ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 11:05:00    
ທ່ານ​ຮວງ​ເຈີ່ງ​ແລະ​ເພງ​ທີ່​ທ່ານ​ຂັບ​ຮ້ອງ

cri Author: MO


ເພງ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ di tie ລົດ​ໄຟ​ໃຕ້​ດິນ ຂັບ​ຮ້ອງ​ໂດຍ​ທ່ານ​ຮວງ​ເຈິ່ງ. ພາຍຫລັງ​ໄດ້ເຜີຍແຜ່ເພງນີ້ແລ້ວ, ​ໄດ້​ຮັບ​ຜົນງານ​​ດີ​ໃນ​ການ​ຮຽງ​ລຳດັບ​ເພງ​ນິຍົມ​ຢູ່​ແຫ່ງ​ຕ່າງ​ໆ​ຂອງ​ຈີນ. ​ເພງ​ນີ້​ໄດ້​ສະ​ແດງ​ຄວາມ​ຮັກ​ໄວເໝືອນກິນ​ມີໄວໆທີ່​ເກີດ​ຂຶ້ນ​ໃນ​ຕົວ​ເມືອງ​ສະ​ໄໝ​ໃໝ່ນີ້.

ທ່ານ​ຮວງ​ເຈີ່ງ​ເກີດ​ໃນ​ຄອບຄົວ​ສີ​ລະ​ປິນປັກ​ກິ່ງ, ທ່ານ​ໄດ້​ສຳ​ຜັດ​ກັບດົນຕີ​ມາ​ແຕ່​ນ້ອຍ, ​ໄດ້​ຮຽນ​ວີ​ໂອ​ລົງ​ແຊນ ​ເປຍ​ໂນ ​ແລະ​ວິຊາ​ຂັບຮ້ອງຢ່າງ​ຕໍ່​ເນື່ອງ​ກັນ. ພາຍຫລັງສຳເລັດການ​ຮຽນ​ມະຫາວິທະຍາ​ໄລ​ແລ້ວ, ທ່ານ​ຮວງ​ເຈິ່ງ​​ເຄີຍ​ຈັດຕັ້ງຄະນະ​ດົນຕີ, ທັງ​ເລີ່​ມ​ແຕ່ງ​ເພງ. ປີ 1998, ທ່ານ​ຮວງ​ເຈິ່ງ​ເຂົ້າຮ່ວມບໍລິສັດ​ແຜ່ນສຽງ​ໂຊ​ນີ, ​ເປັນ​ຜູ້​ຜະລິດ, ​ທ່ານ​ແຕ່ງ​ເພງໃຫ້​ນັກ​ຮ້ອງ​ຫຼາຍໆ​ຄົນ​ໄດ້​ຮັບຄວາມ​ນິຍົມ​ຊົມຊອບຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ, ດັ່ງນັ້ນ, ທ່ານ​ເລີຍ​ກາຍ​ເປັນ​ນັກ​ດົນຕີ​ທີ່​ນັກ​ຮ້ອງ​ມັກ​ເຊີນ​ມາ​ແຕ່ງ​ເພງ. ຍ້ອນ​ທ່ານ​ມັກ​ຮ້ອງ​ເພງ, ປີ 2001, ທ່ານ​ຮວງ​ເຈິ່ງ​​ໄດ້​ເຊັນ​ສັນຍາ​ກັບ​ບໍລິສັດ​ດົນຕີ​ຈ້າ​ນ​ໂກວທີ່ສັງກັດ​ບໍລິສັດ​ແຜ່ນສຽງ​ກວັນ​ສື, ​ແລ້ວ​ໄດ້ອັດ​CD​ສອງ​ແຜ່ນ​ທີ່​ຊື່ວ່າ"​​ໂພ້ສຽວ" ​ແລະ"​ນອກມັງດີແຫ່ງ​ຄວາມ​ຮັກ". ຕໍ່​ໄປ​ເຊີນ​ຟັງ​ເພງ"ai qing nuo man di" "​ນອກມັງດີແຫ່ງ​ຄວາມ​ຮັກ".
1  2  3