ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-24 22:47:49    
ບ້ານຮວາ​ຊີ: ​ແບບຢ່າງ​ຂອງການ​ຮ່ັງມີ​ຂຶ້ນພ້ອມ​ກັນ(ພາບ)

cri Author: lm


(ເຮັດ​ແນວ​ໃດ​ໃຫ້​ລູກຫຼານ​ເຕີບ​ໃຫຍ່ຂະຫຍາຍຕົວ​ຢ່າງປອດ​ໄພ​ແລະຮອບດ້ານ​ແມ່ນ
​​ເລ່ືອງ​ໜ່ຶງ​ທ່ີຊາວບ້ານ​ຮວາ​ຊີ​​ເອົາ​ໃຈ​ໃສ່​ທ່ີ​ສຸດ​ພາຍຫຼັງຮ່ັງມີ​ຂຶ້ນ​ແລ້ວ.)

ທ່ານ​ອູ​​ເຢີ​ນປາວ ອະດີດ​ເລຂາ​ພັກ​ບ້ານ​ຮວາ​ຊີ​ກ່າວ​ວ່າ, ການ​ປົກຄອງ​ບ້ານກັບ​ວິ​ສາ​ຫະ​ກິດ​ຂອງບ້ານ​ຮວາ​ຊີ​ເດີມ​ກັບບ້ານ​ທ່ີ​​ໂຮມ​ເຂົ້າ​ໃໝ່​​ໄດ້ແບ່ງ​ອອກ​ຈາ​ກກັນ; ​ເສດຖະກິດ​ຄຸ້ມ​ຄອງ​ຢ່າງ​ເປັນ​ເອກະ​ພາບ, ​ໃຊ້ພະນັກງານຢ່າງ​ເປັນ​ເອກະ​ພາບ, ​ຈັດ​ວາງ​ແຮງ​ງານ​ຢ່າງ​ເປັນ​ເອກະ​ພາບ​ພາຍ​ໃຕ້​ເງ່ືອນ​ໄຂ​​ເຊ່ັນ​ດຽວ​ກັນ, ​ແຈກ​ຢາຍສະ​ຫວັດ​ດີກາ​ນຢ່າງ​ເປັນ​ເອກະ​ພາບ, ວາງ​ແຜນຜັງກໍ່ສ້າງ​ບ້ານຢ່າງ​ເປັນ​ເອກະ​ພາບ. ທ່ານ​ອູ​ແສ​ເອີນ ​ເລຂາ​ພັກ​ບ້ານຮວາ​ຊີ ປະທານ​ຄະນະບໍລິຫານກຸ່ມ​ບໍລິສັດ​ບອກ​ນັກ​ຂ່າວ​ວ່າ: ​ໂຮມ​ບ້ານ​ເຂົ້າກັນ​ທຸກ​ເທ່ືອ​ກໍ​ແມ່ນ​​ເພ່ີມ​ຕ່ືມ​ພະລັງ​ຊີວິດ​ໃໝ່, ນີ້​ໄດ້​ສະໜອງ​ເບົ້າ​ແບບ​ໃໝ່​ໃຫ້​ແກ່​ຂັ້ນຮາກ​ຖານ​ຊົນນະ ບົດ​ໃນການຈັດສັນຊັບພະຍາກອນ​ໃຫ້​​ເກີດ​ປະ​ໂຫຍ​ດສູງ​ສຸດ.

        
(ປະຈຸ​ບັນ ຢູ່ບ້ານຮວາ​ຊີ​​ຄອບຄົວ​​ໃດກໍ​ມີ​ລົດ​ເກ໋ງ, ມີຄອບຄົວ​ບໍ່​ໜ້ອຍ​ມີ​ລົດ​ເກ໋ງສອງ​
ຄັນຂຶ້ນ​ໄປ)

