ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-22 10:06:05    
ທ່ານຟ້ານອີ້ເສີນ​ກັບ​ເພງ​ຂອງ​ທ່ານ(ສຽງ)

cri Author: mo


ສະບາຍດີທ່ານຜູ່ຟັງທີ່ເຄົາລົບ, ຊົມເຊີຍທ່ານຮັບຟັງລາຍການຢ່ອນ​ອາລົມ​ໃນ​ວັນ​ເສົາ, ຂ້າພະ​ເຈົ້າ​ແມ່ນ​ແສງ​ແກ້ວ. ທ່ານ​ຟ້າ​ນອີ້​ເສີນ​ ນັກ​ຮ້ອງ​​ໄຕ້​ຫວັນ​​ເປັນຄົນ​ເຈົ້າຊູ້, ຕາ​ງາມ​ມີ​ສະ​ເໜ. ​ເພງ​ຮັກ​ທີ່​ທ່ານ​ຂັບ​ຮ້ອງ​​ນັ້ນປ່ຽມ​ລົ້ນ​ໄປ​ດ້ວຍອາລົມ​ເລິກ​ເຊິ່ງ, ມ່ວນ​ຈັບ​ໃຈ​ຄົນ, ຈົນ​ແຟນ​ເພງ​​ເອີ້ນ​ທ່ານ​ເປັນ"ລາຊາ​ເພງ​ຮັກ". ​ໃນ​ລາຍການ​ມື້ນີ້, ​ແສງ​ແກ້ວກໍ​ຂໍ​ແນະນຳ​ທ່ານ​ຟ້າ​ນອີ້​ເສີນ​ກັບ​ເພງ​ຂອງ​ທ່ານ​ສູ່​ຟັງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ" I Believe" ຂັບ​ຮ້ອງ​ໂດຍ​ທ່ານ​ຟ້າ​ນອີ້​ເສີນ.​ ​ເນື້ອ​​ເພງ​ມີ​ຢູ່​ວ່າ: ​ເຖິງ​ວ່າຜູ້​ທີ່​ເຈົ້າຈັບ​ມືນັ້ນບໍ່​ແມ່ນ​​ຂ້ອຍ, ​ຂ້ອຍ​ກໍ​ບໍ່​ເສຍ​ໃຈປານ​ໃດ, ບໍ່​ຮູ້​ວ່າ ຂ້ອຍ​ພວມ​ຄິດ​ຫຍັງ, ມີ​ແຕ່​ບອກ​ຕົນ​ເອງ​ວ່າ, ຂ້ອຍ​ເຊື່ອ​, ແນວ​ໃດ​ກໍ​ຕ້ອງ​ມີ​ຜົນ​ສຸດ​ທ້າຍ, ກໍ​ຈະ​​ໄດ້ຜົນ​ແນ່ນອນ, ​​ຜ່ານ​ໄປຍາວ​ນານ, ຜູ້​ຍັງ​ຢູ່​ຄຽງ​ຂ້າງ​ເຈົ້ານັ້ນ​ແມ່ນ​ຂ້ອຍ, ຜູ້​ຈະ​ເປັນ​ເພື່ອນ​ເຈົ້ານັ້ນ​ແມ່ນ​ຂ້ອຍ.ສຽງ​ເພງ​ອັນ​ມີ​ສະ​ເໜຂອງ​ທ່ານ​ຟ້າ​ນອີ້​ເສີນ​ ​ເຮັດ​ໃຫ້​​ແຟນ​ເພງທັງຫຼາຍ​ຍິນ​ດີ​ເຊື່ອ​ຄວາມ​ຮັກ. ​ກໍເໝືອນ​ດັ່ງ​ທ່ານ​ຮ້ອງ​ໃນ​ເພງ​ນີ້​ວ່າ, ​ຄອງ​ຄອຍ​ຄວາມ​ຮັກ​ດ້ວຍຈິດ​ໃຈ​ອົບ​ອຸ່ນ​, ​ເຖິງ​ຈະ​ເຄີຍບາດ​ໃຈ, ກໍ​ບໍ່​ຕ້ອງໝົ່ນໝອງ, ທີ່​ຈິງ​ແລ້ວ, ຄວາມສຸກ​ກໍ​ແມ່ນ​ດອກ​​ໄມ້​ທີ່​​ເບັ່ງບານ​ຫລັງຈາກ​ໄດ້​ຜ່ານ​ຄວາມທຸກ​ລະ​ທົມ​ຂົມ​ຂື່ນ.

