ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 22:21:28    
ວັດ​ເວີນ​ມ້ຽວ ຫໍ​ກອງ​ແລະ​ຫໍ​ສະ​ມາ​ຄົມ​ກວາງ​ຕຸ້ງ​ຢູ່​ທຽນ​ສິນ

cri Author: da


ຫ່າງ​ຈາກ​ວັດ​ເວີນ​ມ້ຽວບໍ່​ໄກ,​ແມ່ນ​ຫໍ​ກອງ​ທຽນ​ສິນ​ທີ່​ສ້າງ​​ໃນສະ​ໄໝ​ລາຊະວົງ​ມິ​ງຕອນ​ຕົ້ນເມື່ອສະຕະວັດ​ທີ14.​ເອີ້ນ​ເປັນ​ຫໍ​ກອງ,​ແຕ່​ທີ່​ຈິງ​ແລ້ວ​ແມ່ນ​ຫໍ​ລະຄັງ.ທ່ານ​ອີນຮວາ ຮອງ​ຫົວໜ້າ​ຫໍພິພິທະ​ພັນຫໍ​ກອງ​ທຽນ​ສິນ​ບອກ​ນັກ​ຂ່າວ​ວ່າ,ຫໍ​ກອງ​ໃນປະຫວັດສາດ​ໄດ້​ສ້າງສອງ​ເທື່ອ​ມ້າງ​​ສອງ​ເທື່ອ:

 "ປີ 1900 ​ໃນ​ສ​ະ​ໄໝລາຊະວົງ​ຊິງ ລັດຊະການ​ກວງ​ສູ,ກອງທັບພັນທະ​ມິດ 8 ປະ​ເທດ​ເຂົ້າ​ຮຸກ​ຮານເມືອງ​ທຽນ​ສິນ​,ກຳ​ແພງ​​ອ້ອມ​ເມືອງ​ທຽນ​ສິນ​​ຖືກ​​ມ້າງ​​ເມື່ອ​ປີ 1901,​ເຖິງ​ວ່າ​ໃນ​ຄາວ​ນັ້ນ ຫໍ​ກອງ​ບໍ່​ໄດ້​ຖືກ​ມ້າງ, ​ແຕ່​ພັດ​​ໄດ້​ເພພັງ​ຢ່າງ​ໜັກ​ໜ່ວງ,ພື້ນຖານ​ຂອງຫໍ​​ໄດ້​ຍຸບ​ລົງ​ແລ້ວ.​ເມື່ອ​ຮອດ​ປີ 1921,ຈຶ່ງ​ຖືກ​ສ້ອມ​ແປງ​ຄືນ​ໃໝ່,ຮູບນອກ​ຂອງຫໍ​ກອງ​​ໃນຄາວ​ນີ້​ແມ່ນ​ງາມ​ກວ່າ​ແຕ່​ກ່ອນ,ຫຼັງຄາ​ຫໍ​ມຸງ​ດ້ວຍ​ດິນຂໍ​ສີຂຽວ,​ເນື້ອ​ທີ່​ກໍ່ກວ້າງ​ແລະ​ສູງກວ່າ​ເກົ່າ.ຫຼັງ​ຈາກ​ປົດ​ປ່ອຍ​ແລ້ວ,ການ​ສ້າງສາ​ຕົວ​ເມືອງ​ຂອງ​ທຽນ​ສິນ​ໄດ້ພັດທະນາຂ້ອນ​ຂ້າງ​ໄວ,​ແຕ່​​ຖະໜົນ​ຫົນທາງ​ຄັບຄາ,​​ຮອດ​ປີ 1952 ຫໍ​ກອງ​ກໍ່ຖືກ​ມ້າງ​​ອີກ.ປີ2000,​ເພື່ອ​ສົ່ງ​ເສີມ​ວັດທະນະທຳ​ຊົນ​ຊາດຊົນ​ເຜົ່າ​ຂອງ​ເມືອງ​ທຽນ​ສິນ,ຈຶ່ງ​​ໄດ້ສ້າງຫໍ​ກອງຢູ່​ບ່ອນ​ເກົ່າອີກ."

ຫໍ​ກອງ​ທີ່​​ແຂກ​ທ່ອງ​​ທ່ຽວ​​ໄດ້​ເຫັນ​ໃນ​ປະຈຸ​ບັນ​ກໍ​ແມ່ນ​ສ້າງ​ໃນ​ປີ 2000.ຫໍ​ກອງ​ໃໝ່​​ໄດ້ສ້າງ​ຕາມ​ວາດຊົງ​ສະ​ໄໝ​ບູຮານ,​​ໄດ້ເພີ່ມ​ຕື່ມ​ຖານ,ຄວາມ​ສູງ​ຂອງ​ຫໍ​ກໍ່​ເພີ່ມ​ຂຶ້ນ​ຈາກ 3 ຊັ້ນ​ໃນ​ເມື່ອ​ກ່ອນ​ເປັນ 5 ຊັ້ນ.ລະຄັງ​ເຫຼັກ​ໃນ​ເມື່ອ​ກ່ອນ​ກໍ່ປ່ຽນ​​ເປັນ​ລະຄັງ​ທອງສຳລິດ​ທີ່​ໜັກ 3 ​ໂຕນ,​ແຂກ​ທ່ອງ​ທ່ຽວ​ສາມາດ​ເຄາະ​ລະຄັງ​ເອົາ​ເອງ,ຟັງ​ສຽງດັງ​ກ້ອງ​ທົ່ວເມືອງ​ທຽນສິນ.
1  2  3