ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 22:21:28    
ວັດ​ເວີນ​ມ້ຽວ ຫໍ​ກອງ​ແລະ​ຫໍ​ສະ​ມາ​ຄົມ​ກວາງ​ຕຸ້ງ​ຢູ່​ທຽນ​ສິນ

cri Author: da


   ເມື່ອ​ທ່ຽວຊົມ​ວັດເວີນ​ມ້ຽວ ​ເລາະ​ຫໍ​ກອງ​ແລ້ວ,ຕໍ່​ໄປ,ພວກ​ເຮົາຈະ​ແນະນຳ​ບ່ອນສຳລັບຟັງ​ງີ້ວ​ປັກ​ກິ່ງ​ຢູ່​ເມືອງ​ທຽນ​ສິນ,ນັ້ນກໍ​ແມ່ນ​ຫໍ​ສະມາຄົມ​ກວາງ​ຕຸ້ງ.

ຫໍ​ສະມາຄົມກວາງຕຸ້ງຢູ່​ເມືອງ​ທຽນ​ສິນຄື​ກັນ​ກັບ​​ເຮືອນ​ຊື້​ເຫີ​ຢ້ວນ,ມີ​ປະຕູ​ໃຫຍ່,ກຳ​ແພງ​ອ້ອມ​ສູງ​ສະຫງ່າ.ລັກສະນະ​ກໍ່ສ້າງຂອງ​ມັນ​ໄດ້ສ່ອງ​ແສງ​ໃຫ້​ເຫັນ​ລັກສະນະ​ກໍ່ສ້າງ​ຂອງ​ແຂວງ​ກວາງຕຸ້ງທາງ​ພາກ​ໃຕ້​ຂອງ​ຈີນ,ທັງ​ໄດ້​ໂຮມສູນ​ໃຫ້ຄວາມ​ລຳ​ບາກ​ຍາກ​ເຂັນຂອງ​ຊາວ​ກວາງຕຸ້ງ​ໃນ​ການ​ທຳ​ມາ​ຫາ​ກິນ​ຢູ່​ທຽນ​ສິນ.​ເມື່ອ 300 ປີ​ກ່ອນ,ນັກທຸລະກິດກວາງຕຸ້ງແລະ​ຟູ​ຈ້ຽນກໍ​ຈັດ​ເປັນ​ກອງ​ກ່ຳ​ປັ່ນ​ຄ້າຂາຍ​ມາ​ເຮັດ​ທຸລະ​ກິດ​ຢູ່​ທຽນ​ສິນ.​​ດົນ​ຕາມ​ດົນ,ນັກທຸລະກິດ​ເຫຼົ່າ​ນີ້​ກໍ​ທ້ອນ​ເງິນສ້າງຫໍ​ສະມາຄົມ,​ເພື່ອ​ຈັດການ​ເຈລະຈາຄ້າຂາຍ ຄົບ​ຄ້າ​ສະມາຄົມ ​ແລະ​ຊ່ອຍ​ເພື່ອນ​ບ້ານ​ດຽວ​ກັນ​ເປັນຕົ້ນ.

ສິ່ງ​ທີ່​ເປັນ​ໜ້າ​ພູມ​ໃຈ​ທີ່ສຸດ​ຂອງ​ຫໍນີ້​ແມ່ນ​ສິ່ງກໍ່​ສ້າງ​ຕົ້ນຕໍ​ຂອງ​ມັນ,​ຄື:ຫໍ​ງີ້ວ,ນີ້​ແມ່ນ​ຫໍ​ໜຶ່ງ​ໃນ​ບັນດາ​ຫໍ​ງີ້ວ​ແບບ​​ບູຮານ​​ຂອງ​ຈີນ​ທີ່​​ເຫຼືອ​ໄວ້​ບໍ່​ເທົ່າ​ໃດ​ຫໍ​ໃນ​ທົ່ວ​ໂລກ.ຫໍ​ງີ້ວ​ແມ່ນ​ຫໍ​ລະຄອນ​ທີ່​ເຮັດ​ດ້ວຍ​ໄມ້​ທີ່​ສາ​ມາ​ດບັນຈຸ​700-800​ຄົນ,ຢູ່​​ຊັ້ນ​ເທິງ​ແມ່ນ​ຫ້ອງ​ພິ​ເສດ,​ຊັ້ນລຸ່ມ​ແມ່ນ​ທີ່​ນັ່ງ.​ຫຼັງ​ຄາ​ຂອງ​ຫໍ​ງີ້ວ​ແມ່ນ​ສ້າງ​ດ້ວຍ​ເສົາ​ຫຼັກ 3 ຕົ້ນ​ແລະ​ໂຄງ​ໄມ້​ນ້ອຍ​ທີ່​ນັບ​ບໍ່​ຖ້ວນ.​ທ່ານ​ນາງ​ສູ​ເມີຍ​ເມີຍ ຮອງ​ຫົວໜ້າ​ຫໍພິ​ພິທະ​ພັນ​ງີ້ວ​ທຽນ​ສິນ​ແນະນຳ​ວ່າ: 

