ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-20 15:48:26    
ຊາວ​ນະ​ຄອນ​ລານ​ໂຈ່ວ​ມັກ​ກິນ​ໝີ່​ດຶງ

cri Author: q

ນະຄອນ​ລານ​ໂຈ່​ວ​ແມ່ນ​ເມືອງ​ເອກ​ຂອງ​ແຂວງ​ກ່ານ​ຊູ້ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ.​ເມື່ອ​​ເວົ້າ​ເຖິງ​ນະຄອນ​ລານ​ໂຈ່​ວ,ຄົນ​ຈີນ​ຫຼາຍ​ໆ​ຄົນ​ຍ່ອມ​ຈະ​ຄຶດເຖິງ​ໝີ່​ດຶງໃສ່​ຊີ້ນ​ງົວເຊິ່ງ​ເປັນອາຫານ​ທີ່​ມີ​ສີສັນ​ພິ​ເສດ​ກວ່າ​ໝູ່​ຂອງ​ນະຄອນດັ່ງກ່າວ.​


ຢູ່​ນະຄອນ​ລານ​ໂຈ່​ວ,ຢູ່​ໃສ​ກໍ​ໄດ້​ເຫັນ​ຮ້ານ​ຂາຍ​ໝີ່​ດຶງໃສ່​ຊີ້ນ​ງົວ​ຂອງ​ຊາວມຸສລິ​ມ,​ໃນ​ຮ້ານ​ຂາຍ​ໝີ່​ໄດ້​ເຕັມ​ໄປ​ດ້ວຍ​ລູກ​ຄ້າ,ກິ່ນ​ຫອມຂອງ​ໝີ່​ດຶງໃສ່ຊີ້ນ​ງົວ​ໄດ້​ສົ່ງ​ອອກ​ມາຈາກ​ຮ້ານ,ອັນ​ໄດ້​ກາຍ​ເປັນ​ສະພາບ​ທີ່​​ໄດ້​ເຫັນ​ທຸກໆ​ຕອນ​ຮຸ່ງ​ເຊົ້າ​ຢູ່​ເມືອງ​ລານ​ໂຈ່​ວ.ບໍ່​ວ່າ​ຄົນໄປ​ເຂົ້າ​ການ​ຢ່າງ​ຟ້າວ​ຟັງ,ຫຼື​ວ່າຜູ້​ເຖົ້າ​ຜູ້​​ແກ່​ທີ່​ທ່ຽວຫຼີ້ນໃນ​ຕອນ​ເຊົ້າ,ນັກຮຽນ​ທີ່​ພາຍ​ກະ​ເປົາ​ໜັງສື​ໄປ​ເຂົ້າ​ຮຽນ,ລ້ວນ​ແຕ່​ມັກ​ກິນ​ໝີ່ດຶງທີ່​ເປັນອາຫານ​ເຊົ້າ,​ແລ້ວ​ຈິ່ງ​ເລີ່​ມ​​ເຮັດວຽກ​ຂອງ​ໃຜ​ຂອງ​ລາວໃນ​ມື້ໜຶ່ງ.

ໃນ​ໝູ່​ຄົນ​ທີ່​ກິນ​ໝີ່​ໃນ​ຮ້ານ​ຂາຍ​ໝີ່,ນັກ​ຂ່າວ​ໄດ້​ເຫັນ​ໝົດ​ຄອບຄົວ​ຂອງ​ທ່ານ​ສື​ເຟິ່ງ​ເລື້ອຍໆ.ທ່ານ​ສື​ເຟິ່ງ​ເຮັດ​ວຽກ​ຢູ່​ສຳນັກ​ວັດທະນະ​ທຳນະຄອນ​ລານ​ໂຈ່​ວ.​ເມຍ​ຂອງ​ທ່ານ​ເປັນ​ສະມຸ​ບັນຊີ,ນາງ​ສື​ຢົງ​ຢົງ ລູກ​ສາວ​ຂອງ​ທ່ານ​ພວມ​ຮຽນ​ຢູ່​ມະຫາວິທະຍາ​ໄລລາ​ນ​ໂຈ່​ວ.ປັດຈຸບັນ,​ເງື່ອນ​ໄຂ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ​ແລ້ວ,​ໄປ​ກິນ​ເຂົ້າ​ຢູ່​ຮ້ານ​ອາຫານ​ຈັກ​ຄາບ​​ແມ່ນ​​ເລື່ອງ​ທຳ​ມະ​ດາ.​ແຕ່​ວ່າ,ໝົດ​ຄອບຄົວ​ຍັງ​ຄົງ​ເຫັນ​ວ່າ​ໝີ່​ດຶງໃສ່​ຊີ້ນ​ງົວ​ແມ່ນ​ຖືກ​ປາກ​ທີ່​ສຸດ.ທ່ານ​ສື​ເຟິ່ງ​ເວົ້າ​ວ່າ:

"ຂ້າພະ​ເຈົ້າ​ໄດ້​ດຳລົງ​ຊີວິດ​ຢູ່ນະຄອນລານ​ໂຈ່​ວ​ເປັນ​ເວລາ30​ກວ່າ​ປີ​ແລ້ວ,​ມັກ​ກິນ​ໝີ່​ດຶງ​ໃສ່​ຊີ້ນງົວ​ເກືອບ​ທຸກມື້,​ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ,ຫຼາຍ​ມື້​ບໍ່​ໄດ້​ກິນ​ໝີ່​ດຶງ​ໃສ່​ຊີ້ນ​ງົວ,​​​ເມື່ອ​ກັບ​ມາ​ຮອ​ດນະຄອນລານ​ໂຈ່​ວ​ແລ້ວ,ກໍ​ຟ້າວຢາກ​ໄປ​ກິນ​ໝີ່​ດຶງໃສ່​ຊີ້ນງົວ​ໂລດ.​"

ໝີ່​ດຶງ​ໃສ່​ຊີ້ນ​ງົວ​ສ່ວນ​ຫຼາຍມັກ​ໃຊ້​ຖ້ວຍ​ໃຫຍ່,​ໃນ​ຖ້ວຍ​ມີ​ສີ​ສີ່​ຊະນິດ​ຄື​​ແກງ​ຊີ້ນ​ງົວທີ່ສີ​ສົດ​ໃສ,ຕ່ອນ​ຜັກກາດ​ຫົວສີ​ຂາວ,ນ້ຳມັນ​ໝາກ​ເຜັດ​ສີ​ແດງ,​ແລະ​ຜັກຫອມ​ສີຂຽວ,ສີສັນພິ​ເສດ​ນີ້​ພາ​ໃຫ້​ຄົນ​ເບິ່ງ​ແລ້ວ​ກໍ​ຢາກກິນ.ທ່ານ​ສື​ເຟິ່ງ​ເວົ້າ​ວ່າ,​ເມື່ອ​ກິນ​ໝີ່​ດຶງ​ທີ່​ໃສ່​ໝາກ​ເຜັດ,ບາງທີຈົນ​​​ເຫື່ອ​ໄຫຼ​ໄຄ​ຍ້ອຍ,ຈັ່ງ​​ແມ່ນ​ສະບາຍ​ອົກ​ສະບາຍ​ໃຈ​ແທ້,ໝີ່​ດຶງຖ້ວຍໃຫຍ່ໆ​ນີ້ເສຍ​​ເງິນພຽງ2​ຢວນປາຍ​ເທົ່າ​ນັ້ນ.

1  2  3