ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-24 22:47:49    
ບ້ານຮວາ​ຊີ: ​ແບບຢ່າງ​ຂອງການ​ຮ່ັງມີ​ຂຶ້ນພ້ອມ​ກັນ(ພາບ)

cri Author: lm


(ປະຈຸ​ບັນ ບ້ານ​ຮວາ​ຊີ​ທ່ີ​ເສດຖະກິດ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງພວມ​ປະຕິບັດ​ແຜນການ​ທັດ
ສະນາຈອນທ່ອງ​ທ່ຽວກະສິກຳ "​ໄຮ່ນາ​ຫຼາຍສິບ​ເຮັກ​ຕາ ສວນຕົ້ນ​ໄມ້​ກິນ​ໝາກຫຼາຍສິບ
​ເຮັກຕາ​ແລະ​ເນ້ືອ​ທ່ີ​ໜ້ານ້ຳຫຼາຍສິບ​ເຮັກ​ຕາ".)

ບ້ານ​ຮວາ​ຊີ​​ໃນຊູ່​ມື້​ນີ້ບໍ່​ພຽງ​ແຕ່​ໄດ້​ດຶງ​ດູດ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ 2000 ກວ່າ​ຄົນ​ຈາກ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ທໍ່​ນັ້ນ, ນັກ​ສຶກສາ​ຂອງ​ບ້ານ​ຮວາ​ຊີ​ເອງ​ກໍ​ກັບ​ເມືອ​ບ້ານ​ຮວາ​ຊີ​ໝົດ​ທຸກ​ຄົນບໍ່​ມີ​ຍົກ​ເວີ້​ນ. ທ້າວ​ເໝີຍ​ເຈີ້ນ​ຮວາ ອາຍຸ 24 ປີ​ຫາ​ກໍ່​ຮຽນ​ຈົບ​ຈາກ​ມະ ຫາວິທະຍາ​ໄລ​​ໃນ​ປີ​ນີ້ໄດ້​ປະລະ​ໂອກາດ​ຮຽນ​ປະລິນຍາ​ໂທ​ຢູ່​ມະຫາວິທະຍາ​ໄລ​ອຸດສາ ຫະກຳ​ຮາ​ເອີ​ປິນທ່ີ​ເສັງ​ຜ່ານ​ແລ້ວນັ້ນ​ແລະ​ການ​ເຊີ້​ອ​ເຊີນ​ຂອງ​ບໍລິສັດ​ຂາງ​ແລະເຫຼັກກ້າ​ປາວ​ຊານ​ຊຽງ​ໄຮ້ຈຳກັດ ​ເຊ່ິງ​ເປັນ​ວິ​ສາ​ຫະກິດຂາງ​ແລະ​ເຫຼັກກ້າ​ຂະໜາດ​ໃຫຍ່​ແລະ​ມີ​ຊ່ື​ສຽງ​ໃນ​ທ່ົວ​ປະ​ເທດ​ຈີນ​ແລະ​ວິ​ສາ​ຫະກິດ​ອື່ນໆ, ກັບ​ຄືນ​ເມືອ​ບ້ານ​ຮວາ​ຊີ​ດຳ​ລົງ​ຕຳ​ແໜ່​ງຜູ່​ຊ່ອຍ​ຜູ່​ອຳນວຍ​ການ​ໃຫຍ່​ບໍລິສັດຂາງ​ແລະ​ເຫຼັກກ້າ​ຮວາ​ຊີ. ລາວ​ເວົ້າວ່າ: "ບ້ານ​ຮວາ​ຊີ​ແມ່ນ​ບ່ອນໜ່ຶງຂອງ​ການສ້າງ​ພາລະກິດ, ຢູ່​​ແຫ່ງນີ້​ຕົນ​ເອງສາມາດເສີມ​ຂະຫຍາຍ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ".


