ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-30 15:39:11    
ບັນທຶກ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຊົນ​ເຜົ່າ​ມື້​ອອກ​ໃໝ່ 8 ຄ່ຳ​ເດືອນ​ສີ່​ຈັນທະຄະຕິ​ຈີນ​ຢູ່​ເມືອງ​ກຸ້ຍ​ຢາງ(ສຽງ)

cri Author: mo


ວັນ​ທີ 15 ພຶດສະພາ​ປີ​ນີ້ກົງ​ກັບມື້​ອອກ​ໃໝ່ 8 ຄ່ຳ​ເດືອນ​ສີ່​ຈັນທະຄະຕິ​ຈີນ. ມື້​ອອກ​ໃໝ່ 8 ຄ່ຳ​ເດືອນ​ສີ່​​ຈັນທະຄະຕິ​ຈີນ​ແມ່ນ​ມື້ບຸນປະ​ເພນີ​ດັ້ງ​ເດີມ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຄື​ເຜົ່າ​ມົ້ງ ​ເຜົ່າ​ປູ້​ອີ່, ​ເຜົ່າ​ຕົ້ງ, ​ແລະ​ເຜົ່າ​ຢ້າວ​ເປັນຕົ້ນໃນ​​ເມືອງກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ​ວ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ​ແຕ່ລະ​ປີ, ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ທ້ອງ​ຖິ່ນຈະ​ຈັດການ​ເຄື່ອນ​ໄຫວ​ສະຫລອງ​ວັນ​ບຸນ​ດັ່ງກ່າວ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ. ປີ​ນີ້, ການ​ສືບ​ທອດ​ແລະ​ການປົກ​ປັກ​ຮກສາ​ວັດທະນະທຳ​ຊົນ​ເຜົ່າ​ໄດ້​ກາຍ​ເປັນ​ເນື້ອ​ໃນ​ສຳຄັນຂອງ​ການ​ສະຫລອງ​ວັນ​ບຸນ​ດັ່ງ​ກ່າວ​ຂອງ​​ເມືອງ​ກຸ້ຍ​ຢາງ.


ວັນ​ທີ 15 ພຶດສະພາ, ກໍຄືມື້​ອອກ​ໃໝ່ 8 ຄ່ຳ​ເດືອນ​ສີ່​ຈັນທະຄະຕິ​ຈີນ, ເມືອງ​ກຸ້ຍ​ຢາງ​ໄດ້​ກາຍ​ເປັນ"​ທະ​ເລ​"ທີ່​ມ່ວນ​ຊຶ່ນ​ຟົດ​ຟື້ນ, ​ຢູ່​ແຫ່ງ​ນີ້​ພວມ​ຈັດ​ງານ​ກິລາ​ດັ້ງ​ເດີມ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຊິ່ງ​ແມ່ນ​ລາຍການ​ກິລາ​ດັ້ງ​ເດີມ​ຂອງມື້​ອອກ​ໃໝ່ 8 ຄ່ຳ​ເດືອນ​ສີ່​​ຈັນທະຄະຕິ, ​ແລະການ​ເຄື່ອນ​ໄຫວ​​ແຫ່​ສະ​ແດງ​ໄປ​ນຳ​ທາງ​ທີ່​ມີ​ຫົວ​ຂໍ້​ວ່າ"ຊົນ​ເຜົ່າຮ້ອງ​ເພງ​ຢ່າງ​ມ່ວນ​ຊື່ນ" ​ເຊິ່ງຈັດ​ຂຶ້ນ​ຢູ່​​ເທດສະບານ​ເມືອງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ອັດ​ສຽງ​ການ​ເຄື່ອນ​ໄຫວ​ແຫ່​ສະ​ແດງ​ໄປ​ນຳ​ທາງ"ຊົນ​ເຜົ່າ​ມ່ວນ​ຊື່ນ" ທີ່​ຈັດ​ຂຶ້ນ​ຢູ່​​ໃຈກາງ​​ເມືອງ​ກຸ້ຍ​ຢາງ.
1  2  3  4