ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 17:28:54    
ຊີມ​ອາ​ຫານ​ພື້ນ​ເມືອງ​ປັກ​ກິ່ງ​ທີ່​ມີປະ​ຫວັດ​ຮ້ອຍ​ປີ

cri Author: da

ຮ້ານ"ປ້າວ​ຕູ"ທີ່​ມີ​ຊື່​ສຽງ​ກວ່າ​ໝູ່​ແມ່ນຮ້ານ"ປ້າວ​ຕູເຟີ່ງ"ປັກ​ກິ່ງ,ມີ​ປະຫວັດ​ຮ້ອຍ​ປີ​​ແລ້ວ,ຕັ້ງຢູ່​ໃນ​ທາງ​ຮ່ອມ​ທຳ​ມະ​ດາ​​ແຫ່ງ​ໜຶ່ງ​ຢູ່ມໍ່​ຄຸ້ມ​ຊຽນ​ເມິ​ນປັກ​ກິ່ງ,ທ່ານ​ເຟີ່ງກວາງ​ຈູ້ ​ເຈົ້າຂອງ​ຮ້ານ​ຮຸ້ນ​ທີ​ສາມ​ປີ​ນີ້​ອາຍຸ​ 70 ກວ່າ​ປີ​ແລ້ວ,​"ປ້າວ​ຕູ"ຄື​ພຸງ​ລວກຂອງ​ຮ້ານ​ນີ້​ໄດ້​​ສົດ,​ ​ກອບ,ບໍ່​ມີ​ກິ່ນຄາວກິ່ນ​ກຸຍ,​ສະນັ້ນ,ເຖິງ​ວ່າ​ເປັນ​ຮ້ານນ້ອຍໆ,​ແຕ່​ພັດ​ມີ​ລູກຄ້າ​ມາ​ກິນຢ່າງ​ຄັບຄາ​ໜາ​ແໜ້ນ,ຂາຍ​ດິບ​ຂາຍ​ດີທີ່​ສຸດ.

ທ່ານ​ເຟີ່ງແນະນຳ​ວ່າ,​ໃນ​ເວລາ​ກິນ​"ປ້າວ​ຕູ",ຕ້ອງ​​ໃສ່​ເຄື່ອງປຸງ​ໃຫ້​ເໝາະ​ສົມ​.​ເຄື່ອງປຸງມີ​ນ້ຳສະອິວ ນ້ຳສົ້ມ​ ​ແຈ່ວ​ໝາກງາ ນ້ຳມັນ​ງາ ​ເຕົາຮູ້​ຍີ້​ແລະນ້ຳມັນ​ກຸ້ງ​ເປັນຕົ້ນ,ຍັງ​ຕ້ອງ​ໃສ່​ຜັກບົ່ວຊອຍ ຜັກຫອມປ້ອມ ​ນ້ຳກະທຽມ​ແລະ​ນ້ຳມັນໝາກ​ເຜັດ​ເປັນຕົ້ນ.​​ແມ່ນ​ແທ້,​ເຄື່ອງປຸງ​ຂອງ​ຮ້ານ"ປ້າວ​ຕູເຟີ່ງ"ບໍ່ພຽງ​ແຕ່​ມີເທົ່າ​ນີ້,ທ່ານ​ເຟີ່ງ​ເວົ້າວ່າ,​ເຄື່ອງປຸງ​ຂອງຮ້ານ​ເພິ່ນ​ມີ​​ເຄັດ​ລັບ​ຂອງ​ຕົນ​ເອງ:

"​ເຄັດ​ລັບ​ນີ້ ຂ້າພະ​ເຈົ້າບອກຜູ້​ອື່ນ​ບໍ່​ໄດ້,ສຳຄັນ​ແມ່ນຕຳລາ​ເຄື່ອງປຸງ.ເຄື່ອງປຸງ​ແມ່ນ​ສິ່ງ​ທີ່​ດູດ​ດຶງ​ຄົນ,ຫຼັງຈາກກິນ"ປ້າວ​ຕູ"ຂອງ​ຂ້າພະ​ເຈົ້າແລ້ວ,ຊົດ​ແກງ​ອີກຈັກ​ຫຼາຍໆ​ຄຳ,ທ່ານ​ກໍ​ຈະ​ຕິດ​ໃຈ,​​ແລ້ວເທື່ອ​ໜ້າທ່ານ​ກໍ​ຍັງ​ຢາກ​ມາ​ກິນ​ອີກ."


ຕາມ​ການ​ແນະນຳ​ຂອງ​ເພິ່ນ,ຖ້າກິນ​"ປ້າວ​ຕູ"​​ເທື່ອ​ທຳ​ອິດ,ຕ້ອງຊີມພຸງແກະທີ່​ທັງ​ກອບທັງ​ອ່ອນ.ນອກ​ນັ້ນ,​ໄປ​ກິນ"ປ້າວ​ຕູ"ຢູ່​ຮ້ານ"ປ້າວ​ຕູ​ເຟີ່ງ",ຖ້າ​ທ່ານ​ສົນ​ໃຈ,ຍັງ​ລອງ​ເຮັດ​​ລວກພຸງ"ປ້າວ​ຕູ"​ໃຕ້​ການ​ຊີ້​ນຳ​ຂອງພໍ່ຄົວ​ໃນ​ຮ້ານ​ໄດ້.
1  2  3