​ເມ່ືອ​ສ້າງ​ບ້ານ​ຮວາ​ຊີ​ໃນ​ປີ 1961, ດິນ​ປູກ​ຝັງ 53 ກວ່າ​​ເຮັກຕາ​ຂອງ​ທ່ົວບ້ານຖືກ​ຂີດ ແບ່ງ​ເປັນ 1200 ກວ່າ​ແຜ່ນ. ປະຈຸ​ບັນ ​ເນື້ອ​ທ່ີ​ບ້ານ​ຮວາ​ຊີ​ໃຫຍ່​ໄດ້​ຂະຫຍາຍ​ອອກ 29 ​ເທ່ົາ, ປະຊາກອນ​ໄດ້​​ເພ່ີມ​ຂຶ້ນ 17 ​ເທ່ົາ. ທ່ານ​ອູ​ເຢີ​ນປາວ​ກ່າວ​ວ່າ: "ຈຸດປະສົງ​ຂອງ​ພວກ​ເຮົາ​ແມ່ນ​ພາຍ​ໃນ​ສາມ​ປີ, ​ນຳ​ພາຊາວບ້ານ​ຮວາ​ຊີ​ໃຫຍ່ 50% ບັນລຸ​ການ​ກິນ​ອ່ີມ​ນຸ່ງ​ອຸ່ນ​ແລະ​ຍັງ​ມີ​ສ່ວນ​ເຫຼືອ, 30% ບັນລຸຮ່ັງມີ​ຜ້ານ​ກາງ, 20% ບັນລຸ​ຮ່ັງມີ​ສີ​ສຸກ, ​ເດີນ​ໄປ​ຕາມ​ເສັ້ນທາງ​ຮ່ັງມີ​ພ້ອມ​ກັນ!" ທ່ານ​ເວົ້າວ່າ: "ສ່ວນ​ຕົວບຸກຄົນຮ່ັງມີ​ບໍ່​ແມ່ນ​ຮ່ັງມີ​ແທ້, ຮວມໝູ່​ຮ່ັງມີ​ແລ້ວ​ຈ່ຶງ​ນັບ​ວ່າ​ຮ່ັງມີ​ແທ້; ບ້ານ​ໜ່ຶງ​ຮ່ັງມີ​ບໍ່​ແມ່ນ​ຮ່ັງມີ​ແທ້, ທ່ົວ​ປະ​ເທດ​ຮ່ັງມີ​ແລ້ວ​ຈ່ຶງ​ນັບ​ວ່າ​ຮ່ັງມີ​ແທ້. ​ໃນ​ສອງ​ປີ​ມາ​ນີ້, ບ້ານ​ຮວາ​ຊີ​ໄດ້​​ເບີກ​ເງິນລວມ 74 ລ້ານ 7 ​ແສນ​ກວ່າ​ຢວນ​ໃຫ້​ແກ່ບ້ານ​ຢູ່​ອ້ອມ​ຂ້າງ​ໃຊ້​ໃນ​ການ​ສ້ອມ​ແປງ​ຂົວ​​ທາງຫຼື​ໃຊ້​ເປັນ​ສະຫວັດດີ​ການ​ຂອງ​ຊາວ ບ້ານ. ​ໄດ້​ຕັ້ງຊຸດ​ອົບຮົມ 100 ກວ່າຊຸດ​ໃຫ້​ແກ່ 20 ກວ່າ​ແຂວງ​ແລະ​ເຂດ​ປົກຄອງ​ຕົນ​ເອງ, ​ໄດ້​ອົບຮົມ​ພະນັກງານ 1 ໝື່ນ​ກວ່າ​ຄົນ​ໂດ​ຍກົງ, ​​ໄດ້ນຳພາ 1 ​ແສນ​ກວ່າ​ຄົນຫຼຸດພົ້ນອອກຈາກ​ຄວາມທຸກ​ຍາກ​ແລ້ວສ້າງ​ຮ່ັງ​ຄຸນ​ມີ, ​ແຮງ​ງານ​ຕ່າງ​ຖ່ິນ 2 ໝື່ນ​ກວ່າ​ຄົນຫາ​ເງິນ​ໄດ້ 300 ກວ່າລ້ານຢວນຢູ່​ບ້ານ​ຮວາ​ຊີ, ບັນລຸ​ການຫຼຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ​ແລະ​ຮ່ັງມີ​ຂຶ້ນ".


1  2  3