|
ໃນຖານເປັນອາຫານດັ້ງເດີມຂອງນະຄອນລານໂຈ່ວ,ໝີ່ດຶງໃສ່ຊີ້ນງົວໄດ້ກາຍເປັນອາຫານແຊບນົວທີ່ຂາດເຂີນບໍ່ໄດ້ໃນເຂົ້າສາມຄາບໃນມື້ໜຶ່ງຂອງຊາວລານໂຈ່ວ.ນາງຢົງຢົງ ລູກສາວຂອງທ່ານສືເຟິງທີ່ກ່າວມາຂ້າງເທິງນັ້ນແມ່ນນັກສຶກສາທີ່ນິຍົມເລື່ອງທັນສະໄໝ.ຄືກັນກັບຊາວໜຸ່ມສ່ວນຫຼາຍຂອງຈີນ,ນາງສືຢົງຢົງກໍມັກກິນອາຫານໄວຂອງຕ່າງປະເທດເຊັ່ນMacDonald ແລະ KFC ເປັນຕົ້ນ,ແຕ່ບໍ່ວ່າແນວໃດກໍຕາມ,ໝີ່ລາມຽນໃສ່ຊີ້ນງົວຍັງຄົງແມ່ນອາຫານທີ່ຂາດເຂີນບໍ່ໄດ້ໃນຊີວິດການເປັນຢູ່ຂອງນາງ.ນາງເວົ້າວ່າ:
"ຂ້ອຍແມ່ນເກີດແລະເຕີບໃຫຍ່ຂຶ້ນຢູ່ນະຄອນລານໂຈ່ວ,ຍາມຍັງນ້ອຍກໍໄປນຳພໍ່ແມ່ກິນໝີ່ດຶງໃສ່ຊີ້ນງົວທຸກເຊົ້າ.ເມື່ອໃຫຍ່ຂຶ້ນແລ້ວ,ຂ້ອຍກໍມັກນັດກັນກັບໝູ່ຮຽນແລະໝູ່ຄູ່ໄປກິນໝີ່ດຶງໃສ່ຊີ້ນງົວເລື້ອຍໆ,ຂ້ອຍຮູ້ແຊບຫຼາຍ,ແລະມັກລົດຊາດຂອງໝີ່ດຶງໃສ່ຊີ້ນງົວອີ່ຫຼີ.ການກິນໝີ່ດຶງໃສ່ຊີ້ນງົວໄດ້ກາຍເປັນພາກສ່ວນໜຶ່ງໃນຊີວິດການເປັນຢູ່ຂອງພວກເຮົາໂດຍພື້ນຖານແລ້ວ."
ປັດຈຸບັນ,ນະຄອນລານໂຈ່ວມີຮ້ານຂາຍໝີ່1200ກວ່າແຫ່ງ.ຮ້ານໃຫຍ່ບາງແຫ່ງມີລາຍໄດ້40ລ້ານກວ່າຢວນຂຶ້ນໄປຕໍ່ປີ.ເຖິງວ່າແມ່ນຮ້ານນ້ອຍໆທີ່ມີເນື້ອທີ່ພຽງ20ກວ່າແມັດຕາເທົ່ານັ້ນ,ມື້ລະກໍສ້າງລາຍໄດ້1000ກວ່າຢວນ.

ຮ້ານໝີ່ມາລານແຫ່ງໜຶ່ງ
ພ້ອມກັນນັ້ນ,ການບໍລິໂພກໝີ່ດຶງໃສ່ຊີ້ນງົວໄດ້ຊັກຈູງການລ້ຽງງົວ,ການບົດເຂົ້າໂມ້ແປ້ງໝີ່ຢູ່ອ້ອມຂ້າງນະຄອນລານໂຈ່ວໃຫ້ຈະເລີນຮຸ່ງເຮືອງຂຶ້ນໃນສ່ວນໃຫຍ່.ໃນຫຼາຍປີມານີ້,ນະຄອນລານໂຈ່ວຍັງໄດ້ວາງມາດຖານອະ ນຸມັດເຂົ້າຕະຫຼາດຕໍ່ໝີ່ດຶງໃສ່ຊີ້ນງົວ,ແລະໄດ້ຮ້ອງຂໍຈົດທະບຽນກາໝາຍສິນຄ້າທີ່ວ່າ"ໝີ່ຊີ້ນງົວລານໂຈ່ວ".ປັດຈຸບັນ,ໝີ່ດຶງໃສ່ຊີ້ນງົວຂອງນະຄອນລານໂຈ່ວເລີ່ມພັດທະນາໄປສູ່ລະດັບສູງແລະຫັນເປັນຍີ່ຫໍ້.

ໝີ່ດຶງມາລານ
ໃນຊູ່ມື້ນີ້,ຢູ່ແຫ່ງຕ່າງໆຂອງຈີນລ້ວນແຕ່ມີໝີ່ດຶງໃສ່ຊີ້ນງົວລານໂຈ່ວທີ່ມີລົດຊາດລານໂຈ່ວອ້ອຍຕ້ອຍ.ວິສາຫະກິດໝີ່ດຶງທີ່ມີຊື່ສຽງຫຼັງໜຶ່ງທີ່ຊື່ວ່າໝີ່ດຶງມາລານ, ໄດ້ຕັ້ງຮ້ານສາຂາ400ກວ່າຫຼັງຢູ່ຈີນ,ແລະຍັງໄດ້ຕັ້ງສາຂາຮ້ານຢູ່ຕ່າງປະເທດເຊັ່ນອາເມລິກາ,ຝະຣັ່ງ,ສິງກະໂປເປັນຕົ້ນ. 1 2 3
|