ຫລັງຈາກໄດ້ສະເຫນີໃຫ້ຮູ້ອາຫານການກິນແລະເຄື່ອງນຸ່ງຂອງຖືຂອງຊາວເຜ່ົາຕົງຊຽງແລ້ວ,ຕໍ່ໄປນີ້,ເຮົາຂໍສະເຫນີສະພາບເຮືອນຢູ່ຂອງຊາວເຜ່ົາຕົງຊຽງສູ່ຟັງອີກ,ຕາມນາງອວງຈື້ມິນສະເຫນີໃຫ້ຮູ້ວ່າເຮືອນຢູ່ຂອງນາງກໍແມ່ນເຮືອນຢູ່ດັ້ງເດີມຂອງຊາວເຜ່ົາຕົງຊຽງ,ເຮືອນຢູ່ແບບນີ້ມີຮູບຊົງເປັນເອກະພາບກັນ,ໂດຍທ່ົວໄປແລ້ວສ່ວນຫຼາຍແມ່ນມີຕ້າຍອ້ອມເຮືອນ,ສູງປະມານ 3 ແມັດ,ຢູ່ກາງເດ່ີນບາງບ່ອນກໍປຸກເຮືອນອ້ອມຫມົດສ່ີດ້ານ,ສ່ວນຫຼາຍເປັນເຮືອນໄມ້ແຊມດິນສອງຫລັງຕັ້ງປ່ິນຫນ້າໃສ່ກັນ,ຊາວເຜົ່າຕົງຊຽງແມ່ນມັກເອົາເຮືອນດີກວ່າຫມູ່ໃຫ້ຜູ່ເຖົ້າຢູ່,ເຮືອນຄົວແມ່ນກວ້າງທີ່ສຸດແລະຍັງມີຫ້ອງອາບນ້ຳນຳອີກ.
ບຸນກຸກບານແລະບຸນອັດຮາແມ່ນບຸນສຳຄັນຂອງເຜ່ົາຕົງຊຽງ,ນອກນັ້ນ,ຊາວເຜ່ົາຕົງຊຽງຍັງເຮັດບຸນທວນໄຟໃນເດືອນຈຽງເພັງອີກດ້ວຍບຸນທວນໄຟຂອງຊາວເຜ່ົາຕົງຊຽງແມ່ນຕ່າງກັບຮູບການຂອງບຸນທວນໄຟຂອງເຜ່ົາອີຂອງພາກໃຕ້ຂອງຈີນ,ບຸນທວນໄຟຂອງເຜ່ົາອີສ່ວນຫຼາຍແມ່ນຄົບງັນກັນຟ້ອນລຳທຳເພງ,ສ່ວນບຸນທວນໄຟຂອງຊາວເຜ່ົາຕົງຊຽງພັດເອົາການແລ່ນ,ເຊ່ິງມີສີສັນພິເສດຂອງການຫຼິ້ນກິລາພື້ນເມືອງ,ພໍຮອດຍາມຄ້າຍຄຳ່,ຜູ່ບ່າວຜູ່ສາວຫມົດບ້ານກໍຕ່າງຖືກະບອງທີ່ເຮັດເຟືອງເຂົ້າບາເລແລ່ນໄປມາຕາມແຄມນ້ຳແລະທ່ົງໄຮ່ທ່ົງນາ,ພວກເຂົາເຈົ້າຖືກະບອງຮຽງກັນເປັນແຖວຍາວຄືມັງກອນ,ເຕັ້ນໄປເຕັ້ນມາ,ບຶດຂຶ້ນບຶດລົງໃນທ່າມກາງລາຕີຢ່າງສະຫງ່າງາມ.
ເປັນເວລາດົນນານມານີ້,ການລ້ຽງສັດແລະຫັດຖະກຳແມ່ນຄອງຖານະສຳຄັນໃນຊີວິດການເປັນຢູ່ຂອງປະຊາຊົນເຜ່ົາຕົງຊຽງ,ສັດລ້ຽງຂອງພວກເຂົາເຈົ້າມີລໍ,ງົວ ແບ້ແກະ ລວງແລະມ້າ,ຫັດຖະກຳການປຸງແຕ່ງຫນັງສັດແນວມີຂົນ,ເຮັດພົມປູພື້ນແລະເຮັດເຄື່ອງເງິນທີ່ມີມູນເຊື້ອມາແລ້ວເປັນຕົ້ນ.
ພູມປະເທດຢູ່ເຂດຕົງຊຽງແມ່ນສູງຊັນ,ສ່ວນຫຼາຍແມ່ນດິນໂນນແລະພູດອຍທີ່ແຫ້ງແລ້ງເຫນືອລະດັບຫນ້ານ້ຳທະເລ 1900 – 2300 ແມັດ,ມີພູຜາເຈືອລະເນືອກັນ,ທັງມີຫ້ວຍຮ່ອງຄອງບຶງສົນສວນກັນ,ດິນພຽງແມ່ນມີຫນ້ອຍທີ່ສຸດ,ສ່ິງແວດລ້ອມທຳມະຊາດທີ່ບໍ່ດີນັ້ນແມ່ນບໍ່ມີຜົນດີຕໍ່ການພັດທະນາຂອງເຂດຕົງຊຽງ,ອົງການປົກຄອງທ້ອງຖ່ິນໄດ້ນຳພາມວນຊົນທ້ອງຖ່ິນດຳເນີນການຕໍ່ສູ້ດັດແປງໂສມຫນ້າທຳມະຊາດຢ່າງມີແຜນການ,ສ້າງອ່າງເກັບນ້ຳແລະເຫມືອງເປ່ັງນ້ຳເຂົ້ານາສວນເປັນຕົ້ນ,ອັນໄດ້ເຮັດໃຫ້ບັນຫາຕ່າງໆຄືນ້ຳໃຊ້ຂອງຊາວບ້ານ,ລະບາຍນ້ຳເຂົ້ານາສວນ,ການໃຊ້ໄຟຟ້າແລະຄົມມານາຄົມກໍໄດ້ຮັບການແກ້ໄຂໂດຍພື້ນຖານແລ້ວ,ຫລັງຈາກໄດ້ດັດແປງຢ່າງຂະຫນາດໃຫຍ່ມາເປັນຫຼາຍສິບປີແລ້ວ,ໂສມຫນ້າຂອງເຂດຕົງຊຽງກໍໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຫຼວງຫຼາຍ,ຄຽງຄູ່ກັບລັດເພ່ີມທະວີການພັດທະນາພາກຕາເວັນຕົກ,ແຫ່ງດ່ັງກ່າວກໍມີຄວາມຫວັງຈະໄດ້ຮັບການພັດທະນາຕ່ືມອີກ. 1 2 3
|