ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 22:21:28    
ວັດ​ເວີນ​ມ້ຽວ ຫໍ​ກອງ​ແລະ​ຫໍ​ສະ​ມາ​ຄົມ​ກວາງ​ຕຸ້ງ​ຢູ່​ທຽນ​ສິນ

cri Author: da


ໃນ​ລາຍການທ່ຽວ​ເມືອງ​ຈີນ​ມື້​ນີ້,ດາລາ​ວັນ​ຈະ​ພາ​ທ່ານ​ໄປ​ທຽນ​ສິນ ​ເມືອງ​ວັດທະນະທຳ​ບູຮານ​ທີ່​ມີ​ປະຫວັດ 600 ກວ່າ​ປີ,​ໄປ​ທ່ຽວ​ຊົມ​ສິ່ງ​ກໍ່ສ້າງ​ສະ​ໄໝ​ບູຮານ,ສຳຜັດ​ຫົວ​ກະທິ​ຂອງ​ວັດທະນະທຳ​ສະ​ໄໝ​ບູຮານ​ຂອງ​ຈີນຢູ່​ແຫ່ງ​ນັ້ນ.

ທຽນ​ສິນ​ຕັ້ງຢູ່​ພາກ​ໃຕ້​ຂອງ​ນະຄອນ​ປັກ​ກິ່ງ,​ຫ່າ​ງ​​ຈາກ​ປັກ​ກິ່ງ​​ແລ່ນ​ລົດ​ພຽງ​ແຕ່ປະມານ​ໜຶ່ງ​ຊົ່ວ​ໂມງທໍ່​ນັ້ນ.ຄົນ​ທັງຫຼາຍ​ເວົ້າກັນ​ວ່າ,ທຽນ​ສິນ​ແມ່ນ​ເມືອງ​ວັດທະນະທຳບູຮານ,ຢູ່​ແຫ່ງ​ນີ້ທ່ານ​ຈະ​ໄດ້​ຟັງ​ງີ້ວ​ທ້ອງ​ຖິ່ນ​ດັ້ງເດີມອ້ອຍຕ້ອຍ,​ໄດ້​ເຫັນຮູບສະຫຼອງ​ປີ​ໃໝ່​ແບບ​ດັ້ງ​ເດີມ​ພື້ນ​ເມືອງ ​ແລະ​​ໄດ້​ຊື້​ວັດຖຸ​ບູຮານ​ຊະນິດຕ່າງໆ.ມື້​ນີ້ ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ທ່ຽວຊົມ​ສິ່ງ​ກໍ່ສ້າງ​ບູຮານ​ຂອງ​ເມືອງ​ທຽນ​ສິນຫຼາຍ​ບ່ອນ​,ກ່ອນ​ອື່ນ​ແມ່ນວັດ​ເວີນ​ມ້ຽວ.

ວັດ​ເວີນ​ມ້ຽວແມ່ນ​ມີ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ຂອງ​ຈີນ,​ເພາະວ່າ​ໃນ​ເມື່ອ​ກ່ອນ,ວັດ​​ເວີນ​ມ້ຽວ​ແມ່ນ​ສະຖານ​ທີ່​ທີ່ຄົນ​ທັງຫຼາຍ​ບູຊາ​ທ່ານ​ຂົງຈື້ ນັກ​​ແນວ​ຄິດແລະ​ນັກ​ການສຶກສາ​ທີ່ມີ​ຊື່​ສຽງ,ພ້ອມ​ທັງ​ຍັງ​ແມ່ນ​ວິທະຍາຄານສູງ​ສຸດ​ຂອງ​ແຫ່ງ​ຕ່າງໆ.ຕາມ​ສະຖິຕິ,ຢູ່​ທົ່ວ​ໂລກ​ມີ​ວັດ​ເວີນ​ມ້ຽວ 2 ພັນ​ກວ່າ​ແຫ່ງ,ປະຈຸ​ບັນ​ຍັງ​​ຮັກສາ​ໄວ້​ຂ້ອນ​ຂ້າງ​ດີມີ 300 ກວ່າ​ແຫ່ງ,ວັດ​ເວີນ​ມ້ຽວຂອງ​ທຽນ​ສິນ​ກໍ​ແມ່ນ​ແຫ່ງ​ໜຶ່ງ​ໃນ​ນັ້ນ.

