ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-22 10:06:05    
ທ່ານຟ້ານອີ້ເສີນ​ກັບ​ເພງ​ຂອງ​ທ່ານ(ສຽງ)

cri Author: mo


ເດືອນ​ສິງຫາ​ປີ 2002, ທ່ານ​ຟ້າ​ນອີ້​ເສີນ​ໄດ້​ອັດ​ຈຳໜ່າຍ​CDແຜ່ນທຳ​ອິດທີ່​​ໃສ່​ຊື່​"ຟ້າ​ນອີ້​ເສີນ". ​ໃນCD​ແຜ່ນ​ນີ້, ນອກຈາກ​ມີ​ເພງ I Believe ​ແລະ​ເພງ Piano ​ແລ້ວ, ຍັງ​ມີ​ເພງ​ຮັກທີ່​ຈັບ​ໃຈ​ຄົນ​ອີກ 9 ​ເພງ. ​CD

 

​ແຜ່ນ​ນີ້​ສ່ວນຫຼາຍ​ແມ່ນ​ຈັງຫວະ​ລັອກ​ແອນ​ໂລ​ນທີ່​ລະບາຍ​ອາລົມ. ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"bu kai de mei gui"ດອກ​ກຸຫຼາບທີ່​ບໍ່​​ບານ. ​​ເນື້ອ​​ເພງ​ມີ​ຢູ່​ວ່າ: ກາ​ເຟທີ່​ເຈົ້າບໍ່​ກິນ, ພັດຈົ່ງ​​ໃຫ້​ຂ້ອຍ​ຊິ​ມລົດ. ​ເມື່ອ​ຈາກ​ເຈົ້າມາ, ທ້ອງຟ້າ​ກໍ​ມືດ​ເຂົ້າ​ໂລດ. ​​ເຈົ້າບໍ່​ມາຕາມ​ນັດ, ປະໃຫ້​ຂ້ອຍ​​ເສຍ​​ໃຈ, ​ເຈົ້າເຫັນ​ນ້ຳ​ຕາຂ້ອຍ​​ໄຫຼລິນ​ຈັ່ງ​ໃດ. ​​ເພງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຄັ່ງ​ແຄ້ນ​ແລະ​ສຸດ​ວິ​ໄສ​​ໃນ​ເວລາ​ປະສົບ​ເຈັບ​ປວດ​ຍ້ອນ​ອົກ​ຫັກ.

 

ເພງ​ຮັກ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ທ່ານ​ຟ້າ​ນອີ້​ເສີນ, ​ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ນາມມະຍົດ"ລາຊາ​ເພງ​ຮັກ". ​ໃນCD​ແຜ່ນ​ທີ​ສອງ​ທີ່​ໃຫ້​ຊື່ວ່າ"​xin yang ai qing" ເຊື່ອ​ຖື​ຄວາມ​ຮັກ ນັ້ນ, ບໍ່​ພຽງ​ແຕ່​ແມ່ນ​ເພງ​ຮັກທີ່​ມ່ວນໆ​ໝົດ​ທຸກ​ເພງ, ຍັງ​ໄດ້​ບັນຍາຍອາລົມ​ໝົດ​ທຸກ​ຢ່າງ​ທີ່​ອາດ​ຈະ​​ເກີດ​ຂຶ້ນໃນຄວາມ​ຮັກ. ​ເຊັ່ນ​ຄວາມ​ຄອງ​ຄອຍ​ກັບ​ຄວາມວິຕົກ​ກັງວົນກ່ອນ​ຄວາມ​ຮັກ​ຈະ​ມາ​ເຖິງ, ຄວາມ​ຫວານ​ຊື່ນ​ກັບ​ພິດສະຫວາດ​ແລະ​ຄວາມລະ​ແວງ​ສົງ​​ໄສ​ໃນ​ເວລາ​ຮັກ​ກັນ, ຮອດ​ຄວາມ​ອາ​ໄລ​ອາວອນ​ແລະ​ຄວາມ​ສຸດ​ວິ​ໄສ​ພາຍຫລັງ​ຄວາມ​ຮັກ​ຜ່ານ​ໄປ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"​ເຊື່ອ​ຖື​ຄວາມ​ຮັກ". ທ່ານ​ຟ້າ​ນອີ້​ເສີນ​ຫວັງ​ໃຫ້​ໝົດ​ທຸກ​ຄົນ​ໃນ​ເວລາ​ປະ​ເຊີນ​ກັບການ​ປ່ຽນ​ແປງ​ຂອງ​ຄວາມ​ຮັກ​ນັ້ນ, ບໍ່​ວ່າ​ໃນ​ທີ່​ສຸດຈະສົມ​ຫວັງ​ຫຼືບໍ່, ສຸດ​ທ້າຍກໍ​ຕ້ອງ​ກັບ​ຄືນ​​ໄປ​ເຊື່ອ​ຖື​ຄວາມ​ຮັກ, ​ເພາະວ່າ, ມີ​ແຕ່​ເຊື່ອ​ຖື​ຄວາມ​ຮັກ, ຈຶ່ງ​ອາດ​ຈະມີ​ຄວາມ​ຮັກ​ຢ່າງ​ແທ້​ຈິງ.

ໃນ​ແ​ຜ່ນCD​"ເຊື່ອຖື​ຄວາມ​ຮັກ"ນັ້ນ, ທ່ານ​ຟ້າ​ນອີ້​ເສີນ​ໄດ້​ທົດ​ລອງ​ດົນຕີ​ປະ​ເພດ​ຕ່າງໆ, ທ່ານ​ຟ້າ​ນອີ້​ເສີນ​ເວົ້າວ່າ, ທ່ານ​ຫວັງ​ໃຊ້​ທຳນອງ​ດົນຕີ​ທີ່​ຕ່າງ​ກັນ, ມາສະ​ແດງ​ຄວາມ​ຮັກຫລາຍ​ວາດ​ຫລາຍ​ຊົງ. ​ໃນCD​ແຜ່ນ​ນີ້, ມີ​ເພງ​ໜຶ່ງ​ຊື່ວ່າ"Ting bu liao" ​ຢຸດ​ບໍ່​ໄດ້ ຊື່​ງ​ເປັນ​​ເພງ​ປະ​ເພດ​ລັອກ​ແອນ​ໂລ​ນ​ແບບ​ອັງກິດ​ທີ່​ທ່ານ​ຟ້າ​ນອີ້​ເສີນ​ແຕ່ງ​ເອງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໂລ​ມັງ​ຕິກ​ແລະ​ຄວາມ​ຫວານ​ຊື່ນ​ແຫ່ງ​ຄວາມ​ຮັກ. ​ເຊີນ​ຟັງ​ເພງ​ນີ້​ໄດ້​ເລີຍ"ຢຸດ​ບໍ່​ໄດ້".

1  2  3