ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-27 16:21:36    
ຝູງ​ຄົນຈີນ​ທີ່​ມັກ​ໃຊ້​ຄອມ​ພິວ​ເຕີ​ຕິດ​ໃຈນຳ USB disk(ສຽງ)

cri Author: MO


ກໍ​ແມ່ນ​ຍ້ອນ USB disk​ ມີ​ຈຸດ​ດີ​ເຫຼົ່ານີ້, ຢູ່​​ຈີນ​ໃນ​ປະຈຸ​ບັນ, USB disk​ ​ໄດ້​ເຂົ້າ​ແທນ soft disk ​ໃນ​ຂັ້ນພື້ນຖານ​ແລ້ວ. ປັດຈຸບັນ, ຄອມ​ພິວ​ເຕີທີ່​ຫຼາຍໆໂຮງງານ​ຜະລິດ​ຄອມ​ພິວ​ເຕີ​ຂອງ​ໂລກ​​ເປັນ​ຜູ້ຜະລິດ​, ​ໂດຍ​ສະ​ເພາະ​ແມ່ນ​ຄອມ​ພິວ​ເຕີ​ມື​ຖື, ບໍ່​ມີ soft disk driver ອີກ​ແລ້ວ, ທັງ​ຍົກ​ເລີກ​ບ່ອນສຽບ soft disk ອີກ​ດ້ວຍ. ຕາມ​​ແນະນຳ​ວ່າ, ພຽງ​ແຕ່​ລາຍ​ນີ້​ລາຍ​ດຽວກໍ​ສາມາດ​ປະຢັດ​ຕົ້ນທຶນ​ເກືອບ 100 ຢວນ​ໃຫ້​ແກ່​ຄອບ​ພິວ​ເຕີ​ແຕ່ລະ​ເຄື່ອງ, ພ້ອມ​ທັງ​ເຮັດ​ໃຫ້​ຄອມ​ພິມ​ເຕີ​ເບົາຂຶ້ນ​ແລະຖື​ສະດວກ. ອາດ​ເວົ້າ​ໄດ້​ວ່າ, USB disk ​ຕົວ​ນ້ອຍໆ​ນີ້ໄດ້​ສະ​ເທື່ອ​ນຕະຫຼາດຄອມ​ພິວ​ເຕີ​ຂອງ​ໂລກ.

ບໍລິສັດ​ວິທະຍາສາດ​ເຕັກນິກ​ລາງ​ເຄີ​ເສີນ​ເຈິ້ນ​ຈີນ​ຈຳກັດ​ໄດ້​ນຳ​ເອົາ USB disk ​​​ໄປ​ວາງຈຳໜ່າຍ​ຢູ່​ຕະຫຼາດ​ເປັນຄັ້ງທຳ​ອິດ​ແມ່ນໃນູ​ປີ 2000. ຫຼັງຈາກ​ນັ້ນສອງ​ປີ, USB disk ຈຶ່ງ​ເລີ່​ມ​ຖືກ​ຮັບຮູ້ຈາກຄົນ​ທັງຫຼາຍູ. ​ແຕ່​ນັ້ນ​ມາ, ຫຼາຍວິ​ສາ​ຫະກິດຂອງ​ຈີນ​ແລະ​ຂອງ​ໂລກ​ໄດ້​ນຳ​​ຜະລິດ​ຕະພັນ​ທີ່​ກ່ຽວຂ້ອງອອກຈຳໜ່າຍ, USB disk ​​ໄດ້​​ເຂົ້າສູ່​ຊີວິດການ​ເປັນ​ຢູ່​ຂອງ​ສາມັນ​ຊົນ​ເທື່ອ​ລະ​ກ້າວ​.

ປັດຈຸບັນ, USB disk ​​ໃນ​ຕະຫຼາດບໍ່​ຈຳກັດ​ແຕ່​ຮູບ​ກັບ​ໄຟ​ແບບ​ດັ້ງ​ເດີມອີກ​ແລ້ວ, ອາດ​ເວົ້າ​ໄດ້​ວ່າ, ມີຫຼາຍສີຫຼາຍສັນ, ​ແລະ​ມີ​ມາກ​ມາຍຫຼາຍຊະນິດ. ຢູ່​ຫ້ອງ​ການ, ​ໂຮງຮຽນ​ມະ​ຫາ​ວິທະຍາ​ໄລ, ພວກ​ເຮົາ​ມັກ​ເຫັນ​ມີ​ຄົນ​ຈຳນວນ​ໜຶ່ງ​​ເອົາ​ເຊືອກ​ມັດ USB disk, ​ແລ້ວ​ຫ້ອຍ​ໃສ່​​ຄໍ, ​ໂຕ໋ງ​ເຕ໋ງຢູ່​ໜ້າ​ເອິກ. USB disk ທີ່​ມີຫຼາຍສີຫຼາຍສັນທັງ​ເຫຼື້ອມຍິບຍັບ​ເຫຼົ່ານີ້, ຄືວ່າ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ອາລົມ​ຂອງ​ເຈົ້າຂອງ.

ສອງ​ເດືອນ​ກ່ອນ, ບໍລິສັດ​ວິທະຍາສາດ​​ເຕັກ​ໂນ​ໂລ​ຊີລາງ​ເຄີ​ເສີນ​ເຈີ້ນຂອງ​ຈີນ​ໄດ້​ນຳ USB disk ຮຸ້ນ​ໃໝ່​ທີ່​ພວກ​ເຂົາ​ເຈົ້າພັດທະນາອອກຈຳໜ່າຍ. ມັນ​ມີ​ສັບພະ​ຄຸນ​ທັງ​ໝົດ​ຂອງ​ແຜ່ນCD. ບຸກຄົນ​ຂອງ​ບໍລິສັດ​ດັ່ງກ່າວ​ເວົ້າວ່າ, ອີກ 3 ປີ​ຫາ 5 ປີ, USB disk ​​ແບບໃໝ່ນີ້ຈະສາມາດ​ເຂົ້າ​ແທນ​ສັບພະ​ຄຸນ 80% ຂອງແຜ່ນCD , ພ້ອມ​ທັງຖື​ງ່າຍ, ບໍ່​ມັກ​ເພ, ບໍ່​ຕ້ອງ​ໃຊ້ CD RW ກໍ​ອ່ານ​ຂຽນ​ໄດ້. ຈາກ​ນີ້, ພວກ​ເຮົາກໍ​ສາມາດຫຼິງ​ເຫັນໄດ້​ວ່າ, ອາ​ໄສ USB disk, ພາຍຫຼັງຄອມ​ພິວ​ເຕີ​ບໍ່​ຕິດຕັ້ງ soft disk driver ​ແລ້ວ, ​ກໍ​ຈະປາສະຈາກ CD driver ​ໄດ້.
1  2  3