ວັດ​ເວີນ​ມ້ຽວຂອງທຽນ​ສິນ​ແມ່ນ​ຊຸມ​ສິ່ງ​ກໍ່ສ້າງ​ສະ​ໄໝ​ບູຮານ​ທີ່​ຮັກສາ​ໄວ້ຄົບ​ຖ້ວນ​ກວ່າ​ໝູ່​ແລະ​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ຂອງ​ເມືອງ​ທຽນ​ສິນ.ຫຼັງຄາ​ຫໍ​​ໃຫຍ່ຂອງ​ວັດ​ເວີນ​ມ້ຽວມຸງ​ດ້ວຍ​ດິນຂໍ​ເຄືອບ​ສີ​ຄຳ,​ເທິງ​ຂື່​ແລະເສົາ​ເຕັມ​ໄປ​ດ້ວຍ​ຮູບ​ວາດ​ແລະ​ຮູບຄວັດ,ປະດັບ​ປະດາ​ຢ່າງ​ປາ​ນີດສວຍງາມ​.ທ່ານ​ນາງ​ເສີນ​ໂຖງ ຮອງ​ຫົວໜ້າ​ຫໍພິພິທະ​ພັນ​ວັດ​ເວີນ​ມ້ຽວຂອງທຽນ​ສິນ​ແນະນຳ​ວ່າ:

   "​ໃນ​ສະ​ໄໝ​ບູຮານ,ພຽງ​ແຕ່​ເຂົ້າວັດ​ເວີນ​ມ້​ຽວ​,ກໍ​​​ແມ່ນ​ໄດ້ເຂົ້າຮຽນ​ຢູ່​​ໂຮງຮຽນຫຼວງ,​ຈຶ່ງ​ມີ​ໂອກາດ​​ໄດ​ເປັນ​ເຈົ້າຂຸນ​ມຸນ​ນາຍ,ຈຶ່ງ​ເຂົ້າສອບ​ເສັງ​ຈູ່​ເຢິນ,​ເປັນ​ຈິ້ນ​ຊື້​ໄດ້.ຖ້າວ່າ​ສຸດ​ທ້າຍ ສອບ​ໄດ້​​ເປັນທີ​ໜຶ່ງ​ໃນ​ທົ່ວ​ປະ​ເທດ,ກໍ​ຈະ​ໄດ້​ເປັນ​ຈໍ​ຫງວນ​ແລະ​ມີ​ໂອກາດ​ເລື່ອນ​ຂັ້ນຕຳ​ແໜ່​ງ​ແລະ​ລ້ຳລວຍ​ຂຶ້ນ."

ດຽວ​ນີ້ ວັດ​ເວີນ​ມ້ຽວຕົ້ນຕໍ​ແມ່ນ​ສະຖານ​ທີ່ໃຫ້​ຄົນ​ທ່ຽວຊົມ​ແລະ​​ຈັດການ​ເຄື່ອນ​ໄຫວ​ບູຊາ​ທ່ານ​ຂົງຈື້.​​ເມື່ອ​ຮອດ​ລະດູ​ໃບ​ໄມ້​ປົ່ງແລະລະດູ​ໃບ​ໄມ້​ຫຼົ່ນ​ແຕ່ລະ​ປີ,ວັດເວີນ​ມ້ຽວຂອງທຽນ​ສິນ​ລ້ວນ​ແຕ່​ຈັດ​ການ​ເຄື່ອນ​ໄຫວບູຊາຢ່າງ​ໃຫຍ່​ໂຕ​ມະ​ໂຫລານ​ແລະ​ຄຶກຄື້ນຕາມ​ເວລາ​ກຳນົດ,​ເພາະວ່າ ສອງ​ຍາມ​ນີ້​ແມ່ນຍາມ​ກຳ​ເນີ​ດ​ແລະຍາມ​ເຖິ່ງ​ແກ່​ກຳ​ຂອງ​ທ່ານ​ຂົງຈື້.ພິທີ​ບູຊາ​ຂົງຈື້ທີ່​ມີສີສັນ​ສຳນັກ​ຫຍູ​ແມ່ນ​ພິຖິພະ​ຖັນ​ທີ່​ສຸດ,ນັ້ນກໍ​ຄື:​ໃນ​ພິທີ,​​ເຈົ້າໜ້າ​ທີ່​ຜູ້​ກຳກັບການບູຊາຕ້ອງ​ນຸ່ງ​ຊຸດ​​ເຈົ້າໜ້າ​ທີ່​ບູຮານ,ອ່ານ​ຄຳ​ບູຊາ​ແລະ​ເຜົາ​ຄຳ​ບູຊາ,​ແລະ​ຄຸ​ເຂົ່າ 3 ​ເທື່ອ,ຂາບໄຫວ້ 9 ​ເທື່ອ​ໃນ​ພິທີແຕ່ລະ​ຢ່າງ.
1  2  3