ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 17:28:54    
ຊີມ​ອາ​ຫານ​ພື້ນ​ເມືອງ​ປັກ​ກິ່ງ​ທີ່​ມີປະ​ຫວັດ​ຮ້ອຍ​ປີ

cri Author: da


​ເມື່ອ​ກິນລວກ​ພຸງ​"ປ້າວ​ຕູ"ແລ້ວ,ຖ້າທ່ານຢາກກິນ​ຂອງຫວານ​ຫຼັງ​ອາຫານ,ພວກ​ເຮົາກໍ​ຂໍແນະນຳ​​​ໃຫ້​ທ່ານ​ຊີມໂຟຼມາ,ຊຶ່ງ​ເປັນອາຫານ​ພື້ນ​ເມືອງ​ອີກ​ຊະນິດ​ໜຶ່ງ​ຂອງ​ປັກ​ກິ່ງ.​ເມື່ອ​ທຽບ​ກັບ​​ໂຟຼມາຂອງ​ຕ່າງປະ​ເທດ​ແລ້ວ,​ໂຟຼມາຂອງ​ປັກ​ກິ່ງ​ຄ້າຍຄື​ນົມສົ້ມ,ຂາວ ລະອຽດ ອ່ອນ​ນຸ້ມ ທັງ​ມີ​ລົດ​ຊາດ​ຫວານ ​ຫອມ.
ທ່ານເວີ້ຍກວາງ​ລູ້ ອາຍຸ 73 ປີ ​ເຈົ້າຂອງ​ຮ້ານຮຸ່ນທີ​ສາມ​ຂອງ​ຮ້ານ​ອາຫານ"ໜາຍ​ລ້າວ​ເວີ້​ຍ" ຮ້ານ​ໂຟຼມາເກົ່າ​ທີ່​ມີ​ປະຫວັດ​ຮ້ອຍ​ປີຢູ່​ປັກ​ກິ່ງ​ໄດ້​ແນະນຳ​ວ່າ,​ໂຟຼມາແມ່ນ​ອາຫານ​ພະລາຊະວັງ​ຊະນິດ​ໜຶ່ງ:


"ປູ່​ຂອງຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ກັບ​ເພື່ອນ​ຜູ້​ໜຶ່ງທີ່​ເຮັດ​ວຽກ​ຢູ່​ຄົວ​ພະ​ກະຍາຫານ ຄື​ເຮືອນຄົວ​ຂອງ​ເຈົ້າຊີວິດ,ຄາວ​ນັ້ນ ຄອບຄົວ​ຂອງຂ້າພະ​ເຈົ້າທຸກ​ຍາກ​ຫຼາຍ​,​ເພື່ອນ​ຜູ້ນີ້​ກໍ​ສອນ​ໃຫ້​ປູ່​ຂອງຂ້າພະ​ເຈົ້າ​ເຮັດອາຫານ​ສອງ​ເຢື່ອງ​ເພື່ອ​ຫາ​ລ້ຽງ​ຊີບ​ລ້ຽງ​ຄອບຄົວ.​ສະນັ້ນ ອາຫານ​​ໂຟຼມາ​ແມ່ນ​ອາຫານ​​ໃນ​ພະລາຊະ​ວັງ​ແທ້ໆ."

