ມ້າລ່າເນື້ອແລະຫມາພານແມ່ນຜູ່ຊ່ອຍຕີນຊ່ອຍມືທີ່ຂາດບໍ່ໄດ້ຂອງຊາວລ່າເນື້ອເຜ່ົາເອີລຸນຊຸນ,ໂດຍສະເພາະແມ່ນໃນສະໄຫມໃຊ້ທະນູແລະປືນແກັບ,ຖ້າບໍ່ມີມ້າທີ່ແລ່ນໄວແລະຫູດັງໄວຂອງຫມາພານແລ້ວ,ຈະແມ່ນນາຍພານຜູ່ເກ່ັງກ້າແນວໃດກໍຍາກທີ່ຈະສູ້ກັບສັດປ່າໂຕໂຫດຮ້າຍໄດ້,ຍ້ອນມີຄວາມຮັກແພງພິເສດກັບມ້າລ້າເນື້ອແລະຫມາພານ,ໂດຍທ່ົວໄປແລ້ວ,ຊົນເຜ່ົາເອີລຸນຊຸນແມ່ນບໍ່ຂ້າມ້າແລະຫມາທັງບໍ່ກິນຊີ້ນມ້າແລະຊີ້ນຫມາ.
ແຕ່ກ່ອນ,ຊົນເຜ່ົາເອີລຸນຊຸນແມ່ນກິນຊີ້ນສັດເປັນຫຼັກ,ມັກກິນເຫຼົ້າຂາວອຸ່ນນ້ຳຮ້ອນແລະກິນນ້ຳນົມມ້າ,ເວລາຮັບແຂກຮັບຄົນທີ່ມາຢາມ,ກໍມັກຊຸມເຫຼົ້າແລະເຮັດອາຫານຊີ້ນຫຼາຍຢ່າງຫຼາຍແນວ,ຕໍ່ແຂກທີ່ມານອນແຮມຄືນກໍຍົກຍໍຂຶ້ນເປັນແຂກຜູ່ມີກຽດ,ເວລາກິນເຫຼົ້າກໍໃຫ້ຄົນອາຍຸແກ່ກິນກ່ອນແລະກິນຊີ້ນກໍໃຫ້ພວກເພ່ີນກິນກ່ອນຄືກັນ,ຄົວຊີ້ນກໍມີຫຼາຍວິທີ,ຕົ້ນຕໍແມ່ນຕົ້ມ,ປ່ິນ ປີ້ງແລະແກງ,ໃນລະດູຮ້ອນທີ່ລ່າເນື້ອໄດ້ຫຼາຍນັ້ນ,ກໍມັກເອົາຊີ້ນໄປຕາກ,ເຮັດເປັນຊີ້ນແຫ້ງໄວ້ກິນດົນ,ຊີ້ນຫຼອດທີ່ຕາກແດດ,ລົມໄຟແລ້ວນັ້ນ,ໂດຍທ່ົວໄປແມ່ນຮັກສາໄວ້ໄດ້,ສາມສ່ີເດືອນ.
ເຮືອນທີ່ເອີ້ນວ່າເສົາເທວະດາ,ແມ່ນເຮືອນທີ່ມີມູນເຊື້ອຂອງເຜ່ົາເອີລຸນຊຸນ,ມັນຄ້າຍຄືກັນກັບເຮືອນຂອງຊາວອິນເດຍແດງໃນທະວີບອາເມລິກາ,ມ້າງງ່າຍແລະປຸກງ່າຍ,ເຊ່ິງເຫມາະສົມຊີວິດທ່ຽວລ່າເນື້ອ,ຮູບຂອງເຮືອນເສົາເທວະດາເປັນຮູບມົນໆ,ສູງປະມານ 5—6 ແມັດ,ທາງພື້ນມີເສັ້ນຜ່າສູນກາງປະມານ 7—8 ແມັດ,ໃນຍາມຫນາວ,ມັກໃຊ້ຫນັງສັດປົກອ້ອມໄວ້,ໃນລະດູໃບໄມ້ປ່ົງ,ລະດູຮ້ອນແລະລະດູໃບໄມ້ຫຼ່ົນ,ຫລັງຄາແມ່ນບໍ່ປົກເລີຍ,ເພື່ອໃຫ້ຄວັນອອກແລະມີແສງແດດສ່ອງເຂົ້າມາໄດ້,ຢູ່ກາງເຮືອນມີຟືນກອງຫນ່ຶງເພື່ອຕົ້ມເຂົ້າຫຸງແກງໃຫ້ຄວາມອຸ່ນແລະໃຫ້ແສງຮຸ່ງ.
1 2 3 4
|