ນາງອວງຈື້ມິນ ເວົ້າວ່າ,ຊາວເຜ່ົາຕົງຊຽງໄດ້ໃຊ້ສະຕິປັນຍາຂອງຕົນປະດິດຄຶດແຕ່ງວັນນະຄະດີພື້ນເມືອງຫຼາຍຮູບຫຼາຍແບບ,ໃນນັ້ນ,ມີມະຫາກາບກອນວິລະຊົນສະໄຫມຮູຮານ,ພື້ນສືບນິທານທັງມີນິທານຕະຫຼົກຊວນຫົວແລະນິທານອຸບປະມາທີ່ມີຫຼັກປັດຊະຍາຫຼາຍອີກດ້ວຍ. ຫລັງຈາກໄດ້ພັດທະນາມາຫຼາຍສັດຕະວັດແລ້ວ,ເຜ່ົາຕົງຊຽງກໍໄດ້ຈໍ່ຕົວຂຶ້ນເປັນມູນເຊື້ອວັດທະນະທຳແລະຮີດຄອງປະເພນີຊີວິດທີ່ເປັນເອກະລັກຂອງຕົນ,ຄວາມຊິນເຄີຍດ້ານການກິນດ່ືມຂອງຊາວເຜ່ົາຕົງຊຽງກໍມີຫຼາຍແນວທີ່ຄ້າຍຄືກັນກັບເຜ່ົາສ່ວນຫນ້ອຍອື່ນໆທີ່ເຊື່ອຖືສາສະຫນາອິສລາມຢູ່ເຂດພາຍັບຂອງຈີນ,ນາງອວງຈື້ມິນສະເຫນີໃຫ້ຮູ້ວ່າ,ເຄື່ອງກິນຂອງພວກເຮົາແມ່ນກິນຊີ້ນງົວ ຊີ້ນແກະ,ແປ້ງຫມ່ີແລະມັນຝຼ່ັງເປັນຫລັກ,ຊາວເຜ່ົາຕົງຊຽງມັກແຂກມັກຄົນ,ເມື່ອມີແຂກມາຢາມກໍເຊີນແຂກໄປນ່ັງຢູ່ເທິງຕຽງ,ແລ້ວເອົາຖ້ວຍໃສ່ນ້ຳຊາ,ເຂົ້າຫນົມຈືນແລະຊີ້ນແກະທີ່ຕົ້ມສຸກແລ້ວມາຕ້ອນແຂກ.
ເຄື່ອງນຸ່ງຂອງຖືທີ່ເປັນມູນເຊື້ອຂອງເຜ່ົາຕົງຊຽງແມ່ນງາມຫຼາຍ,ເສື້ອຜູ່ຍິງແມ່ນແສ່ວດອກໄມ້ໃສ່,ແຂນເສື້ອແລະຂາສົ້ງກໍກວ້າງແລະແສ່ວດອກໄສ່ຫມົດ,ເຊ່ິງສ່ອງແສງໃຫ້ເຫັນຢ່າງເຕັມທີ່ເຖິງນິດໄສມັກງາມຂອງພວກຜູ່ຍິງ,ສົ້ງເສ້ືອຜູ່ຊາຍສ່ວນຫຼາຍກໍແມ່ນເສື້ອຍ່າມກວ້າງ,ພ້ອມທັງມີສາຍມັດແອວແລະຂັດດາບເຊ່ິງສະແດງເຖິງນິດໄສໃຈຄໍຂອງຜູ່ຊາຍຕົງຊຽງທີ່ເປີດອົກເປີດໃຈ.
ຄຽງຄູ່ກັບສັງຄົມທີ່ໄດ້ພັດທະນານັ້ນ,ໃນຫຼາຍສິບປີມານີ້,ເຄື່ອງນຸ່ງຂອງເຜ່ົາຕົງຊຽງໄດ້ມີການປ່ຽນແປງຢ່າງຫຼວງຫຼາຍ,ນາງອວງຈື້ມິນເວົ້າວ່າ,ປະຈຸບັນນີ້,ເຄື່ອງນຸ່ງຂອງຖືທີ່ເປັນມູນເຊື້ອມາແລ້ວກໍບໍ່ຄ່ອຍເຫັນແລ້ວ,ຄຽງຄູ່ກັບການແລກປ່ຽນກັນລະຫວ່າງບັນດາຊົນເຜ່ົາເພ່ີມຫຼາຍຂຶ້ນ,ການນຸ່ງການຖືຂອງພວກເຮົາກໍຄ້າຍຄືກັນກັບເຜ່ົາຫ້ານແລະເຜ່ົາຮຸຍທີ່ຢູ່ທ້ອງຖ່ິນຂອງເຂົາເຈົ້າ,ຄົນທັງຫຼາຍຈ່ິງມີແຕ່ເບ່ິງຈາກເຄື່ອງປະດັບປ່ິນຫນ້າມາຈຳແນກເຜ່ົາພວກຂ້ອຍກັບສອງເຜ່ົາດ່ັງກ່າວທໍ່ນັ້ນ.
1 2 3
|