ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-11 16:10:02    
ສິນຄ້າອາຊີໃຕ້​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຢູ່​ປັກ​ກິ່ງ

cri Author: mo


ໃນສອງປີມານີ້, ​ໃນຊີວິດທັນ​ສະ​ໄໝຂອງ​ປັກ​ກິ່ງ​ໄດ້​ມີ​ສິ່ງ​ນິຍົມ​ກັນໃໝ່​ອີກ​, ຄືຄົນ​ທັງຫລາຍ​ນັບ​ມື້​ນັບ​ນິຍົມ​ເສື້ອ​ຜ້າ​ອາພອນ ​ເຄື່ອງ​​ເອ້​ ​ແລະ​​ເຄື່ອງ​ສິລະ​ປະຫັດຖະກຳ​ຂອງ​ປະ​ເທດອາຊີ​ໃຕ້ຄື​ອິນ​ເດຍ ປາ​ກີ​ສະຖານ ​ແລະ​ເນ​ປານ​ເປັນຕົ້ນ, ຮ້ານ​ຂາຍ​ສິນຄ້າ​ປະ​ເພດ​ນີ້ກໍ​ເປີດຂຶ້ນຫລາຍ​ຊັກ​ໄຊ້, ຈົນ​ກາຍ​ເປັນ​ທິວ​ທັດ​ໜຶ່ງ​ໃນນະຄອນຫລວງ​ປັກ​ກິ່ງ. ມື້​ນີ້, ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ເລາະ​ຮ້ານ​ຄ້າ​ເຫຼົ່ານີ້.



ຢູ່ເບື້ອງເໜືອ​ພະ​ລາຊະ​ວັງ​ກູ້​ກົງ​ປັກ​ກິ່ງ​ມີ​ໜອງ​ແຫ່ງ​ໜຶ່ງຊື່ວ່າ"ສື​ຊ້າ​ຫາຍ", ຮ້ານ"ສະຫວັນຜະລິດ"ທີ່​ຂາຍ​ເຄື່ອງ​​ເອ້​ອາຊີ​ໃຕ້ຂອງ​ອ້າຍ​ນ້ອງ​​ໂລ​ຊັງ ຊາວ​ຕິ​ເບ​ດກໍ​ຕັ້ງຢູ່​ແຫ່ງ​ນັ້ນ. ຮ້ານ​ຄ້ານີ້​​ໃຫຍ່ສົມຄວນ ທັງ​ມີ​ຊື່ສຽງ.

ທ່ານ​ໂລ​ຊັງ ​ເຈົ້າຂອງ​ຮ້ານ​ຜູ້ໜຸ່ມນ້ອຍ​ ​ຜິວອ່ຳ​ທ່ຳ ​ຊື່​ງ​ເປັນ​ສີພິ​ເສດ​ຂອງຊາວ​ຕິ​ເບ​ດ, ທ່ານ​ມີນິ​ດ​ໄສ​​ເບີດ​ບານ​ແລະ​ມັກ​ແຂກ​ມັກ​ຄົນ, ​ເມື່ອ​​ຮູ້​ວ່າ​ພວກ​ເຮົາ​ແມ່ນ​ນັກ​ຂ່າວ, ທ່ານກໍ​ຖາມ​ສະບາຍດີ​ນຳ​ຜູ້​ຟັງ​ວິທະຍຸCRIດ້ວຍ​ພາສາ​ຕິ​ເບ​ດ. ທ່ານ​ເວົ້າວ່າ:

ສະບາຍດີ​ເພື່ອນ​ຜູ້​ຟັງ​ທີ່​ຮັກ​ແພງ, ຂ້າພ​ະ​ເຈົ້າ​ຊື່​ວ່າ​ໂລ​ຊັງ, ​ເຈົ້າຂອງ​ຮ້ານ​"ສະຫວັນ​ຜະລິດ", ຮ້ານ​ຂອງ​ພວກ​ເຮົາ​ແມ່ນ​ຫ້ອງ​ວາງສະ​ແດງສິນຄ້າ​ທີ່​ມາ​ຈາກ​​ຕິ​ເບ​ດ, ຂ້າພ​ະ​ເຈົ້າຂໍ​ອວຍພອນ​ໃຫ້​ຜູ້​ຟັງທຸກ​ຄົນ​ຈົ່ງ​​ໂຊກ​ດີ.
1  2  3