ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-14 12:51:46    
ໂທດ​ກຳ​ທີ່​ຫຼົງ​ລືມ​ບໍ່​ໄດ້---ກອງ​ທະ​ຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ດຳ​ເນີນ​ສົງ​ຄາມ​​ເຊື້ອ​ໂຣກ​ຢູ່​ຈີນ(ພາບ) (ສຽງ)

cri Author: q

ປີ​ນີ້​ແມ່ນ​ສົງຄາມ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະນະ​ຄົບ​ຮອບ​60​ປີ.​​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ປະ​ເທດ​ກໍ່​ສົງ​ຄາມ​ເກືອບ​ໝົດ​ທຸກ​ປະ​ເທດ​ລ້ວນ​ແຕ່​ມີ​ພາ​ຫະ​ນະ​ຫຼື​ແຜນ​ການ​ຜະລິດ​ອາວຸດ​ເຊື້ອ​ໂຣກ.​ແຕ່​ວ່າ,ມີ​ແຕ່​ຍີ່​ປຸ່ນ​ເທົ່າ​ນັ້ນ​ໄດ້​​ໃຊ້​ອາວຸດ​​ເຊື້ອ​​ໂຣກ​ໃນ​ສົງ​ຄາມ.​ສົງ ຄາມ​ເຊື້ອ​ໂຣກ​ທີ່​ກອງ​ທະ​ຫານ​ຍີ່ປຸ່ນ​ກໍ່​ຂຶ້ນ​ນັ້ນ​​ໄດ້​ນຳ​ເອົາ​ໄພ​ພິ​ບັດ​ອັນ​ໜັກ​ໜ່ວງ​ມາ​ສູ່​ປະ​ຊາ​ຊົນ​ຈີນ.​ພວກ​ເຮົາ​ຈະ​ພາ​ທ່ານ​ພ້ອມ​ກັນ​ຫວນ​ຄືນ​ປະ​ຫວັດ​ສາດ​ທີ່​​ເຮັດ​ໃຫ້ຄົນ​ຟັງ​ແລ້ວ​ຮູ້​ສຶກ​ຂົນ​ພອງ​ສະ​ຫຍອງ​ເກົ້າ.

ພໍ່​ເຖົ້າ​ວາງ​ປິງຫົງ ປີ​ນີ້​ອາຍຸ79​ປີ, ​​ເປັນ​​ຊາວບ້ານ​ຂອງ​ບ້ານ​ສົງ​ຊ່ານ​ເມືອງ​ຈິ່ນ​ຮວາ​ແຂວງ​ເຈີ້​ຈ່ຽງ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.ພໍ່​ເຖົ້າ​​ແມ່ນ​ໜຶ່ງ​ໃນ​ຜູ້​ລອດ​ຕາຍ​ບໍ່​ຫຼາຍ​ໃນ​ປັດ​ຈຸ​ບັນ​ຈາກ​ສົງ​ຄາມ​ເຊື້ອ​ໂຣກທີ່​ຍີ່​ປຸ່ນກໍ່​ຂຶ້ນ.​ເຖິງ​ວ່າ​ເຫດການ​ໜ້າ​ສັງ​ເວດໃນ​ເມື່ອ​ກ່ອນ ​ໄດ້​ຜ່ານ​ໄປ60​ກວ່າ​ປີ​​ແລ້ວກໍ​ຕາມ,​ແຕ່​ກ່ຽວ​ກັບ​ສະພາບການ​ໃນ​ຄາວ​ນັ້ນ,ພໍ່​ເຖົ້າ​ຍັງຈື່​ໄດ້ຢ່າງ​ແຈ່ມ​ແຈ້ງ.ປີ1942,ຍ້ອນ​ຖືກ​ຜົນ​ສະທ້ອນ​ຈາກສົງຄາມ,ພໍ່​ເຖົ້າວາງ​ປີງ​ຫົງ​ທີ່​ອາຍຸ16​ປີ​ໃນ​ຄາວ​ນັ້ນຈຳ​ເປັນ​ຕ້ອງ​ເຊົາ​ຮຽນ​​ແລະ​ພັກ​ຢູ່​​ເຮືອນ.​ເລີ່​ມ​ແຕ່​​ເດືອນ​ກັນຍາ​ປີ​ນັ້ນ​ມາ,ພໍ່​ເຖົ້າ​ໄດ້​ເຫັນ​ຍົນ​ຍີ່​ປຸ່ນບິນ​​ເວີ່ນ​​ໄປມາ​ຢູ່​​ເທິງ​ທ້ອງ​ຟ້າ​ຂອງ​ທ້ອງ​ຖິ່ນ​ຕົນ.​ຍົນ​ບິນ​ຕ່ຳ​ຫຼາຍ,​ເລື່ອງ​ທີ່​ເຮັ​ດ​ໃຫ້​ຊາວ​ບ້ານ​ຮູ້​ສຶກ​ປະ​ຫຼາດ​ໃຈ​ນັ້ນ​ແມ່ນ,​ຍົນ​​​ເຫຼົ່າ​ນີ້​ບໍ່​ໄດ້​ຖີ້ມ​ລະ​ເບີດ, ຫາກ​​ໄດ້​ໂຮຍ​ແປ້ງ​ສີ​ຂາວ​.ພາຍ​ລຸນ​ມາ,​ພະ​ຍາດ​ຕິດ​ແປດ​ທີ່​ແປກ​ສະ​ຫຼາດ​ຊະ​ນິດ​ໜຶ່ງ​ກໍ​ເລີຍ​ແຜ່​ລະ​ບາດ​ໃນ​ທ້ອງ​ຖິ່ນ​ນີ້,​ຊາວ​ບ້ານ​ທັງ​ຫຼາຍ​ເອີ້ນ​ມັນ​ເປັນ​ພະຍຸ.​ເພື່ອ​ໜີ​ໄພ​ພະ​ຍຸ,​ພໍ່​ເຖົ້າ​ວາງ​ປິງ​ຫົງ​ພ້ອມ​ກັນ​ກັບ​ອ້າຍ​ນ້ອງ​ກໍ​ຟ້າວ​ໜີ​ຈາກ​ບ້ານ.​ພໍ່​ເຖົ້າ​ຫວນ​ຄື​ນວ່າ:

