![]( /mmsource/images/2004/04/21/laba.gif)
ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ້ຟັງທີ່ເຄົາລົບ, ດີໃຈຫລາຍທີ່ໄດ້ພົບກັບທ່ານໃນລາຍການນັດພົບໃນວັນອາທິດ. ທ້າຍເດືອນທັນວາປີ 2004, ໃນວາລະທີ່ບຸນປີໃໝ່ສາກົນໃກ້ຈະວຽນມາເຖິງ, ແຜ່ນດິນໄຫວແລະຄື້ນຊູນາມີທີ່ເກີດຂຶ້ນກະທັນຫັນ ໄດ້ຕັດເອົາຊີວິດ 2 ແສນ 8 ໝື່ນກວ່າຄົນຂອງຫລາຍປະເທດເຊັ່ນອິນໂດເນເຊຍແລະໄທເປັນຕົ້ນ, ໃນຄືນດຽວ, ຫລາຍຄອບຄົວຈົນນັບບໍ່ຖ້ວມແຕກສະຫລາຍ, ສຽງຮ້ອງໄຫ້ຂອງປະຊາຊົນໃນເຂດປະສົບໄພໄດ້ສະເທືອນທົ່ວໂລກ, ຄົນທັງຫລາຍພາກັນເດ່ມືຊ່ອຍເຫຼືອສະແດງຄວາມຮັກແພງ.
![]( /mmsource/images/2005/02/21/img_0047.jpg)
ພະນັກງານສູນອາຊີ 2 ຂອງCRIຫ້ອຍນົກຍາງເຈ້ຍພັບອະທິຖານໃຫ້ຜູ້ປະສົບໄພ
"ຊາວໂລກພ້ອມໃຈຮ່ວມແຮງກັນຕ້ານມະຫັນຕະໄພ, ພ້ອມກັນສ້າງບ້ານແປງເມືອງໃຫ້ສວຍງາມຄືນໃໝ່."
"ພາຍຸຜ່ານໄປ, ແສງຕາເວັນຮຸ່ງເຮືອງ…"
"ນົກຍາງບີນເຈີ້ຍເຈີດ, ສົ່ງພອນໃຫ້ມີສະຫວັດດີພາບ." ພວກເຮົາພະນັກງານໝົດທຸກຄົນໃນ 8 ພະແນກກະຈາຍສຽງຕໍ່ພາກພື້ນອາຊຽນຂອງCRI, ເຊັ່ນພະແນກພາສາລາວ, ພາສາຫວຽດນາມ, ແລະພາສາກຳປູເຈຍເປັນຕົ້ນໄດ້ພາກັນບໍລິຈາກເງິນໃຫ້ປະຊາຊົນເຂດປະສົບໄພ, ສົ່ງຄວາມຮັກແພງຂອງພວກເຮົາໄປໃຫ້ປະຊາຊົນເຂດປະສົບໄພ, ທັງໄດ້ຈັດການເຄື່ອນໄຫວຕ້ອນຮັບບຸນກຸດຈີນທີ່ຢູ່ສູນອາຊີສອງຂອງCRI, ພະນັກງານທຸກຄົນພາກັນເອົາເຈ້ຍພັບນົກຍາງນ້ອຍຫ້ອຍໃສ່ຕົ້ນໄມ້ອະທິຖານ, ແລະຂຽນຄຳອວຍພອນແລະຄວາມປາຖະໜາໃສ່ໂຕນົກນ້ອຍ.
1 2 3 4
|