|
 |
(GMT+08:00)
2006-01-27 16:21:36
|
 |
ຝູງຄົນຈີນທີ່ມັກໃຊ້ຄອມພິວເຕີຕິດໃຈນຳ USB disk(ສຽງ)
cri
Author: MO

ຖ້າທ່ານມັກໃຊ້ຄອມພິວເຕີຄົງຮູ້ດີວ່າ, ຢາກຮັກສາເອກະສານໃນຄອມພິວເຕີ, ກໍຕ້ອງສະສົມຂໍ້ມູນຂ່າວສານ. ແຕ່ຄົນຈີນໃນປັດຈຸບັນ, ບໍ່ພຽງແຕ່ສະສົມຂໍ້ມູນຂ່າວສານເຂົ້າໃນ hard disk ຂອງຄອມພິວເຕີເທົ່ານັ້ນ, ຍັງມັກສະສົມເຂົ້າໃນ USB disk ທີ່ຕິດຕົວງ່າຍ.
USB disk ແມ່ນເຄື່ອງສະສົມເຄື່ອນທີ່ທີ່ຕໍ່ໃສ່ປາກ USB ຂອງຄອມພິວເຕີ. ເຊິ່ງແມ່ນບໍລິສັດວິທະຍາສາດເຕັກນິກລາງເຄີເສີນເຈີ້ນຈີນຈຳກັດເປັນຜູ້ປະດິດສ້າງ, ການປະດິດສ້າງລາຍນີ້ຖືກເອີ້ນເປັນການປະດິດສ້າງພຽງອັນດຽວຂອງຄົນຈີນໃນຂົງເຂດສະສົມຄອມພິວເຕີໃນເກືອບ 20 ປີມານີ້.
 ຈຸດພິເສດໃຫຍ່ກວ່າໝູ່ຂອງ USB disk ແມ່ນສະສົມໄດ້ຫລາຍ ຕົວນ້ອຍ, ທັງມີຄຸນນະພາບດີ. ບໍລິສັດດັ່ງກ່າວຫາກໍນຳຜະລິດຕະພັນໃໝ່ທີ່ສະສົມໄດ້ 4G ອອກຈຳໜ່າຍ. ທ່ານຊຽງເຟິງ ຜູ້ອຳນວຍການໃຫຍ່ດ້ານເຕັກນິກຂອງບໍລິສັດດັ່ງກ່າວເວົ້າວ່າ:
"USB disk ນ້ອຍຫລາຍ, ຍັງບໍ່ໃຫຍ່ທໍ່ນີ້ວກ້ອຍຂອງຂ້າພະເຈົ້າ, ແຕ່ບໍລິມາດຂອງມັນມີ 4G, ທໍ່ກັບ soft disk ເກືອບ 3 ພັນແຜ່ນ. ຖ້າເອົາ soft disk ເກືອບ 3 ພັນແຜ່ນນີ້ມາກອງໃສ່ກັນກໍສູງເທົ່າຕຶກ 3 ຊັ້ນ."
ກ່ອນມີ USB disk, ຄົນທັງຫຼາຍມັກໃຊ້ soft disk ມາສະສົມເອກະສານ. soft disk ໃຫຍ່ 3,5 ນິ້ວແຜ່ນໜຶ່ງທີ່ເຮົາມັກເຫັນນັ້ນ, ບໍລິມາດສະສົມແມ່ນ 1,44 mb(ເມກາບາຍ), ໝາຍຄວາມວ່າມາສະສົມຮູບຖ່າຍດີຈີຕອນຂະໜາດ 300 k ພຽງແຕ່ 4 ແຜ່ນເທົ່ານັ້ນ." 1 2 3
|
|
|