ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-08 17:16:58    
ເຜົ່າ​ທາ​ທາ​ເອີ​

cri Author: sayvanny

ເຜົ່າ​ທາ​ທາ​ເອີ​ແມ່ນ​ເຜົ່າ​ສ່ວນ​ຫນ້ອຍ​ເຜົ່າ​ນຶ່ງ​ໃນ 10 ກວ່າ​ເຜົ່າ​ທີ່​ເຊື່ອ​ຖື​ສາສະຫນາ​ອິສລາມ​ຢູ່​ຈີນ,​ແລະ​ກໍ​ແມ່ນ​ເຜົາາ​ສ່ວນ​ຫນ້ອຍ​ເຜົ່າ​ຫນຶ່ງ​ທີ່​ມີ​ປະຊາກອນ​ອ່າວ​ຫນ້ອຍ, ປະຈຸ​ບັນ,ມີ​ພຽງ 4 ພັນ 800 ກວ່າ​ຄົນ​ທໍ່​ນັ້ນ,​ເຜົ່າ​ທາ​ທາ​ເອີ​ຕົ້ນຕໍ​ຕັ້ງ​ພູມລຳ​ເນົາ​ຢູ່​ເຂດ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ເຂດ​ຊິນຈຽງ​ເຜົ່າ​ວີ​ເວີ​ເອີ​ປົກຄອງ​ຕົນ​ເອງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ຈີນ.

​ເຜົ່າ​ທາ​ທາ​ເອີ​ມີ​ພາສາ​ແລະ​ໂຕ​ຫນັງສື​ຂອງ​ຕົນ​ເອງ,ພາສາ​ແມ່ນ​ຂຶ້ນ​ກັບ​ສາຂາ​ພາສາ​ຕວກຕະກູນ​ພາສາ​ອ່ານ​ໄຕ່,ຕົວ​ຫນັງສື​ກໍ​ແມ່ນ​ຕົວ​ອັກສອນ​ຜັນ​ສຽງ​ທີ່​ເອົາ​ຕົວ​ຫນັງສື​ອາ​ລາບ​ເປັນ​ພື້ນຖານ,​ເນື່ອງ​ຈາກ​ໄດ້​ຢູ່ປົນກັນ​ກັບ​ເຜ່ົາ​ວີ​ເວີ​ເອີ​ແລະ​ເຜົ່າ​ຄາ​ຊັກ​ມາຍາ​ວນານ,​ເຜົ່າ​ທາ​ທາ​ເອີ​ໃຊ້​ພາສາ​ແລະ​ຫນັງສື​ຂອງ​ເຜົ່າ​ວີ​ເວີ​ເອີ​ແລະ​ເຜົ່າ​ຄາ​ຊັກ​ຢ່າງ​ກວ້າງຂວາງ.

​ເຄື່ອງ​ນຸ່ງ​ຂອງ​ຖື​ຂອງ​ຊາວ​ເຜົ່າ​ທາ​ທາ​ເອີ​ກໍ​ມີ​ຈຸດ​ພິ​ເສດ​ຕ່າງ​ຫມູ່,ງາມ​ຫນ້າ​ຊົມ,ບໍ່​ວ່າ​ຍິງ​ຊາຍ​ນ້ອຍ​ໃຫຍ່,ສ່ວນ​ຫຼາຍ​ມັກ​ນຸ່ງ​ເສື້ອ​ເຊີດສີຂາວ,ຄໍ​ຕາມ​​ເສື້ອ​ປາກ​ແຂນ​ເສື້ອ​ແລະ​ຫນ້າ​ເອີກ​ມັກ​ແສ່ວ​ລວດລາຍ​ຕ່າງໆ​ທີ່​ມີ​ສີສັນ​ກິນ​ກັນ​ດີ,ຜູ່​ຊາຍ​ມັກ​ນຸ່ງ​ເສ້ືອ​ກັກ​ສີດຳ​ຫຼື​ເສື້ອ​ກຸຍ​ເຮັງສີດຳ​ລ່າມ​ຢູ່​ນອກ​ເສື້ອ​ເຊີດສີ​ຂາວ,ສົ້ງກໍ​ສີດຳ,ພວກ​ເຂົາ​ເຈົ້າ​ຍັງ ໃສ່​ຫມວກ​ສີດຳ​ຂາວ​ແສ່ວ​ດອກ​ໃສ່,​ໃນ​ລະດູ​ຫນາວ,ມັກ​ໃສ່​ຫມວກ​ຫນັງ​ແກະ​ສີດຳ​ມີ​ຂົນ​ທັງ​ອຸ່ນ,ທັງ​ງາມ,​ເຄື່ອງ​ນຸ່ງ​ຂອງ​ຖື​ຂອງ​ແມ່ຍິງ​ເຜົ່າ​ທາ​ທາ​ເອີ​ມັກ​ມີ​ສີສົດ​ໃສ​ງາມ​ສະຫງ່າ​ແມ່ຍິງມັກ​ນຸ່ງ​ກະ​ໂປ່ງຊຸດ,ສ່ວນ​ຫຼາຍ​ມັກ​ສີຂາວ,ສີ​ເຫຼືອງ​ແລະ​ສີ​ແດງ​ຊ້ຳ​ເປັນ​ຕົ້ນ,​ແມ່ຍິງ​ເຜົ່າ​ທາ​ທາ​ເອີ​ທີ່​ມັກ​ງາມ​ມັກ​ໃສ່​ຫມວກ​ທີ່​ຫຍິບ​ຫມາກ​ຕຸ້ມ​ສີ​ຕ່າງໆ​ໃສ່​ກັບ​ຕຸ້ມຫູ,ສ້ອຍ​ຄໍ,​ແຫວນ​ແລະ​ປອກ​ແຂນ​ຄຳ​ຫຼື​ເງິນ​ປະ​ເພດ​ຕ່າງໆ.


1  2  3