ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 17:28:54    
ຊີມ​ອາ​ຫານ​ພື້ນ​ເມືອງ​ປັກ​ກິ່ງ​ທີ່​ມີປະ​ຫວັດ​ຮ້ອຍ​ປີ

cri Author: da


ເລີ່​ມ​ແຕ່​ວັນ​ທີ 22 ກຸມພາ,ລາຍການທ່ຽວ​ເມືອງ​ຈີນທີ່​ປັບປຸງ​ໃໝ່​ໄດ້​ມາພົບ​ກັບ​ທ່ານ​ແລ້ວ.​ໃນ​ລາຍການ​ນີ້,ພວກ​ເຮົາ​ຍັງຈະ​ພາ​ທ່ານ​ໄປ​ທ່ຽວຊົມ​ພູຜາ​ປ່າ​ໄມ້​ແມ່ນ້ຳລຳ​ເຊ​ຂອງ​ຈີນ,ສຳ​ຜັດ​ວັດທະນະທຳ ຮີດຄອງ​ປະ​ເພນີ ທຳ​ມະ​ຊາດ​​ແ​ລະອາຫານ​ແຊບ​ຊະນິດ​ຕ່າງໆຂອງ​ຈີນ,​ເຊື່ອ​ວ່າ ​​ຜ່ານ​ຈາກ​ລາຍການ​ທ່ຽວ​ເມືອງ​ຈີນ​ຂອງ​ພວກ​ເຮົາ,ທ່ານ​ຈະ​ເຂົ້າ​ໃຈ​ເມືອງ​ຈີນຢ່າງ​ຮ້ອບດ້ານ​​ກວ່າ​ເກົ່າແນ່ນອນ.


ເປັດ​ປັກ​ກິ່ງ​ແລະ​ຈຸ່ມ​ຊີ້ນ​​ແກະ​ແມ່ນ​ອາຫານ​ແຊບ​ທີ່​ມີເອກະລັກພິ​ເສດ​ຂອງ​ປັກ​ກິ່ງ,​ແຕ່​ກ່ອນ​​ໃນ​ລາຍການ​ຂອງ​ພວກ​​ເຮົາໄດ້​ແນະນຳ​ສູ່​ຟັງ​ແລ້ວ,​ໄດ້​ຍິນ​ວ່າ ດຽວ​ນີ້ ຢູ່​ວຽງ​ຈັນກໍ​ມີ​​​ເປັດ​ປີ້ງ​ແລະ​ຈຸ່ມ​ຊີ້ນ​ແກະ​.​ໃນ​ລາຍການ​ທ່ຽວ​ເມືອງ​ຈີນ​ມື້​ນີ້,ດາລາ​ວັນ​ຈະ​ພາ​ທ່ານຍ່າງ​ເຂົ້າທາງ​ຮ່ອມ​ປັກ​ກິ່ງ,​ໄດ້ຊີມອາຫານ​ພື້ນ​ເມືອງປັກ​ກິ່ງ​ທີ່​ມີປະຫວັດ​ຮ້ອຍ​ປີ,ຊີມ​ອາຫານປັກ​ກິ່ງ​ແທ້ໆທີ່​ມີ​ລັດ​ຊາດ​ແຊບໆ.

ໃນ​ເວລາ​ເວົ້າ​ເຖິງ​ອາຫານ​ພື້ນ​ເມືອງປັກ​ກິ່ງ,ກ່ອນ​ອື່ນ​ຕ້ອງ​ເວົ້າ​ເຖິງອາຫານ"ປ້າວ​ຕູ"ຂອງ​ປັກ​ກິ່ງ.ອາຫານ​ປ້າວ​ຕູ​ກໍແມ່ນ​​ເອົາພຸງງົວ​ແລະພຸງ​ແກະ,ມາຊອຍ​ເປັນ​ແຜ່ນຫຼື​​ເປັນເສັ້ນ,​ແລ້ວລວກ​​ໃນນ້ຳຮ້ອນ​ໃຫ້​ສຸກ,ການ​​ເຮັດ​ອາຫານ​ນີ້,​ສຳຄັນກວ່າ​ໝູ່​ ນອກຈາກ​ພຸງຕ້ອງສົດ​ແລ້ວ,ຍັງ​ຕ້ອງ​ເບິ່ງ​ວິທີ​ຊອຍ​ແລະການ​ໃຊ້​ໄຟ​,ລວກ​ດົນ​ໜ້ອຍ​ໜຶ່ງ​ຫຼື​ເອົາ​ຂຶ້ນ​ໄວ​​ໂພດ,ກໍ​ຈະ​ບໍ່​ແຊບ.ການ​ກິນ"ປ້າວ​ຕູ"​ຕ້ອງ​ໃຫ້​ມີ​ຄວາມ​ຮູ້ສຶກ​ກອບໆ​ໃນ​ເວລາ​ຫຍ້ຳ,ຈົນຜູ້​ນັ່ງ​ຢູ່​ໃກ້​ໄດ້ຍິນ​ສຽງ​ກອບຄື​ຫຍ້ຳ​​ກິນ​ໝາກ​ແຕງ,ສ່ຳ​ນັ້ນພຸ້ນ​ລະ ຈຶ່ງ​ນັບ​ວ່າ​ເຮັດ​ໄດ້​ດີ​ທີ່​ສຸດ​ແລະ​ແຊບ​ທີ່​ສຸດ".


1  2  3