
ຫົວໜ້າພາກພາສາອິນໂດເນເຊຍຂອງວິທະຍຸCRIຕາງໜ້າພະແນກພາສາອິນໂດເນເຊຍມອບເງິນບໍລິຈາກໃຫ້ສະຖານທູດອິນໂດເນເຊຍປະຈຳຈີນ
ອິນໂດເນເຊຍແມ່ນເຂດປະສົບໄພຮ້າຍແຮງກວ່າໝູ່ໃນເທື່ອນີ້, ນັບມາຮອດປະຈຸບັນ, ຈຳນວນຄົນເສຍຊີວິດໄດ້ລື່ນກາຍ 1 ແສນ 7 ໝື່ນຄົນແລ້ວ. ຫວ່າງມໍ່ໆນີ້, ຜູ້ຮັບຜິດຊອບພາກພາສາອິນໂດເນເຊຍໄດ້ສົ່ງເງິນບໍລິຈາກໄປໃຫ້ສະຖານທູດອິນໂດເນເຊຍປະຈຳຈີນໂດຍສະເພາະ. ຝ່າຍໜຶ່ງມີຄວາມຫຍຸ້ງຍາກ, 8 ຝ່າຍຊ່ອຍເຫຼືອ. ນີ້ແມ່ນຈັນຍາທຳອັນດີງາມຂອງປະຊາຊາດຈີນ. ພວກເຮົາຍິນດີໃຫ້ການຊ່ອຍເຫຼືອມວນຊົນຜູ້ປະສົບໄພຈົນສຸດຄວາມສາມາດຂອງຕົນ.

ພະແນກພາສາໄທຂອງCRIມອບເງິນບໍລິຈາກໃຫ້ສະຖານທູດໄທປະຈຳຈີນ
ພາກພາສາໄທກໍໄດ້ສົ່ງເງິນບໍລິຈາກໄປໃຫ້ສະຖານທູດໄທປະຈຳຈີນ. ຄຳອວຍພອນບຸນກຸດຈີນຂອງພວກເພີ່ນແມ່ນ"ຂໍໃຫ້ໂລກນີ້ເຕັມໄປດ້ວຍຄວາມຮັກ".
ຊູໜ້າເຈົ້າຂຶ້ນເບົາໆ, ຂໍເຊັດນ້ຳຕາໃຫ້ເຈົ້າ, ບໍ່ໃຫ້ເຈົ້າຮູ້ສຶກງ່ວມເຫງົາ; ມອງເບິ່ງຕາເຈົ້າດ້ວຍຄວາມຮັກໄຄ່, ບໍ່ຕ້ອງເວົ້າຫຍັງຫລາຍ, ຈັບມືເຈົ້າໄວ້ແໜ້ນໆ, ຄວາມອົບອຸ່ນນີ້ຍັງຄືເກົ່າ. ບໍ່ວ່າເຈົ້າຂ້ອຍເຄີຍຮູ້ຈັກກັນຫລືບໍ່? ບໍ່ວ່າເຈົ້າຈະຢູ່ຂອບຟ້າຫລືຢູ່ຕໍ່ໜ້າ, ຂໍອວຍພອນເຈົ້າດ້ວຍຄວາມຈິງໃຈ, ຂໍໃຫ້ເຈົ້າຈົ່ງສຸກສັນຕິ ສະຫວັດດີຊົ່ວນິລັນ.
1 2 3 4
|