ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 11:24:23    
ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ມີ​ຜົນ​ສະ​ທ້ອນ​ຕໍ່​ຊີ​ວິດ​ຄົນ​ເຮົາ

cri

ດາວ​ທຽມ​ໄດ້​ກຳ​ເນີ​ດຂຶ້ນ​ຢູ່​ໃຕູ້​ເບື້ອງຫຼັງທີ່ອາ​ເມ​ລິ​ກາ​ແລະ​ໂຊ​ວຽດ​​ຍາດກັນ​ເປັນ​ເຈົ້າ​ອຳນາດ, ​ແມ່ນ​ໂຊ​ວຽດ​ເປັນ​ຜູ້​ຄົ້ນຄວ້າຜະລິດ​ແລະ​ຍິງ​ສົ່ງ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນໃນ​ວັນ​ທີ 4 ຕຸລາ​ປີ 1957. ປັດຈຸບັນ, ດາວ​ທຽມ​ທີ່​ບັນດາ​ປະ​ເທດ​ໃນ​ໂລກ​ຍິງ​ສົ່ງ​ຂຶ້ນຢ່າງ​ຕໍ່​ເນື່ອງ​ກັນນັ້ນ​ໄ​ດ້​ກາຍ​ເປັນ​ຜູ້​ຊ່ອຍ​ວຽກ​​ທີ່​ດີ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ມະນຸດ​ແລ້ວ. ​ຂ່າວສາກົນ​ທີ່​​ຄົນ​ທັງຫຼາຍ​ໄດ້​ເບິ່ງ​​ໃນ​ໂທລະພາບ​ໃນ​ທຸກໆ​ຄ່ຳ​ຄືນນັ້ນ​ກໍ​ແມ່ນ​ສົ່ງ​ຕໍ່ດ້ວຍ​ດຽວ​ທຽມ; ການ​ພະຍາກອນອາກາດ​ກໍ​ມີ​ຂໍ້​ມູນ​ອຸຕຸນິຍົມ​ທີ່​ດຽວ​ທຽມ​ຢັ່ງ​ແທກ​​ໄດ້. ຄົນ​ເຮົາສາມາດ​ໂທລະ​ສັບ​ຫາ​ພີ່ນ້ອງ​ທີ່​ຢູ່​ຄົນລະ​ຟາກ​ມະຫາ​ສະໝຸດ, ກວດ​ພະຍາດ​ໃຫ້​ຄົນເຈັບທີ່​ຢູ່​ໄກ​ແສນ​ໄກ, ຊີ້​ທິດ​ນຳ​ທາງ​ໃຫ້​ກ່ຳ​ປັ່ນ​​ເທິງ​ທະ​ເລ, ທັງໝົດ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນຍ້ອນ​ມີ​ເຕັກນິກ​ອະວະກາດ. ສ່ວນ​ດາວ​ທຽມໜ້າດິນ, ​ແຮ່ງ​​ມີ​ຄວາມ​ສາມາດ​ໃນຫຼາຍດ້ານ, ມັນ​ສາມາດ​ສຳ​ຫລວດ​ບໍ່​ແຮ່​ແລະ​ນ້ຳມັນ​ເຊື້ອ​​ໄຟ, ພະຍາກອນ​​ໄພ​ນ້ຳ​ຖ້ວມ, ວັດ​ແທກ​ໄຟ​ໄໝ້​ປ່າ, ປະ​ເມີນຜົນ​ຜະລິດ​ທັນ​ຍາ​ຫານ, ປະ​ກົດ​ເຫັນ​ສັດຕູ​ພືດ​ເປັນຕົ້ນ. ​ແຕ່ລະ​ປີ, ສາມາດ​ນຳ​ເອົາ​ຊັບ​ສົມບັດຫຼາຍຕື້​ໂດ​ລາ​ໃຫ້​ແກ່​ມວນ​ມະນຸດ. ​ພາຍຫຼັງດາວ​ທຽມ​ອຸ​ຕຸ​ນິຍົມ​ປະ​ຍຸກ​ຂຶ້ນ​ສູ່​ທ້ອງຟ້າ​ມາ​ນີ້, ບໍ່​ເຄີຍ​ພະຍາກອນ​ລົມ​ໄຕ້​ຝຸ່ນ​ຜິດພາດ​ຈັກ​ເທື່ອ, ​ແຕ່ລະ​ປີ, ​ໄດ້​ສ້າງຜົນ​ກຳ​ໄລ​ທີ່​ຄິດ​ໄລ່ໂດຍ​ກົງ​ໄດ້​ເຖິງ 170 ລ້ານ​ໂດ​ລາ​ຂຶ້ນ​​ໄປ, ​ໄດ້ຫຼີກ​ເວັ້ນຄວາມ​ເສຍ​ຫາຍດ້ານ​ຊີວິດ​ແລະ​ຊັບ​ສົມບັດ​ຍິ່ງ​ນັບ​ບໍ່​ຖ້ວນ.


