|
![](/images/spacer.gif) |
(GMT+08:00)
2005-12-07 16:10:07
|
![](/images/shim.gif) |
[ເລົາປີ]
cri
Author: mo
![]( /mmsource/images/2004/04/21/laba.gif)
![]( /mmsource/images/2005/12/07/liubei3.jpg)
ໃນທ້າຍສະຕະວັດທີ 2 ຫາຕົ້ນສະຕະວັດທີ 3, ລາຊະວົງຕົ່ງຮ້ານຈີນເຫຼືອແຕ່ຊື່, ບັນດາຂຸນເສິກແຂງຄໍ່ຕໍ່ກັນ, ລົບເລວກັນຢ່າງວຸ້ນວາຍ, ໃນທີ່ສຸດ, ໄດ້ປະກອບເປັນອຳນາດ 3 ເສົ້າຄືເມືອງເວີ້ຍ ເມືອງສູແລະເມືອງອູ. ເລົາປີແມ່ນກະສັດຜູ້ສ້າງຕັ້ງເມືອງສູ, ຈາກສາມັນຊົນທີ່ບໍມີພື້ນຖານຫຍັງ, ກັບກາຍເປັນເຈົ້າອຳນາດຝ່າຍໜຶ່ງໃນອຳນາດ 3 ຝ່າຍທີ່ແຂງຄໍ່ຕໍ່ກັນ. ເລື່ອງຂອງເລົາປີມີການເລົ່າລືກັນຫລາຍໃນໝູ່ປະຊາລາຊະດອນ.
ເລົາປີເກີດເມື່ອຄ.ສ.ປີ 161, ຕາມເລົ່າລືກັນວ່າ, ເລົາປີແມ່ນລູກຫລານເຊື້ອເຈົ້າລາຊະວົງຮ້ານ, ແຕ່ວ່າ, ເມື່ອມາຮອດຮຸ້ນເລົາປີ, ຄອບຄົວໄດ້ຊຸດໂຊມລົງ, ເລົາປີກັບແມ່ທີ່ເປັນໝ້າຍເຮັດເຄື່ອງຈັກສານແລະເກີບເຟືອງຂາຍພໍລ້ຽງຊີບ. ໃນເວລາອາຍຸ 15 ປີ, ເລົາປີໄດ້ເຂົ້າໂຮງຮຽນນຳເພີ່ນຍ້ອນໄດ້ຮັບຄວາມຊ່ອຍເຫຼືອຈາກພີ່ນ້ອງ. ເລົາປີເປັນຄົນທີ່ເຂົ້າຄົນງ່າຍ, ມັກຄົບຜູ້ເກັ່ງກ້າສາມາດ. ໃນຕອນອາຍຸ 28 ປີ, ເລົາປີໄດ້ເປັນເຈົ້າເມືອງເມືອງນ້ອຍເມືອງໜຶ່ງ, ແຕ່ບໍ່ດົນ, ຍ້ອນບໍ່ພໍໃຈຕໍ່ເຈົ້ານາຍຂັ້ນເທິງທີ່ ກິນສິນບົນ, ໄດ້ເອົາເຊືອກມັດເຈົ້ານາຍຜູ້ນັ້ນແລ້ວຂ້ຽນຕີຈົນສົມຄຽດ, ແລ້ວປະຕຳແໜ່ງເຈົ້ານາຍໜີໄປ. ພາຍລຸນມາ, ເລົາປີໄດ້ທ້ອນໂຮມກຳລັງເຂົ້າຮ່ວມການສູ້ລົບຍາດດິນຊິງອຳນາດກັນຢ່າງສົນລະວົນ, ໃນຍາມຫຍຸ້ງຍາກ, ເລົາປີໄດ້ຮັບຄວາມຊ່ອຍເຫຼືອຈາກຂົງເບັ້ງ ຜູ້ມີປັນຍາວິເສດດ້ານການທະຫານ, ໃນທີ່ສຸດ, ໄດ້ຍຶດຄອງພາກຕາເວັນຕົກສຽງໃຕ້ຂອງຈີນ, ແລ້ວໄດ້ສ້າງອຳນາດການປົກຄອງສູຮ້ານຢູ່ເມືອງເສີງຕູເມື່ອຄ.ສ.ປີ 221. 1 2 3
|
|
|