"ວັນ​ທີ29​ພະຈິກ​ປີ1942,​ແມ່​ເຖົ້າ​ຜູ້​ໜຶ່ງ​ທີ່​ຢູ່ບ້ານ​ໃກ້ມາ​ເຮືອນ​ຂ້ອຍ​ແລະ​ບອກ​​ແມ່​ຂ້ອຍ​ວ່າ:ຢູ່ບ້ານ​ເຮົາ,ພະຍຸ​ໄດ້​ແຜ່​ລະບາດ​ຢ່າງ​ຮ້າຍ​​ແຮງ​ແລ້ວ,ມີຫຼາຍໆ​ຄົນ​ໄດ້​ຕາຍ​ຍ້ອນ​ພະຍຸ.​ເຈົ້າ​ມີ​ລູກ​ຫຼາຍ​ຄົນ,​ເປັນ​ຫຍັງ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າ​ໜີ​ໄປ​ບ້ານອື່ນ.​ໃນ​ຄາວ​ນັ້ນ,​ແມ່​ຂ້ອຍ​ຍັງ​ລັ່ງ​ເລ​ໃຈຢູ່,ມື້​ລຸນ​ມາ,ກໍ​ໄດ້​ຍິນ​ຂ່າວ​ວ່າ,​ແມ່ເຖົ້າ​ຜູ້​ທີ່​ມາ​ເຮືອນ​ຂ້ອຍນັ້ນ​ໄດ້​ຕາຍ​ຍ້ອນ​ພະຍຸ​ໃນ​ມື້​ຄືນ​ນີ້.ດັ້ງ​ນັ້ນ,​ແມ່​ຂ້ອຍ​ຈິ່ງ​​ໃຈຮ້ອນຫຼາຍ​ເລີຍ​ຟ້າວ​​ໃຫ້ອ້າຍ​ນ້ອງ​ສອງ​ຄົນ​ພວກ​ເຮົາ​ໄປ​ບ້ານ​ອື່ນ​ເພື່ອ​ໜີ​ໄພ​ພະຍຸ."

ຫຼັງ​ຈາກ​ນັ້ນ1​ເດືອນ​,​​ເມື່ອ​ສະພາບ​ພະຍຸ​ໄດ້​ຄ່ອຍໆ​ສະຫງົບ​ລົງ,ພໍ່​ເຖົ້າ​ວາງ​ປິງຫົງ​ຈິ່ງໄດ້​​ເມືອ​ບ້ານ.​ແຕ່​ໃນ​ຕອນ​ບ່າຍ​ມື້​ກັບ​ບ້ານ,ພໍ່​ເຖົ້າ​ກໍ່​ຮູ້ສຶກ​​ບໍ່​ສະບາຍ.ພໍ່​ເຖົ້າ​​ໄດ້​ຫວນ​ຄືນ​ວ່າ​:"ຫົວທີ,ຂ້ອຍ​ເປັນ​ໄຂ້​ຮ້ອນ,ຢ້ານ​ໜາວ,ຖັດມາ,ຂາ​ເບື້ອງ​ຂວາມີ​ບ່ອນ​ໜຶ່ງໃຄ່​ຂຶ້ນ,ທັງ​ຂະຫຍາຍ​ໄວ​ແລະ​ເຈັບຫຼາຍ."