ສຳລັບ​ວິທີເຮັດ​​ໂຟຼມາ,ທ່ານ​ເວີ້​ຍ​ແນະນຳ​ວ່າ,​ນົມ​ສົດ​​ແມ່ນ​​ເຄື່ອງປຸງ​ຫຼັກ,ໃສ່​​ເຂົ້າເຫຼົ້າ​​​ໝາກ​ໜ້ອຍ​ໜຶ່ງ​ເພື່ອ​ໃຫ້​ມັນ​ແຂ້ນ,​ແລ້ວ​ເອົາ​ໃສ່​ເຕົາ​ອົບ,ອົບປະມານ​ໜຶ່ງຊົ່ວ​ໂມງ​,ສຸດ​ທ້າຍຍັງ​ຕ້ອງ​​ໃສ່​ຕູ້​ເຢັນ​ໃຫ້​ມັນ​ເຢັນ​ລົງ.​ໂຟຼມາຊະນິດ​ນີ້​ມີ​ຈຸດ​ພິ​ເສດ​ກວ່າ​ໝູ່​ກໍ​ແມ່ນ,​ໃນ​ເວລາ​ກິນ​ມີ​​ກິ່ນຫອມນ້ຳນົມ​ ທັງ​ມີ​ກິ່ນ​ຫອມ​​ເຂົ້າ​ເຫຼົ້າໝາກ,ທັງຫອມທັງ​ຫວານ​.ຖ້າ​ໃສ່​​ໃນໝາກ​ໄມ້​ແຫ້ງຫຼາຍ​ຢ່າງ​ເຊັ່ນ:ໝາກ​ອະ​ງຸ່ນ​ແຫ້ງ ​​ໃນ​ແກ່ນ​ໝາກ​ໂມ​ແລະ​ອື່ນໆ,​ກໍ​ແຮ່ງ​ມີລົດ​ຊາດ​ພິ​ເສດ.​ໃນ​ຫຼາຍ​ປີ​ມາ​ນີ້,​ໂຟຼມາຂອງຮ້ານ​ເວີ້​ຍມີ​ຊື່​ສຽງ​ໃນນະຄອນ​ປັກ​ກິ່ງ,ຜູ້​ທີ່​ມັກມາ​ກິນ​ເລື້ອຍໆ ສ່ວນ​ຫຼາຍ​ແມ່ນ​ບຸກຄົນ​ວັດທະນະທຳ​ທີ່​ມີ​ຊື່​ສຽງແລະ​ລູກຫຼານ​ເຊື້ອ​ເຈົ້າ.ທ່ານ​ຝູອີ ​ເຈົ້າຊີວິດ​ອົງ​ສຸດ​ທ້າຍ​ຂອງ​ຈີນ​ແລະ​ທ່ານ​ຝູ​ເຈ ນ້ອງ​ຊາຍ​ເພິ່ນ ​ລ້ວນ​ແຕ່​​ແມ່ນຂາ​ປະຈຳ​ຂອງ​ຮ້ານ​ໂຟຼມາ"ໜາຍລ້າວ​ເວີ້​ຍ",​ກ່ອນທ່ານ​ຝູ​ອີ​​​ຈະ​ເຖິງ​ແກ່​ກຳ​,ເພິ່ນຍັງ​ສັ່ງ​​ໃຫ້ຄົນ​ໄປ​ຊື້​​ໂຟຼມາໜາຍ​ລ້າວ​ເວີ້​ຍມາ​ໃຫ້​ກິນ.


ຕໍ່​ໄປ​ພວກ​ເຮົາຈະ​ແນະນຳ​ນ້ຳ​ໝາກ​ຖົ່ວ​ເນົ່າ ​ເຄື່ອງ​ດື່ມ​ດັ້ງເດີມຊະນິດ​ໜຶ່ງ​ຂອງ​ປັກ​ກິ່ງ​ທີ່​ແກ້​ມັນ​ແລະຊ່ອຍຍ່ອຍ​ອາຫານ​ໄດ້.ຕາມ​ຄົ້ນຄວ້າ​ກັນວ່າ,ນ້ຳ​ໝາກ​ຖົ່ວ​ເນົ່າ​ຊະນິດ​ນີ້​ມີ​ປະຫວັດ​ສອງ​ຮ້ອຍ​ກວ່າ​ປີ​ແລ້ວ.ນ້ຳ​ໝາກ​ຖົ່ວ​​ເນົ່າ​ຕ່າງກັບ​ນ້ຳ​ເຕົາຮູ້​​,ນ້ຳ​ເຕົາ​ຮູ້​ແມ່ນ​ເອົາໝາກ​ຖົ່ວ​​ເຫຼືອງ​ໝ່າ,​ແລ້ວໂມ້​​ໃສ່​ນ້ຳ,​ແລ້ວ​ຕອງ​ເອົາ​ແຕ່​ນ້ຳ,ສ່ວນ​ນ້ຳ​ໝາກ​ຖົ່ວ​​ເນົ່າ​ພັດແມ່ນ​ເອົາ​ກາກໝາກ​ຖົ່ວຂຽວມາ​ໝັກ​​ໃຫ້​ຂຶ້ນ​ແລະ​ຕອງ​ເອົາ​ນ້ຳ.ຄົນ​ປັກ​ກິ່ງ​ມັກ​ດື່ມນ້ຳ​ໝາກ​ຖົ່ວ​ເນົ່າ,ທັງ​ຖື​ເປັນການ​ສະ​ເຫວີຍສຸກຢ່າງ​ໜຶ່ງ.ຕາມ​ໜ້ານ້ຳ​ໝາກ​ຖົ່ວ​ເນົ່າມີ​ຝອດຂາວຄືກາ​ເຟ"ຄາ​ປູ່​ສິ​ໂນ",​​ແຕ່​ບໍ່​ຫວານ​ດມີ​ລົດສົ້ມ.ຢູ່ຮ້ານນ້ຳ​ໝາກ​ຖົ່ວ​ເນົ່າຈິນສິ່ນ ຮ້ານນ້ຳ​ໝາກ​ຖົ່ວ​ເນົ່າ​ລົດ​ເດີມຢູ່​ປັກ​ກິ່ງ,ລຸງວັງ​ຢູ້ຍມິ​ງ ລູກ​ຄ້າ​ຂອງ​ຮ້ານ​ແນະນຳ​ວ່າ,ຄອບຄົວ​ເພິ່ນ​​ຢູ່​ປັກ​ກິ່ງ​ມາຫຼາຍ​ເຊັ່ນ​ຄົນ,​ໝົດ​ຄອບຄົວມັກກິນນ້ຳ​ໝາກ​ຖົ່ວ​​ເນົ່າ​ສູ່​ຄົນ".


