ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 11:24:23    
ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ມີ​ຜົນ​ສະ​ທ້ອນ​ຕໍ່​ຊີ​ວິດ​ຄົນ​ເຮົາ

cri

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ, ​ໃນ 100 ປີ​ທີ່​ຜ່ານ​ມາ, ມວນ​ມະນຸດ​ໄດ້​ຜ່ານ​ການ​ປ່ຽນ​ແປງຢ່າງຫຼວງຫຼາຍຍ້ອນ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ນຳ​ມາ​ໃຫ້​ມະນຸດ. ​ໃນ​ປັດຈຸບັນ, ​ເດັກນ້ອຍ​ 14 ປີ​ລົງ​ລຸ່ມ, ບໍ່​ມີ​ຜູ້​ໃດ​ບໍ່​ເຄີຍ​​ໄດ້​ຍິນ​ມື​ຖື; e-mail​ ແລະຂໍ້ຄວາມ​ສັ້ນຂອງ​ມື​ຖື​ໄດ້​ເຂົ້າ​ແທນ​ຈົດໝາຍ, ​ກາຍ​ເປັນ​ພາຫະນະ​ທີ່​ວ່ອງ​ໄວ​​ແລະ​ສະດວກສຳລັບ​ຄົນ​ທັງຫຼາຍ​ແລກປ່ຽນ​ຄວາມ​ເຫັນ​ເຊິ່ງກັນ​ແລະ​ກັນ. ​​ແຕ່​ວ່າ, ​ອາຍຸ​ຍິ່ງ​ແກ່, ​ຍິ່ງ​ໄປບໍ່​ທັນ​ບາດກ້າວ​ຄວາມ​ກ້າວໜ້າ​ຂອງ​ວິທະຍາສາດ​ເຕັກນິກ. ​ ​ມື້​ນີ້, ພວກ​ເຮົາກໍ່​ມາ​ລົມ​ເລື່ອງ​ການ​ປະດິດ​ສ້າງດ້ານ​ວິທະຍາສາດ​ເຕັກນິກ​ທີ່​ມີ​ຜົນ​ສະທ້ອນ​ຕໍ່​ຊີວິດ​ຄົນ​ເຮົາ.

ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ວິທະຍາສາດ​ເຕັກນິກ​ແລະ​ການ​ເຜີຍ​ແຜ່ຄອມ​ພິວ​ເຕີ​​ໃຫ້​ທົ່ວ​ເຖິງ​ກັນ, ຄອມ​ພິວ​ເຕີ​ໄດ້​ກາຍ​ເປັນ​ເຄື່ອງ​​ໃຊ້​ສອຍ​ອັນຈຳ​ເປັນຂອງ​ຄອບຄົວ​ແລ້ວ, ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ມວນ​ຊົນ​ກໍ​ນັບ​ມື້​ນັບ​ຂາດຄອມ​ພິວ​ເຕີ​ບໍ່​ໄດ້​. ຄອມ​ພິວ​ເຕີ​ໃນ​​ເບື້ອງ​ຕົ້ນ​​ແມ່ນ​ຄອມ​ພິວ​ເຕີ​ຂະໜາດ​ໃຫຍ່, ​​ເປັນສິ່ງທີ່​ມີຄົນ​ຮູ້​ໜ້ອຍ, ​ໃຊ້​​ສະ​ເພາະ​ແຕ່​ວຽກ​ງານວິຊາ​ສະ​ເພາະ, ຕົ້ນຕໍ​ໃຊ້​ເຂົ້າ​ໃນ​ອຸດສາຫະກຳ​ຜະ​ລິດ​ແລະ​ການ​ຂົນ​ສົ່ງ​ເປັນຕົ້ນ, ລາ​​ຄາ​ແພງຫຼາຍ. ສ່ວນ​ຄອມ​ພິວ​ເຕີ​ຂະໜາດ​ນ້ອຍ​ທີ່​​ສ່ວນ​ຕົວບຸກຄົນ​ຊື້​ໄດ້​ນັ້ນ​ໄດ້​ປະກົດ​ຕົວ​ໃນ​ຊຸມ​ປີ 70 ສະຕະວັດ​ທີ 20. ຄອມ​ພິວ​ເຕີ​ທີ່​ສ່ວນ​ຕົວບຸກຄົນ​​​ໃຊ້​ໃນ​ປັດຈຸບັນ​ໄດ້​ມີ​ການ​ປ່ຽນ​ຮຸ່ນໃໝ່​​ເລື້ອຍໆ, ຄອມ​ພິວ​ເຕີ​ກໍຍິ່ງ​​ໄດ້ຮັບ​ຄວາມ​ຊົມ​ເຊີຍ​ຍ້ອນ​ມີອິນ​ເຕີ​ເນັດ.

1  2  3  4