(ທ້າວເໝີຍ​ເຈີ້ນ​ຮວາ ຜູ່​ຊ່ອຍຜູ່​ອຳນວຍ​ການ​ໃຫຍ່ຂອງ​ບໍລິສັດ​ຂາງ​ແລະ​ເຫຼັກກ້າ​ຮວາ​ຊີ​
ພວມ​ກຳກັບ​ບັນຊາ​ການ​ຜະລິດ​ຢູ່​ຫ້ອງ​ຄວບ​ຄຸມ.ພາຍຫຼັງຮຽນ​ຈົບ​ຈາກ​ມະຫາວິທະຍາ​ໄລ
​ແລ້ວ​ ທ້າວ​ເໝີຍ​ເຈີ້ນ​ຮວາ​ໄດ້ກັບ​ຄືນ​​ເມືອເຮັດ​ວຽກ​ຢູ່​ບ້ານ​ເກີດ, ຢູ່​ບ້ານ​ຮວາ​ຊີ​ມີ​ນັກ​ສຶກ
ສາຫຼາຍສິບ​ຄົນ​ທ່ີກັບ​ຄືນ​ເມືອ​​ເຮັດ​ວຽກ​ຢູ່ບ້ານ​ເກີດຄື​ກັນ​ກັບ​ທ້າວ​ເໝີຍ​ເຈີ້ນ​ຮວາ, ພວກ
​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ກຳລັງ​ສຳ​ຄັນ​ໃນ​ການ​ສ້າງສາ​ບ້ານ​ຮວາ​ຊີ​ໃໝ່.)

ຜົນສຳ​ເລັດ​ຂອງ​ບ້ານ​ຮວາ​ຊີ​ແມ່ນ​ຢູ່​ນຳ​ການ​ຍຶດຖື​​ການ​ກ່ໍສ້າງ​ທັງ​ດ້ານ​ວັດຖຸ​ແລະດ້ານ​ຈິດ​ໃຈ. ດຽວ​ນີ້ ບ້ານ​ຮວາ​ຊີ​ມີ​ຊັບ​ສິນ​ຮວມໝູ່ 3 ຕື້​​ກວ່າຢວນ, ຢູ່​ບ້ານ​ໃຈກາງ​ສະ​ເລ່ຍຕໍ່​ຫົວ​ຄົນ​ມີ​ຊັບ​ສິນ​ລ່ືນ​ກາຍ​ລ້ານ​ຢວນ; ມີ​ຊັບ​ສິນ​ເອກະ​ຊົນ 500 ລ້ານ​ກວ່າ​ຢວນ, ສະ​ເລ່ຍຕໍ່​ຫົວ​ຄົນ 3 ​ແສນ​ກວ່າ​ຢວນ. ຊາວບ້ານ​ທຸກ​ຖ້ວນ​ໜ້າ​ຍຶດໝັ້ນຮັກ​ແພງ​ພັກ ຮັກ​ແພງ​ປະ​ເທດຊາດ ຮັກ​ແພງ​ບ້ານ​ຮວາ​ຊີ​ຢ່າງ​ສະ​ເໝີຕົ້ນສະ​ເໝີ​ປາຍ; ຮັກ​ແພງຍາດ​ພີ່ນ້ອງ ຮັກ​ແພງ​ໝູ່ເພ່ືອນ ຮັກ​ແພງ​ຕົນ​ເອງ. ທ່ານ​ອູ​ແສ​ເອີນ​ເວົ້າວ່າ: "ປະຈຸ​ບັນ ບ້ານ​ຮວາ​ຊີ​ພວມ​ຫັນປ່ຽນ​ໂຄງ​ປະກອບ, ​ແຕ່​ບໍ່​ວ່າ​ຈະ​ປ່ຽນ​ແປງ​ແນວ​ໃດ, ​ເປົ້າໝາຍ​ສ້າງ​ຮ່ັງ​ຄຸນ​ມີ​ພ້ອມກັນ​ບໍ່​ຫ່ອນຊິປ່ຽນ​ແປງ".

         
(ສາວ​ຕ່າງ​ຖ່ິນ​ທ່ີ​ເຮັດ​ວຽກ​ຢູ່​ບ້ານ​ຮວາ​ຊີ​ພວມ​​ເລືອກ​ຊື້​ເຄ່ືອງ​ປະດັບ​​ເອ້​ຢູ່​ຊຸບ​ເປີ​ມາ​ເກັດ​
ຈິນຖາບ້ານ​ຮວາ​ຊີ. ​ເສດຖະກິດ​ບ້ານຮວາ​ຊີພັດທະນາ​ຢ່າງ​ວ່ອງ​ໄວ, ​ໄດ້​ດຶງ​ດູດ​ແຮງ​
ງານ​ຕ່າງ​ຖ່ິນ 2 ໝື່ນ​ກວ່າ​ຄົນ.)


1  2  3