17ຂອງຄູຫາມໍ້ກ່າວກໍຄືຄູຫາຮັກສາຄຳພີ,ກວ້າງ2,5ແມັດ,ຍາວ2,7ແມັດ, ສູງ3ແມັດ,ໃນຄູຫາລວມມີວັດຖຸບູຮານ5ໝື່ນກວ່າອັນ,ນອກຈາກຄຳພີພາສາຮ້ານແລ້ວ, ຍັງມີຄຳພີພາສາຕິເບດແລະພາສາສັນສະກິດເປັນຕົ້ນ.ນອກຈາກຄຳພີສາສະໜາພຸດ ແລະຄຳພີສາສະໜາເຕົາເປັນຈຳນວນຫຼວງຫຼາຍແລ້ວ,ຍັງມີປື້ມບັນທຶກເລື່ອງປະຫວັດ ສາດ ກາບກອນ ນະວະນິຍາຍແລະວັນນະຄະດີພື້ນເມືອງເປັນຕົ້ນ,ລວມທັງວັດຖຸບູ ຮານຂອງເກືອບ10ລາດຊະວົງແຕ່ສະຕະວັດທີ4ຮອດສະຕະວັດທີ14.
(ຮູບແຕ້ມຝາຜະໜັງ)
ຄູຫາມໍ້ກ່າວແມ່ນຖືກຄົ້ນພົບແນວໃດ?ວັນທີ22ມິຖຸນາປີ1900,ໃນເວລາຊຳລະວັດບູຮານ ແຫ່ງໜຶ່ງ, ຝາຂອງຄູຫາຮັກສາຄຳພີເຊິ່ງໄດ້ປິດເກືອບພັນປີນັ້ນຖືກມ້າງອອກ.ພາຍຫຼັງ ມາ,ວັດຖຸບູຮານແລະເຄື່ອງສິ ລະປະອັນເລີດລ້ຳທີ່ຮັກສາໄວ້ຢູ່ໃນຄູຫາຖືກພວກຈັກກະ ພັດນິຍົມທຳລາຍຢ່າງໜັກໜ່ວງ.
ພາຍຫຼັງຄູຫາຮັກສາຄຳພີຖືກເປີດແລ້ວ,ຜູ່ທຳອິດທີ່ມາປຸ້ນສະດົມວັດຖຸບູຮານອັນລ້ຳຄ່າ ຂອງຈີນແມ່ນນັກບູຮານນະຄະດີອັງກິດ.ລະດູບານໃໝ່ປີ1907,ເຂົາໄດ້ລັກເອົາໜັງສືບ ູຮານ24ຫີບແລະເຄ່ືອງສິລະປະ5ຫີບ;ພາຍຫຼັງຄົນຝຣັ່ງເຂົ້າສູ່ຕຸ່ນຮວງແລ້ວ,ກໍ່ແລກເອົາ ເຄື່ອງປະເສີດ24ຫີບດ້ວຍເງິນ500ຕຳລຶງ.ເວລານັ້ນ, ລັດຖະບານລາດຊະວົງເຊັງຈຶ່ງຈຳ ເປັນຕ້ອງອອກຄຳສັ່ງຂົນສົ່ງໜັງສືທີ່ເປັນເຄື່ອງປະເສີດຊະນິດຕ່າງໆ8 ພັນເຫຼັ້ມຂອງຕຸ່ນ ຮວງທີ່ຍັງເຫຼືອຢູ່ນັ້ນໄປຮັກສາໄວ້ຢູ່ປັກກິ່ງ.ສາມາດເວົ້າໄດ້ວ່າ,ໄພພິບັດປຸ້ນສະດົມເອົາ ເຄື່ອງປະເສີດຂອງຕຸ່ນຮວງກໍຢຸດສະຫງັກໄດ້,ແຕ່ພາຍຫຼັງມາ,ພໍຄ້າຊາວຂາຍວັດຖຸບູຮານ ຂອງຍີ່ປຸ່ນ ລັດເຊຍແລະອາເມລິກາກໍໄດ້ປຸ້ນສະດົມເອົາໜັງສືບູຮານ ຮູບແຕ້ມ ຮູບແຕ້ມ ຝາຜະໜັງແລະຮູບປັ້ນຂອງຕຸ່ນຮວງເປັນຈຳນວນຫຼວງຫຼາຍ,ເຄື່ອງປະເສີດຂອງຈີນເຫຼົ່າ ນີ້ໄດ້ກາຍເປັນຂອງຮັກສາໄວ້ໃນຫໍພິພິດທະພັນຂອງປະເທດເຫຼົ່ານີ້.
1 2 3
|