ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-09 11:29:15    
ລົມ​ເລື່ອງ​ສະ​ພາບ​ທາດ​ບຳ​ລຸງ​ຂອງ​ໄທ​ເມືອງ​ຈີນ

cri

ຕາມ​ການ​ສຳ​ຫຼວດກ່ຽວ​ກັບສະພາບ​​ທາດ​ບຳລຸງ​​ແລະ​ສຸ​ຂະ​ພາບ​ຂອງ​ສາ​ທາ​ລະ​ນະ​ຊົນ​ທີ່​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ປະ​ກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໄທບ້ານ​ຢູ່​ເຂດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​​ໄດ້ຮັບ​ເອົາ​ທາດ​ບຳລຸງ​ບໍ່ພຽງພໍ​ໂດຍ​ທົ່ວ​​ໄປ​ຍ້ອນ​ທຸກ​ຍາກ​ແລະ​ກິນ​ອາຫານຢ່າງ​ດຽວ; ສ່ວນ​ໄທ​ເມືອງ​ຢູ່​ເຂດ​ເສດຖະກິດ​ພັດທະນາທີ່​ຢູ່​ແຄມ​ທະ​ເລ​ແລະ​​ຕົວ​ເມືອງ​ສ່ວນ​ຫຼາຍ​ພັດ​ປະ​ເຊີນ​ກັບ​ບັນ​ຫາ​ຮັບ​ເອົາ​ທາດ​ບຳລຸງຫຼາຍ​ເກີນຄວນ​ຫຼື​​ທາດ​ບຳລຸງບໍ່​ດຸນ​ດຽງ​ກັນ. ບໍ່ວ່າ​​ບັນ​ຫາ​ຫຍັງ, ກໍລ້ວນ​ແຕ່​ຈະ​ມີ​ຜົນ​ສະທ້ອນ​ບໍ່​ດີ​ຕໍ່ສຸຂະພາບທັງ​ນັ້ນ. ສະນັ້ນ, ​ໃນ​ດ້ານ​ປົວ​ແປງ​ທາດ​ບຳລຸງ​ຂອງ​ສາທາ​ລະນະ​ຊົນນັ້ນ, ຜູ້​ຊ່ຽວຊານ​ມີ​ຂໍ້ສະ​ເໜີ​ຫຍັງ​ແດ່? ລັດຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການ​ຫຍັງ​ແດ່?

ທ່ານ​ຈຽງ​ຈ້ຽງພິງ ຜູ້​ຊ່ຽວຊານ​ດ້ານທາດ​ບຳລຸງ​ຂອງ​ຈີນ​ຊີ້​ອອກ​ວ່າ, ການ​ຮັບ​ເອົາ​ທາດ​ບຳລຸງ​ບໍ່ພຽງພໍຫຼືຮັບ​ເອົາ​ທາດ​ບຳລຸງ​ຫຼາຍ​ເກີນ​ໄປ​ນັ້ນ, ລ້ວນ​ແຕ່​ແມ່ນ​ປະກົດ​ການ​ທີ່​ມີ​ສະ​ພາບທາດ​ບຳລຸງ​​ບໍ່​ດີ. ປັດຈຸບັນ, ສະພາບທາດ​ບຳລຸງ​ບໍ່​ດີ​ໄດ້​ກະທົບກະ​ເທືອນ​ເຖິງ​ສຸຂະພາບ​ຂອງ​ພົນລະ​​ເມືອງ​ຈີນ​ໂດຍ​ກົງ​ແລ້ວ.

ພະຍາດຊຳ​ເຮື້ອຍ້ອນ​ການ​ກິນ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ຕົວຢ່າງ​ຄື​ພະຍາດ​ເສັ້ນ​ເລືອດ​ຫົວ​ໃຈ, ​ເລື​ອດດັນ​ສູງ, ພະຍາດ​ເບົາຫວານ, ​ແລະ​ພະຍາດ​ອ້ວນ​ເປັນຕົ້ນ. ຜູ້​​ເປັນ​ພະຍາດ​ເລືອດ​ດັນ​ສູງ​ຂອງ​ປະ​ເທດ​ຈີນ​ມີ 160 ລ້ານ​ຄົນ, ຜູ້​ໜັກ​ເກີນ​ໄປ​ແລະ​ຄົນອ້ວນ​​ບວກ​ເຂົ້າກັນ​ແລ້ວ​ມີ​ເກືອບ 30% ຂອງ​ຍອດ​ຈຳ​ນວນ​ປະ​ຊາ​ກອນ. ສະພາບ​ທາດ​ບຳລຸງ​ຂອງ​ເດັກນ້ອຍ​ແຮ່ງ​ເຮັດ​ໃຫ້​ຄົນ​ບໍ່ພໍ​ໃຈນຳ, ລູກຜູ້ດຽວ​ໃນ​ຄອບຄົວ​ໃນ​ເມືອງ​ຍ້ອນ​ເລືອກ​ກິນ ​ແລະມີ​ທາດ​ບຳລຸງ​ຫຼາຍ​ເກີນ​ໄປ, ​ເຮັດ​ໃຫ້​ຈຳນວນ​ເດັກ​ນ້ອຍ​ອ້ວນ​ພວມ​ເພີ່ມ​ຂຶ້ນ, ພ້ອມ​ກັນ​ນັ້ນ, ອາຍຸ​​ເປັນ​ພະ​ຍາດ​ໄວ​ກາງ​ຄົນ​ບາງ​ຊະ​ນິດ​ກໍ​ໄດ້​​ເກີດ​ຂຶ້ນ​ກ່ອນ​ໄວ​ຫຼາຍປີ.

1  2  3