ໃນຈຳນວນ 55 ເຜ່ົາສ່ວນຫນ້ອຍຂອງຈີນນັ້ນ,ມີ 10 ເຜ່ົາສ່ວນຫນ້ອຍແມ່ນເຊື່ອຖືສາສະຫນາອິສລາມເກືອບຫມົດທຸກຄົນ,ເຜ່ົາຕົງຊຽງກໍແມ່ນເຜ່ົາຫນ່ຶງໃນຈຳນວນ 10 ເຜ່ົາດ່ັງກ່າວ,ເຜ່ົາຕົງຊຽງຕົ້ນຕໍແມ່ນຕັ້ງພູມລຳເນົາຈຸ້ມກັນຢູ່ເມືອງເຜ່ົາຕົງຊຽງປົກຄອງຕົນເອງໃນເຂດຍ່ອຍຫນິງເຊ້ຍເຜ່ົາຮຸຍປົກຄອງຕົນເອງຂອງແຂວງກັນຊູພາກພາຍັບຂອງຈີນແລະຢູ່ຕາມຫຼາຍເມືອງທີ່ໃກ້ຄຽງກັບເມືອງດ່ັງກ່າວ,ນອກນັ້ນ,ຢູ່ລານໂຈວເທສະບານແຂວງກັນຊູແລະສອງເຂດປົກຄອງຕົນເອງຄືເຂດນິງເຊ້ຍແລະເຂດຊິນຈຽງກໍມີຊົນເຜ່ົາຕົງຊຽງຕັ້ງພູມລຳເນົາຢາຍກັນຢູ່ຈຳນວນຫນ່ຶງ.
ເຜ່ົາຕົງຊຽງແມ່ນຫຼາຍເຜ່ົາທີ່ຕ່າງກັນດຳລົງຊີວິດຢູ່ເຂດຕົງຊຽງໃນປະຈຸບັນເຊື່ອມໂຍງກັນເມື່ອທ້າຍສັດຕະວັດທີ 14 ,ໃນນັ້ນ,ຕົ້ນຕໍແມ່ນຊາວອົບພະຍົບມາຈາກອາຊີກາງ ຊົນເຜ່ົາມົງໂກທີ່ເຊື່ອຖືສາສະຫນາອິສລາມ.ເມື່ອສັດຕະວັດທີ 13 ,ໃນເວລາເຊັນກິສຄານຜູ່ກໍ່ຕັ້ງລາຊະວົງຢວນຂອງຈີນເຄື່ອນທັບໄປອາຊີກາງນັ້ນ,ກໍໄດ້ນຳພົນທະຫານແລະຊ່າງຫັດຖະກຳເປັນຈນວນຫຼວງຫຼາຍມານຳ,ເພື່ອໂຮມຫມົດປະເທດເຂົ້າເປັນເອກະພາບກັນ,ປັບປຸງແນວຫລັງໃຫ້ຫມັ້ນແກ່ນ,ເຊັນກິສຄານກໍໄດ້ຈັດສ່ົງພົນທະຫານອາຊີກາງເຫຼ່ົານີ້ໄປຖາກຖາງຕັ້ງຄ້າຍ,ປູກຝັງແລະປ້ອງກັນຢູ່ເຂດຊາຍແດນພາກພາຍັບ,ຈັດວາງພວກເຂົາເຈົ້າໄວ້ຢູ່ເຂດຕົງຊຽງແຂວງກັນຊູໃນປະຈຸບັນ, ຄົນອາຊີກາງທີ່ເຊື່ອຖືສາສະຫນາອິສລາມເຫຼ່ົານີ້ສ່ວນຫຼາຍແມ່ນເຮັດວຽກກະສິກຳແລະຫັດຖະກຳໃນເມື່ອກ່ອນ,ໃນຫຼາຍຮ້ອຍປີມານີ້,ພວກເຂົາເຈົ້າຜ່ານກາງເຊື່ອມໂຍງກັນກັບເຜ່ົາຕ່າງໆເປັນຕົ້ນແມ່ນເຜ່ົາມົງໂກນ,ເຜ່ົາຫ້ານແລະເຜ່ົາຕິເບດເປັນເວລາຍາວນານ,ຈ່ິງໄດ້ຈໍ່ຕົວຂຶ້ນເປັນເຜ່ົາຕົງຊຽງເຊ່ິງເປັນເຜ່ົາໃຫມ່ເຜ່ົາຫນ່ຶງມາເທື່ອລະກ້າວ.
ຕາມຕົວເລກສະຖິຕິປະຊາກອນຈີນໃນປີ 1990 ,ປະຈຸບັນນີ້,ເຜ່ົາຕົງຊຽງມີປະຊາກອນ 3 ແສນ 7 ຫມື່ນຄົນ,ນາງອວງຈື້ມິນ ນັກສຶກສາເພດຍິງແມ່ນຄົນເຜ່ົາຕົງຊຽງ,ນາງເສັງເຂົ້າຮຽນມະຫາວິທະຍາໄລຊົນເຜ່ົາສູນກາງປັກກິ່ງເມື່ອປີ 1999,ຮຽນວິຊາພາສາວັນນະຄະດີຊົນເຜ່ົາ,ຢູ່ໂຮງຮຽນຫລັງນີ້ມີນັກສືກສາເຜ່ົາຕົງຊຽງ 7 ຄົນ,ເມື່ອກ່າວເຖິງສະພາບຊົນເຜ່ົາຕົນແລ້ວ,ນາງອວງຈື້ມິນຮູ້ສຶກມີຄວາມສະຫນິດສະຫນົມແລະພາກພູມໃຈ,ນາງມີຄວາມສຳນຶກຮູ້ຢ່າງເລິກເຊ່ິງຕໍ່ພາສາແລະວັນນະຄະດີພື້ນເມືອງຂອງເຜ່ົາຕົນ,ນາງເວົ້າວ່າ:ເຜ່ົາຕົງຊຽງພວກຂ້ອຍບໍ່ມີໂຕຫນັງສືປະຈຳເຜ່ົາ,ແມ່ນໃຊ້ຫນັງສືຫ້ານນຳກັນຫົດ,ແຕ່ພວກຂ້ອຍມີພາສາຄວາມເວົ້າຂອງຕົນຄືພາສາຕົງຊຽງ,ພາສາຕົງຊຽງແມ່ນສັງກັດພາສາມົງໂກນໃນຕະກຸນພາສາອານໄຕ,ມີຫຼາຍສັບໂດຍພື້ນຖານແມ່ນຄືກັນແລະຄ້າຍຄືກັນກັບພາສາມົງໂກນ,ໃນພາສາຕົງຊຽງກໍມີຫຼາຍສັບແມ່ນຢືມພາສາຫ້ານມາໃຊ້.
1 2 3
|