ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-22 10:06:05    
ທ່ານຟ້ານອີ້ເສີນ​ກັບ​ເພງ​ຂອງ​ທ່ານ(ສຽງ)

cri Author: mo


ເນື້ອ​ເພງ​ມີ​ຢູ່​ວ່າ: ​ຂໍ​ໃຫ້ເຈົ້າຫຍັບ​​ເຂົ້າໃກ້​ແດ່, ຈັບ​ມື​ໃຫ້​ແໜ້ນ​ແດ່, ​ເຄີຍ​ເວົ້າກັນ​ວ່າ​, ຖ້າ​ຝົນຕົກ​ກໍ​ລໍຖ້າ​ຈົນຮອດ​ຝົນ​ເອື້ອນ, ​​ຮັກ​ເຈົ້າກໍ​ລື​ມເວລາ. ​ເຈົ້າ​ແມ່ນ​ອາກາດ, ຂ້ອຍສືບ​ເອົາ​ອາກາດແຮງໆ, ນັ່ງ​ປິ່ນຫຼັງ​ໃສ່​ກັນ, ​ແມ່ນ​ໃຜ​ໃຈ​ເຕັ້ນບໍ່​ຖືກ​ຈັງຫວະ?

ທ້າຍ​ປີ 2004, ທ່ານ​ຟ້າ​ນອີ້​ເສີນ​ໄດ້​ອັດ​ຈຳໜ່າຍCD​ແຜ່ນທີ​ສາມ​ຂອງ​ທ່ານ​ທີ່​ໃຫ້​ຊື່ວ່າ: ສູດ​ຄວາມ​ຮັກ. ​ໃນ​CD​ແຜ່ນ​ນີ້, ການ​ຂັບ​ຮ້ອງ​ຂອງ​ທ່ານ​ຟ້າ​ນອີ້​ເສີນ​ຍິ່ງ​ທຳ​ມະ​ຊາດແລະ​ຖືກ​ກັບອາລົມ​ຈິດ​ຂອງ​ຕົນ. ​ເພງ"Duan chi hu tie fei" ​ແມງກະ​ເບື້ອປີກ​ຫັກ ກໍ​ໄດ້​ສະ​ແດງ​ໃຫ້​ເຫັນສະ​ເໜຂອງ​ລາຊາ​ເພງ​ຮັກ​ຜູ້​ນີ້ອີກ​ເທື່ອ​ໜຶ່ງ. ​ມ້ວນທ້າຍ​ລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ"Duan chi hu tie fei" ​ແມງກະ​ເບື້ອປີກຫັກ.

ໃນ​​ເວລາ​ອັດ​ສຽງ​, ທ່ານ​ຟ້າ​ນອີ້​ເສີນ​ມັກ​​ປະ​ຕີນ​ເປົ່າ​, ທ່ານ​ເວົ້າວ່າ, ວີ​ທີ​ຮ້ອງ​ເພງ​ທີ່​ປະ​ຕີນ​​ເປົ່າ​​ແບບ​ນີ້, ​ເຮັດ​ໃຫ້​ທ່ານ​ຮູ້ສຶກ​ສະບາຍ​ຫລາຍ. ​ໂດຍ​ສະ​ເພາະ​​ແມ່ນໃນ​ເວລາ​ອັດ​​ເພງແມງກະ​ເບື້ອປີກ​ຫັກ, ປະ​ຕີນ​ເປົ່າ​ຍັງ​ເຮັດ​ໃຫ້​ທ່ານຄຶດ​ຮອດ​ໃນ​ເວລາ​ຍັງ​ນ້ອຍ, ປະ​ຕີນ​ເປົ່າ​ໄລ່​ຈັບແມງກະ​ເບື້ອ, ​ແມ​ງກະ​ເບື້ອທີ່ບີນວາບໆ​ໄດ້​ຈົ່ງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໄວ້​ກັບ​ທ່ານ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ທີ່​ຟັງ​ມານັ້ນ​ແມ່ນ​​ເພງ​ຂອງທ່ານ​ຟ້າ​ນອີ້​ເສີນ​ນັກ​ຮ້ອງ​ໄຕ້​ຫວັນ. ລາຍການຢ່ອນ​ອາລົມ​ໃນ​ວັນ​ເສົາ​ພາກ​ນີ້​ຂໍ​ຈົບ​ລົງ​ທໍ່​ນີ້, ສະບາຍດີ.


1  2  3