ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-24 16:55:02    
​ປະ​ຫວັດ​ສາດ​ແມ່ນ​ຫຼົງ​ລື່ມ​ບໍ່​ໄດ້---ຜູ້​ປະ​ສົບ​ເຫດ​ການ​ສັງ​ຫານ​ໂຫດ​ທີ່​ນານ​ກິ່ງ​ເລົ່າ​ຄວາມ​ຊົງ​ຈຳ​ອັນ​ເສົ້າ​ສະ​ຫຼົດ​ໃຈ(ພາບ)(ສຽງ)

cri Author: q

ປີ​ນີ້​ແມ່ນ​ສົງຄາມ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະນະ​ຄົບ​ຮອບ​60​ປີ.​ໃນ​ລາຍການ​ພາກ​ນີ້,ພວກ​ເຮົາ​ຈະ​ເລົ່າ​ເຫດການ​ທີ່​ຜູ້​ຮຸກ​ຮານ​ຍີ່​ປຸ່ນ​ສັງ​ຫານ​ຄົນ​ຈີນ​3​ແສນ​ຄົນ​ໃນ​ເວລາ​ຮຸກ​ຮານ​ນານ​ກິ່ງ​ເມືອງ​ພາກ​ກາງຂອງ​ຈີນ​ໃນ​ຄາວ​ນັ້ນ​ສູ່​ຟັງ,​ຟັງ​ຜູ້​ປະ​ສົບ​ເຫດ​ການ​ດັ່ງ​ກ່າວ​ເລົ່າ​ຄວາມ​ຊົງ​ຈຳ​ອັນເສົ້າ​ສະຫຼົດ​ໃຈ​ໃນ​ຕອນ​ນັ້ນ.​ເວົ້າ​ສຳ​ລັບ​ຄົນ​ຈີນ​ແລ້ວ,​ເຖິງ​ວ່າ​ເວລາ​ໄດ້​ຜ່ານ​ໄປ60ກວ່າປີ​ແລ້ວ,​ແຕ່​ວ່າທາລຸນ​ກຳ​ທີ່​ເຕັມ​ໄປ​ດ້ວຍ​ຄາວ​ເລືອດ​ຂອງ​ພວກ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຢູ່​ນະຄອນ​ນານ​ກິ່ງ​ນັ້ນ,ຈົນ​ຮອດ​ຊູ່​ມື້​ນີ້​ກໍ​ລື່ມຍາກ​.

ໃນເຫດການສັງຫານໂຫດທີ່ນານກິ່ງ,ທະຫານຍີ່ປຸ່ນມັດແປ້ສອກຄົນຈີນ
ທີ່ບໍ່ມີໂທດຫຍັງ300ກວ່າຄົນ,ພາຍຫຼັງຂ້າຕາຍແລ້ວໄດ້ຖີ້ມໃສ່ສະນ້ຳ
ຢູ່ຊານເມືອງ


ວັນ​ທີ13​ທັນວາ​ປີ1937,ກອງທັບ​ຍີ່​ປຸ່ນທີ່​ຮຸກ​ຮານ​ຈີນ​ປະມານ2​ແສນ​ຄົນ​ໄດ້​ຍຶດຄອງ​ນານ​ກິ່ງ ນະ​ຄອນ​ຫຼວງ​ຂອງ​ຈີນ​ໃນ​ຄາວ​ນັ້ນ.ຖັດມາ​ພາຍ​ໃນ​ເວ​ລາ6​ອາທິດ,ຄົນ​ຈີນ3​ແສນ​ກວ່າ​ຄົນ​ທີ່​ມີ​ແຕ່​ສອງ​ຝ່າມື​ເປົ່າ​ເທົ່າ​ນັ້ນ​ໄດ້​ເສຍ​ຊີວິດ​ຢູ່​ໃຕ້​ ​ກະ​ປີ່​ປາຍ​ປືນຂອງ​ທະຫານ​ຍີ່ປຸ່ນ.ນີ້​ກໍ​ແມ່ນ​ເຫດ​ການ​ສັງ​ຫານ​ໂຫດ​ທີ່​ນານ​ກິ່ງ​ເຊິ່ງ​ພາ​ໃຫ້​ຊາວ​ຈີນ​ແລະ​ຕ່າງປະ​ເທດ​ຕື່ນ​ຕົກ​ໃຈ,​ແລະ​ກໍ​ແມ່ນ​ຄະ​ດີ​ສັງ​ຫານ​ໂຫດ​ທີ່​ຊື່​ດັງ​ຄະດີ​ໜຶ່ງ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ.

ໃນເຫດການສັງຫານໂຫດທີ່ນານກິ່ງ,ທະຫານຍີ່ປຸ່ນໄດ້ຂ້າຄົນຈີນ
ທີ່ບໍ່ມີໂທດຫຍັງຢ່າງທາລຸນ

ໃນເຫດການສັງຫານໂຫດທີ່ນານກິ່ງ,ກອງທະຫານຍີ່ປຸ່ນຜູ້ຮຸກຮານຈີນ
ພາຍຫຼັງຂ້າຄົນຈີນຕາຍແລ້ວ,ເຜົາສົບເພື່ອທຳລາຍຫຼັກຖານ

1  2  3  4  5