ເຂດແຂວງພາກຕາເວັນຕົກຂອງຈີນຄືແຂວງສ້ານຊີ່ ແຂວງການສຸ ແຂວງຊີງຫາຍແລະເຂດນິງເຊ້ຍແມ່ນເຂດທີ່ມີວັດທະນະທຳປະຊາຊາດຈີນຂ້ອນໂຮມຢູ່ຢ່າງຫນາແຫນ້ນ,ໃນ 10-- 20ມານີ້,ຢູ່ແຫ່ງດ່ັງກ່າວໄດ້ມີນັກປະພັນຈີນຜູ່ມີອິດທິພົນຫຼາຍປະກົດຕົວອອກມາຈຳນວນຫນ່ຶງ,ໃນນັ້ນ ທ່ານເຊີນຈົງເຊີກໍ່ແມ່ນຜູ່ຫນຶ່ງ.
ປີນີ້,ທ່ານເຊີນຈົງເຊີ ມີອາຍຸ 65 ປີແລ້ວ,ເບິ່ງຮູບນອກພັດຄືຊາວກະສິກອນອ້ອຍຕ້ອຍ,ຟັງສຽງປາກແມ່ນມີສຳນຽງທ້ອງຖ່ິນຫນັກທີ່ສຸດ,ເບ່ິງຮອຍຫຍູ່ຫຼາຍໆຂີດຢູ່ຕາມຫນ້າເພ່ີນກໍເຮັດໃຫ້ຄົນສຳນຶກເຖິງເຫວໂສກຢູ່ຕາມພູພຽງດິນເຫຼືອງພາກຕາເວັນຕົກຂອງຈີນ,ແຕ່ວ່າເວລາເພ່ີນຄຶດຫງຳ່ແລະເຫັນສາຍຕາເພ່ີນເລັງໄປໄກໆຢູ່ນັ້ນ,ພັດມີຈຸດພິເສດຂອງນັກປະພັນຫຼືນັກປາດປະກົດຢູ່ໃນກະໂຕເພ່ີນ.
ທ່ານເຊີນຈົງເຊີ ແມ່ນນັກປະພັນຊົນນະບົດທີ່ແຕ່ງບົດປະພັນໄດ້ຫຼາຍ,ນະວະນິຍາຍຫຼາຍສິບເລື້ອງທີ່ເພ່ີນແຕ່ງນັ້ນລ້ວນແຕ່ເອົາຊົນນະບົດທີ່ເພ່ີນດຳລົງຊີວິດຢູ່ນັ້ນເປັນເນື້ອເລື້ອງ,ແຕ່ວ່າໃນຍາມຍັງຫນຸ່ມ,ເພ່ີນກໍຄືກັນກັບຊາວຫນຸ່ມຊົນນະບົດຈີນຫຼາຍໆຄົນ,ໃນຄາວນັ້ນ,ໃຜກໍຢາກໄປດຳລົງຊີວິດຢູ່ຕົວເມືອງຫຼາຍທີ່ສຸດ.
ເມື່ອປີ 1962 ,ທ່ານເຊີນຈົງເຊີ ອາຍຸ 19 ປີ,ໄດ້ຮຽນຈົບມັດທະຍົມປາຍ,ແຕ່ບາດເສັງເຂົ້າມະຫາວິທະຍາໄລກໍເລີຍເສັງຕົກ,ທັງນີ້ໄດ້ເຮັດໃຫ້ອຸດົມການຂອງເພ່ີນທີ່ຢາກໄປດຳລົງຊີວິດຢູ່ຕົວເມືອງນັ້ນຖືກມຸດມອດໄປ,ນອກຈາກກັບຄືນເມືອບ້ານແລ້ວ,ເພ່ີນແມ່ນບໍ່ມີທາງເລືອກອີກ,ໃນຄາວນັ້ນ,ເພ່ີນຮູ້ສຶກທໍລະມານໃຈທີ່ສຸດ,ເພ່ີນເວົ້າວ່າ,ເມື່ອຫຼົບຄືນເມືອບ້ານແລ້ວ,ເປັນເວລາເກືອບເດືອນ,ຄວາມທໍລະມານໃຈຂອງຂ້າພະເຈົ້າແມ່ນພັນລະນາຍາກທີ່ສຸດ,ຮູ້ສຶກວ່າອີຫຍັງກໍມຸດມອດໄປຫມົດ,ຈົນຄຶດບໍ່ອອກຊອກບໍ່ມາ.
ເມື່ອຄືນເມືອຮອດບ້ານແລ້ວ,ທ່ານເຊີນຈົງເຊີ ກໍເປັນຄູໂຮງຮຽນປະຖົມຜູ່ຫນ່ຶງ,ເມື່ອທຽບກັບຊາວກະສິກອນທີ່ເຮັດວຽກໄຮ່ການນາແລ້ວແມ່ນດີຫຼາຍກວ່າ,ທ່ານເຊີນຈົງເຊີ ໄປສອນໃນຍາມກາງເວັນ,ຕອນຄ່ຳຍັງມີສາມສ່ີຊ່ົວໂມງໃຫ້ເຂົາໃຊ້ໄດ້ຕາມໃຈ,ເພ່ີນຈ່ິງຍາດເວລາດ່ັງກ່າວມາອ່ານຫນັງສືເອົາແທ້ເອົາວ່າ,ເພື່ອບັນລຸຄວາມຝັນຂອງເພ່ິນແນວຫນ່ຶງອີກຄືຢາກເປັນນັກປະພັນ.
1 2 3
|