"ນີ້​ກໍ​ຍ້ອນຄວາມ​ຊິນເຄີຍ,ຂ້າພະ​ເຈົ້າກິນນ້ຳ​ໝາກ​ຖົ່ວ​ເນົ່າມາແຕ່​ນ້ອຍ.ກິນນ້ຳ​ໝາກ​ຖົ່ວ​ເນົ່າ​ພາ​ໃຫ້​ກິນ​ເຂົ້າ​ແຊບ,ກິນໃນ​ຍາມຮ້ອນ ​ຍັງ​ແກ້ຮ້ອນ​ໄດ້.​​​ເວລາ​ຜ່ານ​ຮ້ານ​ນີ້​ເທື່ອ​ໃດ ຂ້າພະ​ເຈົ້າກໍຕ້ອງ​​​ແວະເຂົ້າມາ​ກິນ."


​ເຈົ້າຂອງ​ຮ້ານ​ນ້ຳ​ໝາກ​ຖົ່ວ​ເນົ່າ​ຈິນສິ່ນ​ແນະນຳ​ວ່າ,ມີ​ຫຼາຍໆ​ຄົນຕັ້ງ​ມາ​ກິນນ້ຳ​ໝາກ​ຖົ່ວ​ເນົ່າ​,ຈົນລາງ​ເທື່ອ​ຄ່ຳ​ແລ້ວ ກໍ​ປິດ​ຮ້ານຕາມ​ເວລາ​ບໍ່ໄດ້.

ທ່ານ​ຜູ້​ຟັງ,​ອາຫານ​ພື້ນ​ເມືອງ​ປັກ​ກິ່ງທີ່​ມີ​ຊື່​ສຽງ​ນອກຈາກທີ່​ແນະ​ນຳມາ​ແລ້ວ​,ຍັງມີ​ຫຼາຍ​ຢ່າງຄື​ເຂົ້າໜົມ​ຕັດ​ທີ່​ເຮັດ​ດ້ວຍແປ້ງ​ຖົ່ວ​ລັນ​ເຕົ໋າ,ໝາກ​ໄມ້​ຊຸບ​ນ້ຳຕານ​ຂ້ຽວ,ນ້ຳບ້ວຍ​ກິ່ນ​ກຸຫຼາບ​ແລະ​ດອກ​ອົບ​ເຊີຍ,​ເຕົາ​ຮູ້​ໝາກ​ອານ​ມັງ​ເປັນຕົ້ນ,ຖ້າ​ມີ​ໂອກາດ​ທ່ານຕ້ອງ​ມາ​ຊີມອາຫານ​ພື້ນ​ເມືອງ​ປັກ​ກິ່ງ​​ແດ່ເດີ້.
1  2  3