(ຕຸບຜ້າເຕັນທີ່ຊາວເຜົ່າເອີລຸນຊຸນຢູ່)
ຫລັງຈາກສ້າງຕັ້ງປະເທດຈີນໃຫມ່ເມື່ອປີ 1949ແລ້ວ,ຊາວເອີລຸນຊຸນກໍຄ່ອຍໆມີຊີວິດຄົງທີ່ຂຶ້ນເປັນກ້າວໆແລະໄດ້ເຂົ້າໄປຢູ່ເຮືອນດິນຈ່ີປະສົມໄມ້ແລ້ວ,ແຕ່ວ່າຢູ່ແຄມເຮືອນເຂົາເຈົ້າກໍຍັງມັກປຸກເຮືອນເສົາເທວະດາຕ່ືມອີກ,ໃນຍາມຮ້ອນນັ້ນ,ເຂົ້າໄປຢູ່ເຮືອນແບບນີ້ກໍເຢັນດີ,ພວກແມ່ຍິງມັກເຂົ້າໄປຫຍິບແສ່ວຢູ່ໃນເຮືອນເສົາເທວະດາດ່ັງກ່າວ.
ເຜ່ົາເອີລຸນຊຸນມີສຸພາສິດວ່າ,ຜູ່ຊາຍບໍ່ຢ້ານພູສູງ,ຜູ່ຍິງບໍ່ຢ້ານເຮັດວຽກລະອຽດ,ແຕ່ຍາມຍັງນ້ອຍ,ແມ່ຍິງເຜ່ົາເອີລຸນຊຸນແມ່ນໄດ້ຮັບການບອກສອນຈາກແມ່ແລະຮຽນວິທີນວດຫນັງສັດ,ຫນັງສັດທີ່ເຂົາເຈົ້ານວດນັ້ນ,ຫມັ້ນດີ,ທັງອ່ອນແລະບາງ,ເສື້ອຫນັງສັດແລະຫມວກຫນັງສັດທີ່ເຂົ້າເຈົ້າຕັດຫຍິບນັ້ນແມ່ນເຫມາະໃສ່ໃນຍາມອາກາດຫນາວຈັດແລະສຳລັບລ່າເນື້ອອາດເວົ້າໄດ້ວ່າມັນມີເອກະລັກພິເສດຕ່າງຫມູ່,ແມ່ຍິງເຜ່ົາເອີລຸນຊຸນຍັງເກ່ັງໃນການແສ່ວ,ເຄື່ອງນຸ່ງແຕ່ຫົວສຸດຕີນລ້ວນແຕ່ຕ້ອງແສ່ວຮູບຕ່າງໆເປັນດອກໄມ້ ນົກ,ປາ ແມງແລະສັດໂຕນ້ອຍໆທັງນັ້ນ,ເຜ່ົາເອີລຸນຊຸນບໍ່ວ່າຍິງຊາຍນ້ອຍໃຫຍ່ໃຜກໍມັກຟ້ອນລຳທຳເພງຫມົດທຸກຄົນ,ເຂົາເຈົ້າມັກເອົາກາບກອນ,ດົນຕີແລະການຟ້ອນປະສານສົມທົບກັນຈໍ່ຕົວຂຶ້ນເປັນວາດຊົງທີ່ມີເອກະລັກພິເສດຂອງເຂົາເຈົ້າເອງ,ທຳນອງເພງພື້ນເມືອງເຂົາເຈົ້າມີຫຼາຍແນວແລະມີຮູບລັກສະນະຫຼາຍຢ່າງ,ພໍຮຽນຮຽງແລ້ວກໍຮ້ອງໂລດ,ວາດຟ້ອນກໍມີເນື້ອໃນອຸດົມສົມບູນ,ແລະຫຼາຍຮູບຫຼາຍແບບ,ມີບາງກໍຮຽນຕາມອະລະຍາບົດຂອງສັດສ່ີຕີນແລະສັດປີກບາງອັນກໍສະແດງອອກເຖິງຊີວິດການເປັນຢູ່ເຫຼ່ົານີ້ເປັນຕົ້ນ.
1 2 3 4
|