   "ຕາມ​​ເວົ້າກັນ​ວ່າ,​ເສົາຫຼັກ 3 ຕົ້ນຢູ່​ຫຼັງຄາ​ດັ່ງກ່າວ,​ແມ່ນ​ເຮັດ​ດ້ວຍ​ຕົ້ນ​ໄມ້ຕົ້ນດຽວ​ທີ່​ຂົນ​ສົ່ງ​ມາ​ຈາກ​ພາກ​ໃຕ້.​​ຕົ້ນໄມ້​ໃຫຍ່​ສ່ຳ​ນີ້​ຢ່າງ​ໜ້ອຍ​ຕ້ອງ​ສູງ​ເຖິງ40-50​ແມັດ,​ນີ້ແມ່ນ​ເຫັນ​ໜ້ອຍ​ທີ່​ສຸດ."

 ທ່ານ​ນາງ​ສູ​ເວົ້າ​ວ່າ,​ຄວາມ​ລະອຽດ​ລະ​ອໍຂອງ​ອົງ​ປະກອບ​ຫໍ​ງີ້ວຍັງ​ຢູ່​ນຳ​ເວທີ​ສະ​ແດງທີ່​ເປີດ​ສາມ​ດ້ານ,​ມັນ​​ເຮັດ​ໃຫ້​ຜູ້​ຊົມ​ສາມາດຊົມ​ງີ້ວ​ຈາກ​ທິດຕາ​ເວັນ​ອອກ ທິດຕາ​ເວັນ​ຕົກ​ແລະ​ທິດ​ເໜືອ,ສາຍຕາ​ບໍ່​ຖືກ​ກີດ​ກັ້ນ,ທັງ​ມີ​ຜົນ​ດີ​ຕໍ່ການ​ແລກ​ປ່ຽນລະ​ຫວ່າງ​ນັກສະ​ແດງກັບ​ຜູ້​ຊົມ.ພາຍ​ຫຼັງ​ນັກ​ທ່ອງ​ທ່ຽວ​ຝຣັ່ງ​ຜູ້​ໜຶ່ງ​ຊົມ​ທ່ຽວ​ຫໍ​ງີ້ວ​ຂອງ​ຫໍ​ສະມາ​ຄົມ​ກວາງ​ຕຸ້ງ​ແລ້ວ,​ໄດ້​ຍ້ອງຍໍ​ຄວາມ​ປານີດ​ສວຍ​ງາມ​ຂອງ​ການ​ອອກ​ແບບ​ກໍ່ສ້າງ​ຫໍ​ສະມາຄົມ​ນີ້​ຢ່າງ​ບໍ່​ເຫືອດ​ປາກ.

ສິບ​ປາກ​ເວົ້າບໍ່​ທໍ່​ຕາ​ເຫັນ.ຖ້າ​ມີ​​ເວ​ລາ,ກໍ​ຂໍ​ໃຫ້ທ່ານ​ມາ​ທ່ຽວເມື​ອງທຽນ​ສິນ​​ເດີ້,ມາ​ຊົມ​ວັດ​ເວີນ​ມ້ຽວ,​ເຄາະ​ລະຄັງ​ຄອງ​ທອງ​ສຳລິດຂອງ​ຫໍ​ກອງ,ຟັງ​ງີ້ວ​ປັກ​ກິ່ງຈີນ​ຢູ່​ຫໍ​ງີ້ວ​ຂອງ​ຫໍ​ສະມາຄົມ​ກວາງຕຸ້ງ,​ສຳຜັດກັບ​ພື້ນຖານ​ວັດທະນະທຳ​ອັນ​ເລິກ​ເຊິ່ງໜາ​ແໜ້ນຢູ່​ເມືອງ​ບູຮານ​ທຽນ​ສິນ​ທີ່​ມີ​ປະຫວັດ600ກວ່າ​ປີ.
1  2  3