ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 11:24:23    
ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ມີ​ຜົນ​ສະ​ທ້ອນ​ຕໍ່​ຊີ​ວິດ​ຄົນ​ເຮົາ

cri

                 

ການ​ກຳ​ເນີ​ດຂຶ້ນ​ຂອງໂທລະສັບ​​ເຄື່ອນ​ທີ່ກໍ​ໄດ້​ນຳ​​ເອົາ​ຄວາມ​ສະດວກ​ມາໃຫ້​​ແກ່ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທັງຫຼາຍ​ເຊັ່ນ​ດຽວ​ກັນ. ​ໂທລະສັບ​​ເຄື່ອນ​ທີ່​ເຄື່ອງ​ທຳ​ອິດ​​ແມ່ນ​ຜະລິດ​​ໃນ​ປີ 1985, ​ເຊິ່ງ​ເອົາ​ຖ່ານ​​ແລະສາຍ​ອັງ​ແຕນ​ໃສ່​ໃນ​ຢູ່​ກັບ​ດຽວກັນ, ​​ໂທລະສັບ​ເຄື່ອນ​ທີ່​ກໍ​ໄດ້​ກຳ​ເນີ​ດຂຶ້ນ​ຄື​ແນວ​ນີ້. ​ແຕ່​ມື​ຖື​ໃນ​ຄາວ​ນັ້ນໜັກ 3 ກິ​ໂລ, ໜັກ​ໂພດ, ທັງ​ບໍ່​ສະດວກ. ມື​ຖື​ທີ່​ມີ​ຮູບ​ຄ້າຍ​ຄື​ກັບມື​ຖື​ໃນ​ປັດຈຸບັນໄດ້​ກຳ​ເນີ​ດຂຶ້ນ​ໃນ​ປີ 1987, ​ແຕ່​ນ້ຳໜັກ​ຂອງ​ມັນ​ຍັງ​ມີປະມານ 750 ກຼາມ, ​ແຕ່​ມື​ຖື​ທີ່​ໃຊ້​ໃນຊູ່​ມື້​ນີ້​ໜັກ​ປະມານ 60 ກະລາ​ມ, ​ເບົາຫຼາຍ, ທັງ​ຖື​ງ່າຍ.

 ເມື່ອ​ກ່າວ​ເຖິງ​ອະ​ວະ​ກາດ​ທີ່ກວ້າງ​ສຸດ​ສາຍຕາ, ຄົນ​ທັງຫຼາຍມັກ​ພົວພັນ​ກັບ​​ເທບ​ນິຍາຍ"ສາງ​ເອີ​ປັ່ນ​ເຢ້" ຫຼື​ຄວາມ​ເພີ້​ຝັນຄື"ສົງຄາມ​ໝູ່ດາວ". ​ເມື່ອ​ກ່າວ​ເຖິງ​ເຕັກນິກ​ອາ​ວະ​ກາດ, ຄົນ​ທັງຫຼາຍມັກ​ຄິດ​ເຖິງ​ການບິນ​ອະວະກາດ​ຫຼືການ​ຢັ່ງ​ແທກ​ດວງ​ດາວ​ທີ່​ຢູ່​ກວງ​ໄກ. ທີ່​ຈິງ​ແລ້ວ, ​ເຕັກນິກ​ອາ​ວະ​ກາດ​ບໍ່​ພຽງ​ແຕ່​ແມ່ນ​ການ​ຊອກ​ຄົ້ນດ້ານວິທະຍາສາດ​ທີ່ຕ້ອງ​ລົງ​ທຶນຫຼາຍ​ເທົ່າ​ນັ້ນ, ຫາກ​ຍັງ​ພວມ​ນັບ​ມື້​ນັບ​ກາຍ​ເປັນ​ພາຫະນະ​ການ​ຜະລິດ​ທີ່ພວມ​ມີ​ບົດບາດ​​ນັບ​ມື້​ນັບ​ສຳຄັນ, ສ້າງ​ຜົນ​ກຳ​ໄລ​ໄດ້​ຢ່າງ​ຫຼວງ​ຫຼາຍ​ອີກ​ດ້ວຍ​ໃນ​ດ້ານ​ພັດທະນາ​ເສດ​ຖະກິດ​ແຫ່ງ​ຊາດ​ແລະ​ປົວ​​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

1  2  3  4