​ເຊັ່ນ​ດຽວ​ກັນ, ການ​ປະດິດ​ສ້າງ​ເຂົ້ານານ້ຳ​ປະສົມ​ພັນ​ກໍ​ໄດ້​ນຳ​ເອົາ​ການ​ປ່ຽນ​ແປງ​ທີ່​ມີ​ລັກສະນະ​ປະຕິວັດມາ​ໃຫ້​ແກ່​ການ​ປູກ​ເຂົ້ານາ​ນ້ຳ. ​ເຂົ້ານາ​ນ້ຳ​ປະສົມພັນ​ທີ່​ປູກ​​ໄດ້​ໂດຍ​ທົ່ວ​ໄປ​ທີ່ທ່ານ​ຢວນຫຼົງພິງ ນັກວິທະຍາສາດ​ຈີນ​ຄົ້ນຄວ້າ​ພັດທະນາ​ຢ່າງ​ສຳ​ເລັດ​ຜົນ​​ເປັນ​ຄົນ​ທຳອິດໃນ​ໂລກນັ້ນ ​ໄດ້​ຍົກ​ຜົນ​ຜະລິດ​ເຂົ້ານາ​ນ້ຳ​ໃຫ້​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ. ດ.ຣ.​ໂຈ​ນສ໌ ທີ່​ມາ​ຈາກ​ກາ​ນາໄດ້​ຜ່ານ​ຈາກການ​ປະສົມ​ພັນ​ເຂົ້ານານ້ຳຂອງ​ອາຊີ​ແລະ​ອາ​ຟຼິກາ, ​ເຮັດ​ໃຫ້​​ເຂົ້ານາ​ນ້ຳ​ອາ​ຟຼິກາ​​ທີ່​ເກົ່າ​ແກ່​ບູຮານໄດ້​ຮັບ​ການ​ດັດ​ແປງ​ພັນທຸ​ກຳ, ​​ໃນ​ຂະນະ​ທີ່​ໄດ້ຍົກ​ຜົນ​ຜະລິດ​ໃຫ້​ສູງ​ຂຶ້ນຢ່າງຫຼວງຫຼາຍນັ້ນ, ກໍ່​ໄດ້​ສ້າງ​ຄວາມ​ຫວັງ​ໃຫ້​ແກ່​ຊາວ​ນາອາ​ຟຼິກາທີ່​ທຸກ​ຍາກຫຼາຍລ້ານ​ຄົນ.

​ເອົາ​ລະ, ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ທີ່​ຟັງ​ມານັ້ນ​ແມ່ນ​ສະ​ເໜີ​ການ​ປະດິດ​ສ້າງ​ວິທະຍາສາດ​ເຕັກນິກ​ທີ່​ມີ​ຜົນ​ສະທ້ອນ​ຕໍ່​ຊີວິດ​ການ​ເປັນ​ຢູ່. ລາຍການ​ວາລະສານ​ຊີວິດ​ຂໍ​ຈົບ​ລົງ​ທໍ່​ນີ້, ສະບາຍດີ.


1  2  3  4