ພາຍ​ລຸນ​ມາ,ພໍ່​ເຖົ້າ​ວາງ​ປີງ​ຫົງ​ເລີຍ​ສະຫຼົບໄປ.ຍ້ອນ​ວ່າ​ໃນ​ບ້ານ​ຍັງ​ມີ​ຫຼາຍ​ຄົນ​ມີ​ອາ​ການ​ເຈັບ​ຄື​ກັນ​ກັບ​ພໍ່​ເຖົ້າ​ວາງ​ປີງ​ຫົງ,ສະ​ນັ້ນ,​ແມ່​ຂອງ​​ເພິ່ນ​ເລີຍ​ຮຽນ​ເອົາ​ບົດ​ຮຽນ​ຂອງ​ຜູ້​ອື່ນ,​ໃຫ້​​ພໍ່​ເຖົ້າ​ກິນ​ເຫຼົ້າ​ຂາວ​ໜ້ອຍ​ໜຶ່ງ,​ແລ້ວ​ໃຊ້​ເຂັມ​ແທງ​ບ່ອນ​ໃຄ່​ເທິງ​ຂາ​,ບີບ​ໃຫ້​ເລືອດ​ອອກ​ແລ້ວ​ເອົາ​ເຫຼົ້າ​ຂາວ​ທາ​ໃສ່​ບ່ອນ​ເຈັບ​ອີກ.​ເຮັດ​ແນວ​ນີ້​ເປັນ​ສອງ​ມື້​ສາມ​ຄ່ຳ,ພໍ່​ເຖົ້າ​ວາງ​ປີງ​ຫົງ​ໄດ້​ລອດ​ຕາຍ​ຢ່າງ​ອັດ​ສະ​ຈັນ.ຈາກ​ນັ້ນ​ຫຼາຍ​ປີ,ພໍ່​ເຖົ້າ​ຈິ່ງ​ຮູ້​ວ່າ​ທີ່​ຈິງ​ແລ້ວ​ຕົນ​ເອງ​ເປັນ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ສົງຄາມ​ເຊື້ອ​ໂຣກ​ຄື​ກາ​ລະ​ໂຣກ​ທີ່​ກອງ​ທະ​ຫານ​ຍີ່​ປຸ່ນ​ກໍ່​ຂຶ້ນ.

ພໍ່​ເຖົ້າ​ວາງ​ປິງຫົງ​ເປັນຜູ້​​ໂຊກ​ດີຫຼາຍ,ສ່ວນ​ພໍ່​ແມ່​ປະຊາຊົນ​ຈີນ​ອື່ນໆ​ນັບ​ບໍ່​ຖ້ວນ​ພັດ​ໄດ້​ ​ລາ​ຈາກ​ໂລກ​ໄປຍ້ອນ​ສົງຄາມ​​ເຊື້ອ​ໂຣກຂອງ​ກອງ​ທະຫານ​ຍີ່​ປຸ່ນ.ຕາມ​ສະ​ເໜີ​ວ່າ,​ຢູ່​ບ້ານ​ສົງ​ຊ່ານ​ຂອງ​ພໍ່​ເຖົ້າ​ວາງ​ປິງຫົງ​ໄດ້​ມີ403​ຄົນ​ຕາຍ​ຍ້ອນ​ກາ​ລະ​ໂຣກ,​ນອກ​ນີ້,​ກາ​ລະ​ໂຣກ​ໄດ້​ແຜ່​ລາມ​ໄປ​ຮອດ​24​ບ້ານ,​ໃນ​ທົ່ວ​ເມືອງ​ຈິ່ນຮວາ​ໄດ້​ມີ6​ພັນ​ກວ່າ​ຄົນ​ຕາຍ​ຍ້ອນ​ສົງຄາມ​​ເຊື້ອ​ໂຣກ.ຕົວ​ເລກ​ດັ່ງ​ກ່າວ​ພຽງ​ແຕ່​ແມ່ນ​ຈຳນວນ​ຜູ້​ຕາຍ​ທີ່ສຳ​ຫຼວດ​ ​ຊື່​ແລະ​ນາມ​ສະ​ກຸນ​ໄດ້,​ສ່ວນ​ ​ຜູ້​ຕາຍ​ທີ່​ບໍ່​ຮູ້​ຊື່​ແລະ​ສຳ​ຫຼວດ​ບໍ່​ໄດ້​ບໍ່ວວມຢູ່ໃນ​ຕົວ​ເລກ​ດັ່ງ​ກ່າວ.

ພໍ່​ເຖົ້າ​ຜູ້​ໜຶ່ງ​ທີ່​ຖືກ​ທຳຮ້າຍ​ຂອງ​ບ້ານ​ສົງ​ຊ່ານ​ພວມ​ເຫຼົ່າ​ມະ​ຫັນ​ຕະ​ໄພ​ກາລະ​ໂຣກ​ໃນ​ສ​ະ​ໄໝ​ຍີ່​ປຸ່ນຮຸກ​ຮານ​ຈີນ​ສູ່​ຄົນ​ທັງຫຼາຍ​ຟັງ.

1  2  3  4  5  6  7  8