ທ່ານ​ຟ້າ​ນອີ້​ເສີນ​​ເລີ່​ມມັກ​ດົນຕີ​ໃນ​ຍາມຮຽນ​ມະຫາວິທະຍາ​ໄລ​ວິຊາ​ສະ​ເພາະ. ທ່ານ​​ໄດ້​ເຂົ້າຮ່ວມ​ຄະນະ​ກິ​ດຕາຂອງ​ໂຮງຮຽນ. ​ແຕ່​ນັ້ນມາ, ທ່ານ​ກໍ​ໄດ້​ຜູກ​ສຳພັນກັບ​ດົນຕີ​ຢ່າງ​ປະລະ​ບໍ່​ໄດ້. ພາຍ​ລຸນ​ມາ, ຍ້ອນ​ໄດ້​ຮູ້ຈັກ​ກັບ​ທ່ານ​ລີ​ຊື້​ຊ່ຽນ ນັກ​ດົນຕີ​ທີ່​ມີ​ຊື່ສຽງ​ຂອງ​ໄຕ້​ຫວັນ, ​ແລະ​ໄດ້​ຮັບ​ການ​ແນະນຳ​ຈາກທ່ານ, ເຊັນ​ສັນຍາ​ກັບ​ບໍລິ​ສັກແຜ່ນສຽງ​ເຟິ່ງຮວາ. ຫລັງ​ຈາກ​ນັ້ນ, ທ່ານ​ຟ້າ​ນອີ້​ເສີນ​ໄດ້​ເຂົ້າສູ່​ວົງ​ການ​ເພງ​ຢ່າງ​ເປັນ​ທາງ​ການ. ກ່ອນ​ອັດ​ຈຳໜ່າຍ​ແຜ່ນCD, ທ່ານ​ຟ້າ​ນອີ້​ເສີນ​ກໍ​ໄດ້​ຮ້ອງ​ເພງ I Believe ​ໃນ​ຮູບ​ເງົາ​ສ.​ເກົາຫລີ​​ເລື່ອງ"​ແຟນ​ຮ້າຍ​ກາດຂອງ​ຂ້ອຍ", ​ແລະ​ເພງPiano ​ເພງ​ສະຫຼັບ​ໃນໂທລະພາບສ.​ເກົາຫລີ​ເລື່ອງ"​ເປຍ​ໂນ". ຄຽງ​ຄູ່​ກັບ​​ຮູບ​ເງົາ​ແລະ​ເລື່ອງ​ໂທລະພາບ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຫລາຍ, ຄົນທັງ​ຫລາຍ​​ໄດ້​ສົນ​ໃຈ​ນຳ​ສຽງ​ເພງທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ທ່ານ​ຟ້ານອີ້​​ເສີນ, ຄວາມ​ຄອງ​ຄອຍ​ແລະ​ການຫາລື​ກັນ​ກ່ຽວ​ກັບທ່ານ​ກໍ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື່ອຍໆ​ໃນ​ອິນ​ເຕີ​ເນັດ, ນີ້​ເຮັດ​ໃຫ້​ທ່ານ​ຟ້າ​ນອີ້​ເສີນ​ບໍ່​ໄດ້​​ປະກົດ​ຕົວ​ເທິງ​ເວທີ​ເທື່ອ​ກໍ​ກາຍ​ເປັນ​ນັກ​ຮ້ອງ​ໃໝ່​ທີ່​ມີ​ຄົນ​ຖາມຫາ​ຫຼາຍກວ່າ​ໝູ່​ໃນ​ອິນ​ເຕີ​ເນັດ. ຕໍ່​ໄປ​ເຊີນ​ຟັງ​ເພງ" Piano" ​ໃນ​ເລື່ອງ​"​ເປຍ​ໂນ"ຂອງ​ສ.​ເກົາຫລີ, ຂັບ​ຮ້ອງ​ໂດຍ​ທ່ານ​ຟ້າ​ນອີ້​ເສີນ.


1  2  3