ເຜ່ົາເອີລຸນຊຸນແມ່ນເຜ່ົາຫນ່ຶງຂອງຈີນທີ່ມີປະຊາກອນອ່າວຫນ້ອຍແດ່,ດຽວນີ້ມີປະຊາກອນ 6 ພັນກວ່າຄົນ,ຕົ້ນຕໍແມ່ນຢາຍກັນຢູ່ເຂດຍ່ອຍອູລຸນບາຮ໌ເຂດມົງໂກໃນປົກຄອງຕົນເອງແລະແຫ່ງອື່ນໆໃນແຂວງເຫີລົງຈຽງ,ເອີລຸນຊຸນແປວ່າຄົນທີ່ຢູ່ເທິງພູ,ແຕ່ກີ້ແຕ່ກ່ອນ,ບັນພະບູລຸດຂອງເຜ່ົາເອີລຸນຊຸນແມ່ນທຳມາຫາກິນຢູ່ຕາມພູຜ່າປ່າດົງຕອນເຫນືອຂອງເຫີລົງຈຽງ,ພວກເຂົາເຈົ້າຫາປູຫາປາ,ລ່າເນື້ອແລະລ້ຽງກວາງ,ມາຮອດກາງສະຕະວັດທີ 17 ,ຍ້ອນຈັກກະພັດນິຍົມເຈົ້າຊາລັດເຊຍຮຸກຮານ,ເຜ່ົາເອິລຸນຊຸນຈ່ິງຈຳເປັນຕ້ອງຍົກຍ້າຍລົງມາຢູ່ແຖບລ້ອງແມ່ນ້ຳນຸ້ນຈຽງຕາມ ສາຍພູຕ້າຊິງອານ.
ພູຊິງອານສູງຊັນ,ປ່າໄມ້ເປັນປຶກແຜ່ນແຫນ້ນຫນາ,ຢູ່ໃນຫັ້ນ,ມີຊົນເຜ່ົາເອີລຸນຊຸນຜູ່ກ້າຫານ,ມີມ້າໂຕຫນ່ຶງກັບປືນບອກຫນ່ຶງ,ໄປຍິງສັດປ່າທີ່ບໍ່ຫມົດເປັນຈັກເທື່ອ,ນີ້ແມ່ນການວາດພາບຖ່ິນຖານບ້ານຢູ່ແລະສະພາບການດຳລົງຊີວິດຂອງເຜ່ົາເອີລຸນຊຸນໃນເມື່ອກ່ອນ,ປ່າດົງພົງທຶບຫວ້ຍນ້ຳລຳທານຢູ່ຕາມຮ່ອມພູທີ່ງຽບສະຫງັດ,ເຄີຍເປັນຖ່ິນຖານຂອງຊົນເຜ່ົາເອີລຸນຊຸນມາຫຼາຍເຊ່ັນຄົນແລ້ວ,ພວກເຂົາເຈົ້າພາຍປືນຂ່ີມ້າ,ມີຫມາພານໂຕຫນ່ຶງໄລ່ຈັບກວາງຈັບຟານຢູ່ກາງປ່າ,ພວກເຂົາເຈົ້າດຳລົງຊີວິດທ່ຽວລ່າສັດຢ່າງບໍ່ມີບ່ອນຢູ່ຄົງທີ່ມາເປັນເວລາຍາວນານ,ທັງນີ້ໄດ້ບຳລຸງສ້າງເດັກຊາຍເຜ່ົາເອີລຸນຊຸນທີ່ໃຫຍ່ມາຮອດ 7—8 ປີກໍໄປຮຽນລ່າເນື້ອແລະຫາປານຳຜູ່ໃຫຍ່ແລ້ວ,ເມື່ອອາຍຸຮອດ 15—16 ປີ ກໍສາມາດເຂົ້າປ່າເຂົ້າດົງຜູ່ດຽວໄດ້,ເກືອບເວົ້າໄດ້ວ່າ,ເຂົາເຈົ້າແມ່ນນາຍພານທີ່ລ່າເນື້ອເກ່ັງຫມົດທຸກຄົນ.
1 2 3 4
|