ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-24 22:47:49    
ບ້ານຮວາ​ຊີ: ​ແບບຢ່າງ​ຂອງການ​ຮ່ັງມີ​ຂຶ້ນພ້ອມ​ກັນ(ພາບ)

cri Author: lm


             ບ້ານຮວາ​ຊີ ຊົນນະບົດ​ໃໝ່

ສ່ິງ​ແວດ​ລ້ອມ​ແບບ​ສວນ​ອຸທິຍານ ​ໂຮງງານ​ທ່ີ​ທັນ​ສະ​ໄໝ ລົດຍົນທ່ີຫຼູຫຼາ ວິນ​ລາ​ທ່ີ​ງາມ​ສະຫງ່າ, ນີ້​ກໍ​ແມ່ນ​ບ້ານ​ຮວາ​ຊີທ່ີ​​ມີນາມມະ​ຍົດ​ເປັນ "ບ້ານ​ອັນ​ດັບ​ໜ່ຶງ​ໃນ​ໂລກ" ​ໃນ​ສາຍຕາ​ແຂກ​ທ່ອງ​ທ່ຽວ​ທ່ີ​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ. ​ແຕ່​ຊຸມ​ປີ 80 ສະຕະວັດ​ທ່ີ​ແລ້ວ​ເປັນຕົ້ນມາ, ບ້ານ​ຮວາ​ຊີ​​ໄດ້ກາຍ​ເປັນ "ບ້ານ​ໂທລະສັບ" "ບ້ານວິນ​ລາ" "ບ້ານ​ລົດ​ເກ໋ງ" ​ແລະ "ບ້ານຄອມ​ພິວ​ເຕີ" ກ່ອນ​ໝູ່​ໃນ​ທ່ົວ​ປະ​ເທດ​ຈີນ. ​ແຕ່​ສ້າງ​ບ້ານ​ເມ່ືອ​ປີ 1961 ​ເປັນ​ຕົ້ນ​ມາ, ບ້ານ​ຮວາ​ຊີ​ໄດ້​ມີ​ປະຫວັດ​ອັນ​ສະຫງ່າ​ເປັນ​ເວລາ 43 ປີ​ແລ້ວ. ຊາວ​ຮວາ​ຊີ​ໄດ້​ເວົ້າຢ່າງ​ພາກ​ພູມ​ໃຈ​ວ່າ: ​ເສ້ັນທາງພ້ອມ​ກັນຮ່ັງມີ​ຂຶ້ນ​ໄດ້​ສ້າງ​ "ບ້ານ​ອັນ​ດັບ​ໜ່ຶງ​ໃນ​ໂລກ".

(ກຳມະກອນ​ເພດ​ຍິງ​ສອງ​ຄົນ​ພວມ​ເຮັດ​ວຽກ​ຢູ່​ໂຮງງານ​ປ່ັນ​ທໍ​ຮວາ​ຊີ. ປະຈຸ​ບັນ ຢູ່​ບ້ານ​
ຮວາ​ຊີ​ໄດ້​ຈໍ່​ຕົວ​ເປັນ 4​ ອຸດສາຫະກຳ​ເສົາ​ເຄົ້າ​ໃຫຍ່ຄື ຂາງ​ແລະ​ເຫຼັກກ້າ ຜະລິດ​ຕະພັນ​
ໂລຫະ ສ່ິງ​ປ່ັນ​ທໍ​ແລະ​ການທ່ອງທ່ຽວ.)

ຕອນ​ບ່າຍ​ວັນ​ທີ 8 ກັນຍາ​ປີ 2004, ​ໃນ​ວັງ​ຊົນ​ເຜ່ົາ​ບ້ານ​ຮວາ​ຊີ​ມີ​ບັນຍາກາດ​ອັນ​ມ່ວນ​ຊ່ືນ​ຟົດ​ຟື້ນ. ​ໃນ​ເວລາ​ຜູ່​ນຳ​ເມືອງ​ຈຽງ​ອິນ​ປະກາດ​ສ້າງຕັ້ງ "ບ້ານ​ຮວາ​ຊີ​ບ້ານ​ທີ 11" ນັ້ນ, ຢູ່​ທ່ົວ​ວັງ​ໄດ້​ມີ​ສຽງ​ຕົບມື​ດັງ​ຂຶ້ນຢ່າງ​ຟົດ​ຟື້ນ. ​ແຕ່​ເດືອນ​ມິຖຸນາ​ປີ 2001 ​ເປັນ​ຕົ້ນມາ, ບ້ານ​ຮວາ​ຊີ​ໄດ້​​ໂຮມ​ເອົາ 15 ບ້ານ​ທ່ີ​ຢູ່​ອ້ອມ​ຂ້າງ​ເຂົ້າ​ໃນ​ບ້ານ​ຮວາ​ຊີ​​ໂດຍ​ແບ່ງ​ເປັນສາມ​ເທ່ືອ​ຕາມໆ​ກັນ, ​ເພ່ືອພັດທະນາ​ພ້ອມ​ກັນ. ບ້ານ​ຮວາ​ຊີ​ໃຫຍ່​ໃນ​ປະຈຸ​ບັນ​ມີ 11 ບ້ານ, ​ເນື້ອ​ທ່ີ​​ໄດ້​ຂະຫຍາຍ​ໄປຮອດ 29 ຕາລາງ​ກິ​ໂລ​ແມັດ, ປະຊາກອນ​ເພ່ີມ​ຂຶ້ນຮອດ 2 ໝື່ນ 8642 ຄົນ. ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ໝົດ​ບ້ານ​ໃນ​ປີ​ນີ້​ຈະ​ລ່ືນ​ກາຍ 20 ຕື້​ຢວນ, ສົມ​ຊ່ື​ເປັນ "ບ້ານ​ອັນ​ດັບ​ໜ່ຶງ​ໃນ​ໂລກ" ​ແທ້.


1  2  3