ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-27 16:21:36    
ຝູງ​ຄົນຈີນ​ທີ່​ມັກ​ໃຊ້​ຄອມ​ພິວ​ເຕີ​ຕິດ​ໃຈນຳ USB disk(ສຽງ)

cri Author: MO


ທ່ານ​ລິວ​ອີ ທີ່​​ເຮັດ​ວຽກ​ຢູ່​ບໍລິສັດ​ຄອບ​ພິວ​ເຕີ​​ແຫ່ງ​ໜຶ່ງ​ຂອງປັກ​ກິ່ງ​ຍັງ​ຈື່​ໄດ້ວ່າ​ soft disk ​ໄດ້​ນຳ​ເອົາ​ຄວາມ​ຫຍຸ້ງຍາກ​ມາ​ໃຫ້​ວຽກ​ງານຂອງ​ທ່ານ. ທ່ານ​ເວົ້າວ່າ,

ຖ້າ​ໃຊ້ soft disk, ສະ​ສົມຂໍ້​ມູນ​ໜ້ອຍ​ດຽວ​ກໍ​​ເຕັມ​ແລ້ວ, ຖ້າ​ຢາກ​ສະ​ສົມ​ຂໍ້​ມູນ​ອື່ນໆ, ກໍຈຳ​ເປັນ​ຕ້ອງລືບ​ອັນ​ເກົ່າອອກ. ບາງ​ເທື່ອ, ຖ້າ​ໃນ soft disk ​ແມ່ນ​ເອກະສານ​ທີ່​ສຳຄັນ, ກໍ​ລືບບໍ່​ໄດ້, ​ເວລາ​ນັ້ນກໍ​ຮູ້ສຶກ​ລຳ​ຄານ​ຫຼາຍ.

ເພື່ອ​ກຳຈັດບັນຫາ​ທີ່ soft disk ບັນຈຸ​ບໍ່​ໄດ້ຫຼາຍ, ຄົນ​ທັງຫຼາຍມັກ​ມີ​ soft disk ຫຼາຍ​ແຜ່ນ, ​ແຕ່​ການ​ສະ​ສົມ​ແລະ​ຊອກ​ຫາ soft disk ກໍ​ແມ່ນ​ເລື່ອງ​ລຳ​ຄານ​ໃຈ​ອີກ​ເລື່ອງ​ໜຶ່ງ. ນອກ​ນີ້, ຄຸນ​ນະພາ​ບຂອງ soft disk ກໍ​ບໍ່​ໝັ້ນທ່ຽງ​ປານ​ໃດ, ຖ້າ​ບໍ່​ລະວັງ​ແດ່, ​ເຮັດ​ໃຫ້ soft disk ຕົກ​ໃສ່​ພື້ນ​, ຫຼືຖືກ​ຂອງ​ອື່ນທັບ​ໃສ່, soft disk ກໍ​​ມັກເພ​​ງ່າຍ.

ທ່ານ​ຝານ​ມິງ​ແມ່ນ​ອາຈານ​ສອນ​ຢູ່​ມະຫາວິທະຍາ​ໄລ​ຄົມມະນາຄົມ​ປັກ​ກິ່ງ, ທ່ານ​ເວົ້າວ່າ:
USB disk​​ ແມ່ນ​ຜູ້​ຊ່ອຍ​ວຽກ​ທີ່​ດີ​ຂອງຂ້າພະ​ເຈົ້າ​ທີ່​ຂາດ​ເຂີນ​ບໍ່​ໄດ້​ໃນ​ຊີວິດ​ປະຈຳ​ວັນ, ຂ້າພະ​ເຈົ້າຮູ້​ສຶກວ່າ, ມັນ​ມີ​ຈຸດ​ດີ​ຫຼາຍຢ່າງຄື​, ໜຶ່ງ​, ມັນ​ສາມາດ​ສະ​ສົມ​​ໄດ້ຫຼາຍ​, ຂໍ້​ນີ້​ແມ່ນ​ເໝາະ​​ໃຊ້ທີ່​ສຸດ; ອີກ​ດ້ານໜຶ່ງ, ຂ້າພະ​ເຈົ້າຮູ້ສຶກ​ວ່າ, ມັນ​ປອດ​ໄພ​ຫຼາຍ​ແລະ​ໝັ້ນທ່ຽງຫຼາຍ.

ທ່ານ​ຝານ​ມິ​ງຍັງ​​ເລົ່າ​ເລື່ອງໜຶ່ງ​ໃຫ້​ນັກ​ຂ່າວ​ຟັງ. ທ່ານ​ເວົ້າວ່າ, ມີ​​ເທື່ອ​ໜຶ່ງ, ລາວ​​ບໍ່​ລະວັງ​, ​​ເຮັດ​ໃຫ້ USB disk​ ຕົກ​ໃສ່​ນ້ຳ, ລາວ​ຕົກ​ໃຈ​ຫຼາຍ, ​ເປັນ​ຫ່ວງ​ທີ່​ສຸດ, ຢ້ານ​ເອກະສານ​ການ​ສອນແລະບົດ​ນິພົນ​ສະບັບ​ຮ່າງທີ່​ຍັງບໍ່​ທັນຂຽນ​ແລ້ວ​ນັ້ນຈະ​ຖືກ​ທຳລາຍ​ໝົດ. ​ແຕ່​ເມື່ອ​ລາວ​ເຊັດ USB disk​​​ ໃຫ້ແຫ້ງ​, ​ແລ້ວ​ສຽບ​ໃສ່ຄອມ​ພິມ​ເຕີ​, ລາວປະກົດ​ເຫັນ​ວ່າ, USB disk​ ຍັງ​ດີ​ຄື​ເກົ່າ, ບໍ່​​ໄດ້​ຖືກ​ທຳລາຍ.
1  2  3