ເພງຂໍໃຫ້ໂລກນີ້ເຕັມໄປດ້ວຍຄວາມຮັກ ໄດ້ສະແດງເຖິງນ້ຳໃຈຂອງພະນັກງານCRIໝົດທຸກຄົນ, ແລະກໍແມ່ນສຽງຂອງປະຊາຊົນຈີນທົ່ວປະເທດ. ຢູ່ແຂວງຢຸນນານ ຊາຍແດນພາກຕາເວັນຕົກສຽງໃຕ້ຂອງຈີນ, ຫລາຍໆຄົນເຄີຍໄປທ່ຽວໄທແລະອິນໂດເນເຊຍ, ພາບວິວທິວທັດທີ່ສວຍງາມໃນແຫ່ງນັ້ນໄດ້ສ້າງພາບປະທັບໃຈທີ່ດີງາມໄວ້ແກ່ພວກເຂົາເຈົ້າ. ສະນັ້ນ, ເມື່ອພວກເຂົາເຈົ້າເຫັນສະພາບເຮື້ອຮ້າງຫລັງຄື້ນຊູນາມີ, ກໍຮູ້ສຶກສັງເວດທີ່ສຸດ. ອ້າຍບາວຜູ່ໜຶ່ງນາມສະກຸນຈາງໄດ້ຈົກເອົາເງິນທັງໝົດໃນຖົງປ່ອນເຂົ້າຫີບບໍລິຈາກ, ນ້ອງເວົ້າວ່າ:
ຂ້ອຍເຄີຍໄປທ່ຽວໄທ, ເມື່ອໄດ້ຂ່າວວ່າ ເມືອງໄທເກີດຄື້ນຊູນາມີ, ຂ້ອຍຕົກໃຈຫລາຍ. ກຳລັງຂອງຄົນຜູ້ໜຶ່ງອາດຈະອ່ອນນ້ອຍທີ່ສຸດ, ແຕ່ຂ້ອຍຄິດວ່າ, ຖ້າທຸກຄົນເດ່ມືຊ່ອຍເຫຼືອ, ກໍຈະສາມາດບັນເທົາຄວາມເດືອດຮ້ອນຂອງປະຊາຊົນເຂດປະສົບໄພໄດ້ແນ່ນອນ, ໃຫ້ພວກເຂົາເຈົ້າມີຄວາມໝັ້ນໃຈເຕັມປ່ຽນຕໍ່ອະນາຄົດ.
ນີ້ແມ່ນສຽງຮຽກຮ້ອງຈາກໃຈຈິງ, ນີ້ແມ່ນການອຸທິດຂອງຄວາມຮັກ, ນີ້ແມ່ນລົມລະດູບານໃໝ່ໃນເມືອງຄົນ, ມາລາແຫ່ງຄວາມສຸກບານຢູ່ທຸກແຫ່ງຫົນ, ທະແນມແຕ່ທຸກຄົນອຸທິດຄວາມຮັກພຽງເລັກໜ້ອຍ, ໂລກນີ້ກໍຈະກາຍເປັນສະຫວັນເມືອງຄົນ.

ສາມັນຊົນຈີນບໍລິຈາກເງິນໃຫ້ເຂດປະສົບໄພຄື້ນຊູນາມີຢ່າງຫ້າວຫັນ
ໃນການແຈ້ງຂ່າວທາງຮູບພາບຫລວງຫລາຍໃນຄື້ນຊູນາມີເທື່ອນີ້, ມີຮູບແຜ່ນໜຶ່ງເຮັດໃຫ້ຄົນກະຕຸ້ນໃຈຄື: ຢູ່ຫາດຊາຍແຄມທະເລແຫ່ງໜຶ່ງຫລັງຄື້ນຊູນາມີ, ຊາຍຜູ້ໜຶ່ງກຳມືລູກຊາຍ 7 ຂວບທີ່ເສຍຊີວິດໃນຄື້ນທະເລຊູນາມີ, ແຄ້ນໃຈຈົນເວົ້າຫຍັງບໍ່ອອກ. ຄື້ນຊູນາມີໄດ້ເຮັດໃຫ້ພໍ່ແມ່ຫລວງຫລາຍເສຍລູກເສຍເຕົ້າ, ຜູ້ເປັນລູກກໍມີຜູ້ພໍ່ເສຍຫລືແມ່ເສຍ. ຢູ່ຈີນ, ກ່ອນພັກຮຽນ, ໂຮງຮຽນໄດ້ພາກັນຈັດໃຫ້ມີການບໍລິຈາກເງິນ, ພວກເດັກນ້ອຍພາກັນຈົກເອົາເງິນທີ່ພໍ່ແມ່ເອົາໃຫ້ຈ່າຍນັ້ນເອົາມາບໍລິຈາກ. ເມື່ອຖາມພວກຫລານວ່າເປັນຫຍັງບໍລິຈາກເງິນນັ້ນ, ນາງເຫີອ້າຍຊານ ທີ່ຫາກໍຮຽນມໍ 1 ບອກພວກເຮົາວ່າ:
"ຍ້ອນວ່າພວກເຂົາເຈົ້າຕ້ອງການຄວາມຊ່ອຍເຫຼືອ."
ຄຳເວົ້າງ່າຍໆ. ແມ່ນແທ້, ຍ້ອນວ່າພວກເຂົາເຈົ້າຕ້ອງການຄວາມຊ່ອຍເຫຼືອ, ໂລກນີ້ຕ້ອງການຜູ້ມີໃຈເມດຕາ.
1 2 3 4
|