ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-20 15:48:26    
ຊາວ​ນະ​ຄອນ​ລານ​ໂຈ່ວ​ມັກ​ກິນ​ໝີ່​ດຶງ

cri Author: q

ໝີ່ດຶງລານ​ໂຈ່​ວ ​ແຊບ​ຫຼາຍ,​ແຕ່​ວິທີ​ເຮັດພັດບໍ່​ແມ່ນ​ງ່າຍ.ຂໍ​ຍົກ​ເອົາ​ແກງ​ຊີ້ນ​ງົວ​​ເປັນ​ຕົວ​ຢ່າງ,​ການ​ຕົ້ມ​ແກງ​ຊີ້ນ​ງົວ​ຕ້ອງການ​ເຄື່ອງປຸງ​ຫຼາຍ​ສິບ​ຊະນິດ,ຕົວຢ່າງ​ຄື​ຊີ້ນ​ງົວ,ກະ​ດູກ​ງົວ,​ໝາກ​ແຄນ​ເປັນ​ຕົ້ນ.​ແກງ​ຊີ້ນ​ງົວ​ແມ່ນສີສັນ​ພິ​ເສດຂອງ​ບັນດາຮ້ານ​ຂາຍ​ໝີ່​ໃນນະຄອນ​ລານ​ໂຈ່​ວ,​ໃນ​ຮ້າຍ​ຂາຍ​ໝີ່​ຕ່າງ​ກັນ, ແກງ​ກໍ​ມີລົດ​ຕ່າງ​ກັນ​ຫຼາຍ.​​​ນີ້​ກໍ​ຍ້ອນ​ວ່າ​ໃຊ້​ວັດຖຸ​ດິບ​ແລະ​ເຄື່ອງ​ປຸງ​ຕ່າງ​ກັນ,​ສະ​ນັ້ນ​ຈິ່ງ​ມີ​ລົດ​ຊາດຕ່າງ​ກັນ.

ຮ້ານຂາຍ​ໝີ່​ດຶງ​ໃສ່​ຊີ້ນ​ງົວທີ່​ມີ​ຊື່​ສຽງ​ບາງ​ຮ້ານ,​ເພື່ອ​ຮັກສາ​ລົດ​ຊາດ​ພິ​ເສດ​ ​ແກງ​ຊີ້ນ​ງົວ​ຂອງຮ້ານ​ຕົນ,ຕຳລາເຄື່ອງປຸງ​ໃສ່​ແກງ​​ເດັດຂາດ​ຈະ​ບໍ່​ເຜີ​ຍ​ໃຫ້​ຜູ້​ອື່ນ​ຮູ້.ທ່ານ​ສື​ເຟິງ​ໄດ້​ຮູ້​ຈັກ​ກັບ ຊ່າງ​ດຶງ​ໝີ່​ຜູ້​ໜຶ່ງ​ຊື່ວ່າ​ຫາວ​ຢຽນສື,ລາວ​ໄດ້​ເຮັດ​ວຽກ​ໃນ​ຂະ​ແໜງ​ການ​ດຶງ​ໝີ່​ເປັນ​ເວ​ລາ​20​ກວ່າ​ປີ​ແລ້ວ.ສີມືຕົ້ມ​ແກງ​ຂອງ​ທ່ານ​ແມ່ນ​ສືບ​ທອດ​ຈາກ​ປູ່​ຍ່າ​ຕາ​ຍາຍ.ທ່ານ​ຫາວ​ຢຽນ​ສື​ເວົ້າ​ວ່າ:​ນອກ​ຈາກ​ແກງ​ຊີ້ນ​ງົວ​ທີ່​ເຮັດ​ຕາມ​ຕຳລາ​ທີ່​ສືບທອດ​ມາ​ຈາກ​ບັນພະ​ບູລຸດ​ແລ້ວ,​ເຕັກ​ນິກ​ດຶງ​ໝີ່​ເປັນ​ແນວ​ໃດ​ນັ້ນກໍ​ຕ້ອງ​ອາ​ໃສ​ຕົນ​ໄປ​ເຝິກ​ແອບ.ທ່ານ​ເວົ້າ​ວ່າ:"ກ່ອນ​ອື່ນ,​ຕ້ອງ​ຄັ້ນ​ແປ້ງ​ໝີ່​ໃຫ້​ດີ,​ສອງ,​ໃນ​ເວລາ​ດຶງ​ໝີ່,ຕ້ອງ​ມີ​ເຕັກນິກ​ສູງ,ກາ​ນດຶງ​ໝີ່​ແມ່ນ​ເຕັກນິກ​ຊະນິດ​ໜຶ່ງ,​ຊ່າງ​ດຶງ​ໝີ່​ຜູ້​ໜຶ່ງ,ຢ່າງ​ໜ້ອຍ​ຕ້ອງ​ຮຽນ​ເຕັກນິກ​ດຶງ​ໝີ່ເປັນ​ເວລາ1​ປີ​ປາຍ​ຈິ່ງ​ດຶງໄດ້."

ທ່ານ​ຫາວ​ຢຽນສື​ໄດ້​ສະ​ແດງ​ການດຶງ​ໝີ່ໃຫ້​ນັກ​ຂ່າວ​ເບິ່ງ.ກ້ອນ​ແປ້ງ​ໝີ່​ກ້ອນ​ໜຶ່ງ​ທີ່​ໃຫຍ່​ຊ່ຳຖ້ວຍ,ທ່ານ​ໄດ້ດຶງ​ໃຫ້​ຍາວ​ສົມຄວນ,​ແລ້ວ​ທົບ​ກັນ​ເປັນ​ສອງ​ເສັ້ນ,ສີ່​ເສັ້ນ,ດຶງ​ໄປ​ດຶງ​ມາ​ກໍ​ເຮັດ​ໃຫ້​ເສັ້ນ​ໝີ່​ເພີ່ມ​ຂຶ້ນ​ເປັນ​ເທົ່າໆ.​ໃນ​ຂະນະ​ນັ້ນ,ຕ້ອງ​ທັງ​ດຶງທັງ​​ແກ​ວ່ງ​ໄປມາ,ບຶດໜຶ່ງ​ກ້ອນ​ແປ້ງກໍ​ໄດ້​ເຮັດ​​ເປັນ​​ເສັ້ນ​ໝີ່​ທີ່ ​ສະ​ໝ່ຳສະ​ເໝີກັນ​​.ໝີ່​ດຶງມີ​ຫຼາຍ​ຊະນິດ,ມີ​​ເສັ້ນ​ແປ,​ເສັ້ນກົມ,ມີ​ເສັ້ນຫຶກ,​ເສັ້ນ​​ແລບ,​ເສັ້ນ​ໃຫຍ່​ໃຫຍ່​ຄື​ສາຍ​ແອວ,​ເສັ້ນ​​ແລບໆ​ຄື​ເສັ້ນ​ຜົມ.


1  2  3