ການປະພັນຂອງທ່ານເຊີນຈົງເຊີ ແມ່ນເຄ່ັງຂືມແລະຕັ້ງໃຈ,ເພ່ີນເວົ້າວ່າ,ເພ່ິນບໍ່ໃຫ້ມີປະໂຫຍກຄຳເວົ້າແບບນ້ຳເຕົ້າເປ່ົາປະກົດຂຶ້ນໃນບົດປະພັນຂອງເພ່ີນ,ເພ່ີນເຫັນວ່າ,ການຂຽນນັ້ນບໍ່ຕ່າງຫຍັງກັບນ້ຳຈອກຫນ່ຶງໃສ່ນ້ຳຕາມບ່ວງຫນ່ຶງ,ເມື່ອຕື່ມນ້ຳອີກຈອກຫນ່ຶງມັນກໍຈະຈາງລົງ.ປື້ມທ່ົງກວາງຂາວພາໃຫ້ເວທີວັນນະຄະດີແລະຜູ່ອ່ານຈີນ,ອຶກກະທຶກເນືອງນັນທີ່ສຸດແລະໄດ້ຈຳຫນ່າຍແລ້ວຫນ່ຶງລ້ານຫົວ,ເພາະສະນັ້ນ,ທ່ານເຊີນຈົງເຊີ ຈ່ິງໄດ້ຮັບລາງວັນວັດທະນະທຳມາວຕຸ້ນ ເຊ່ິງເປັນລາງວັນວັນນະຄະດີສູງສຸດຂອງຈີນ,ເມື່ອເວົ້າເຖິງການປະພັນເລື້ອງທ່ົງກວາງຂາວ,ທ່ານເຊີນຈົງເຊີເວົ້າວ່າ:ຄວາມເວົ້າວ່າ:ພື້ນຖານດ້ານຊີວິດໃນການປະພັນເລື້ອງທ່ົງກວາງຂາວແມ່ນການສະສົມການເຮັດວຽກຢູ່ຊົນນະບົດ 20 ປີ ຂອງຂ້າພະເຈົ້າ,ເມື່ອລາຈາກດິນແດນແຫ່ງນີ້ໃນປີ 1982 ,ຄວາມຄຶດຫງຳອັນແທ້ຈິງຂອງຂ້າພະເຈົ້າກໍຍ່ິງດຸເດືອດແລະຍ່ິງເລິກເຊ່ິງກວ່າເກ່ົາ,ອົງປະກອບສັງຄົມຊົນນະບົດແລະຊາວກະສິກອນຈະຜ່ານຊີວິດດ້ວຍຮູບຖານດຳລົງຊີວິດແນວໃດ,ຈ່ິງດີກວ່າເກ່ົາ,ນັ້ນແມ່ນຄວາມຄຶດຫງຳຂອງຂ້າພະເຈົາພາຍຫລັງລາຈາກແຜ່ນດິນແຫ່ງນີ້ແລ້ວ.
ໃນເວລາທ່ານເຊີນຈົງເຊີ ປະພັນເລື້ອງທົ່ງກວາງຂາວສຳເລັດແລ້ວກໍພໍດີອາຍຸ 50 ປີເຕັມ,ຊາວຈີນມັກເວົ້າວ່າຄົນອາຍຸ 50 ປີກໍ່ຮູ້ພົມມະລິຂິດ ,ຫມາຍຄວາມວ່າແມ່ນບາດລ້ຽວໃນຊີວິດຂອງຄົນເຮົາ,ໃນຍາມນັ້ນ,ທ່ານເຊີນຈົງເຊີ ເວົ້າວ່າ,ເພ່ີນໄດ້ປົງຫາບຫນັກທີ່ສຸດອອກຈາກບ່າທີ່ຫາບມາແລ້ວ.
ດຽວນີ້,ທ່ານເຊີນຈົງເຊີ ແມ່ນປະທານສະມາຄົມນັກປະພັນແຂວງສ້າງຊີເວົ້າຕາມເຫດຜົນແລ້ວ,ເພ່ີນແມ່ນຄົນໃນເມືອງອ້ອຍຕ້ອຍ,ແຕ່ວ່າເພ່ີນຫນີຈາກຊົນນະບົດບໍ່ໄດ້,ເວລາສ່ວນໃຫຍ່ຂອງເພ່ີນແມ່ນຍັງມັກຢູ່ໃນຊົນນະບົດ,ຫັນໃຈເອົາອາກາດຂອງຊົນນະບົດ,ຢຽບດິນທີ່ລື້ງແກວ່ງນັ້ນຢູ່ສະເຫມີ,ເພ່ີນເວົ້າວ່າ,ມີແຕ່ເຮັດແນວນີ້ທໍ່ນັ້ນ,ເພ່ີນຈ່ິງມີອໍ້ຂອງການປະພັນ. 1 2 3
|